ກອງພັນໃຫຍ່ 11 ຜ່ານແຜນການປ້ອງກັນ ກອງປະຊຸມ ທົບທວນ ສົນທິສັນຍາການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3
ເວລາອອກຂ່າວ: 2026-09-07 09:47:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 154 | ຄວາມນິຍົມ: ![]()
ໃນວັນທີ 3 ກັນຍາ 2026 ນີ້, ກອງພັນໃຫຍ່ 11 ຈັດກອງປະຊຸມ ຜ່ານແຜນການ ປ້ອງກັນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3 ໂດຍການເປັນປະທານຂອງສະຫາຍ ພັນເອກ ຄຳສາຍ ມົນດວງສິງ ຫົວໜ້າການເມືອງກອງພັນໃຫຍ່ 11, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່, ມີຄະນະພັກ-ຄະ ນະບັນຊາ ກອງພັນ ແລະ ກອງ ຮ້ອຍເຂົ້າຮ່ວມ.
ສະຫາຍ ພັນໂທ ວິໄລສັກ ເພັດສະວົງ ຫົວໜ້າຂະແໜງສູ້ຮົບ, ພະແນກເສນາກອງພັນໃຫຍ່ 11 ໄດ້ຜ່ານແຜນການປ້ອງກັນ ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3 ອີງຕາມ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບລະດັບຊາດ ແລະ ຄະນະຮັບຜິດຊອບອານຸກຳມະການຕ່າງໆ ເພື່ອກະກຽມເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3. ໃນການປະຕິບັດວຽກງານປ້ອງກັນ ກອງປະຊຸມ ທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3 ໃນຄັ້ງນີ້ ກໍເພື່ອຮັບປະກັນໃຫ້ປະເທດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບມີຄວາມເປັນລະບຽບຮຽບຮ້ອຍ, ຕ້ານ ແລະ ສະກັດກັ້ນ ບັນດາປະກົດການຫຍໍ້ທໍ້ ໃນສັງຄົມ ບໍ່ໃຫ້ມີເຫດການເກີດຂຶ້ນທົ່ວປະເທດ ເວົ້າລວມ ເວົ້າສະເພາະ ແມ່ນຂອບເຂດກົມກອງຮັບຜິດຊອບ ກໍຄືຈຸດປ້ອງກັນໃຫ້ມີຄວາມປອດໄພ 100% ກອງປະຊຸມຍັງໄດ້ແຕ່ງຕັ້ງບັນດາຄະນະພັກ ແລະ ຄະນະໜ່ວຍຊາວໜຸ່ມຢູ່ໃນພາກສະໜາມຊົ່ວຄາວຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















