ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ໜ່ວຍ​ພັກ​ກອງຮ້ອຍ 409 ປະກາດ​ຮັບ​ສະມາຊິກ​ພັກ​ສຳຮອງ​ຂຶ້ນ​ສົມບູນ
ເວລາອອກຂ່າວ: 2026-09-07 09:48:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 157 | ຄວາມນິຍົມ:



ວັນ​ທີ 3 ກັນຍາ 2026 ນີ້, ໜ່ວຍ​ພັກ​ກອງຮ້ອຍ 409 ຂຶ້ນ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ຈັດ​ພິທີ​ຮັບ​ສະມາຊິກ​ພັກ​ສຳຮອງ​ຂື້ນ​ສົມບູນ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ຄອງ ສີ​ວົງ​ລັດ ເລຂາ​ໜ່ວຍ​ພັກ ຫົວໜ້າ​ການເມືອງ ກອງຮ້ອຍ409, ມີ ສະຫາຍ ພັນ​ໂທ ຄຳ​ອຸດ ຜົງ​ປະສິດ ຮອງ​ເລຂາ​ໜ່ວຍ​ພັກ ຫົວໜ້າ​ການ​ທະຫານ, ມີ​ຄະນະ​ໜ່ວຍ​ພັກ, ສະ​ມາ​ຊີກ​ພັກ​ສົມ​ບູນ-ສຳຮອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ບູນ​ຈັນ ໄຊ​ຍະ​ສຸກ ກຳມະການ​ໜ່ວຍ​ພັກ ໄດ້​ຜ່ານ​ມະຕິ​ຕົກລົງ​ຂອງ​ຄະນະ​ປະຈຳ​ພັກ ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ສະບັບ​ເລກ​ທີ 519, 520, 521/​ຄຈພ.​ກບຊກ ລົງ​ວັນ​ທີ 19 ສິງຫາ 2026 ວ່າ​ດ້ວຍ​ການ​ອະນຸມັດ​ເລື່ອນ​ສະມາຊິກ​ພັກ​ສຳຮອງ​ເຂົ້າ​ເປັນ​ສະມາຊິກ​ພັກ​ສົມບູນ ຈຳນວນ 3 ສະຫາຍ. ຂ່າວ: ນາງ ສຸ​ນາລີ ອຸ່ນ​ວີ​ໄຊ ພາບ: ຄໍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ