ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ສະຫະພັນ​ແມ່​ຍິງ ກອງພັນ​ໃຫຍ່ 202 ເຊື່ອມ​ຊຶມ​ເອກະສານ​ຂອງ​ສະຫະພັນ​ແມ່ຍິງ​ລາວ
ເວລາອອກຂ່າວ: 2026-09-07 09:46:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 161 | ຄວາມນິຍົມ:



ເມື່ອ​ບໍ່​ດົນ​ມາ​ນີ້, ຂະແໜງ ​ສະຫະພັນ​ແມ່​ຍີງ ກອງພັນ​ໃຫຍ່ 202 ກອງ​ພົນ​ທີ 2 ຈັດ​ຕັ້ງ​ເຊື່ອມ ​ຊຶມ​ເອກະສານ​ກ່ຽວ​ກັບ​ທີ່​ຕັ້ງ, ພາລະ​ບົດບາດ, ສິດ ແລະ ໜ້າທີ່​ຂອງ​ສະຫະພັນ​ແມ່ຍິງ​ລາວ ສະບັບ​ປັບປຸງ​ໃໝ່​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IX, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ​ຮອ ອຳພອນ ສີ​ສະໝອນ ຮອງ​ຫົວໜ້າ​ພະແນກການ​ເມືອງ ຜູ້​ຊີ້​ນຳ​ວຽກ​ງານ​ອົງ​ການຈັດຕັ້ງ​ມະຫາຊົນ ກອງພັນ​ໃຫຍ່ 202, ມີ​ຄະນະ​ພັກ-ຄະນະ​ບັນຊາ​ພະແນກການ, ກົມ​ກອງ, ຄະນະ​ໜ່ວຍ ຕະຫຼອດ​ຮອດ​ສະມາຊິກ​ສະຫະພັນ​ແມ່ຍິງ​ທົ່ວ​ກົມ​ກອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ນາງ ພຽງ​ວິໄລ ວຽງ​ມະນີ ຫົວໜ້າ​ຂະແໜງ​ສະຫະພັນ​ແມ່ຍິງ ພະແນກ ການ​ເມືອງ ກອງພັນ​ໃຫຍ່ 202 ຂຶ້ນ​ເຜີຍແຜ່​ເນື້ອ​ໃນ​ເອກະສານ ກ່ຽວ​ກັບ​ທີ່​ຕັ້ງ, ພະ​ລາ​ບົດບາດ, ສິດ ແລະ ໜ້າທີ່ ຂອງ​ສະຫະພັນ​ແມ່ຍິງ​ລາວ​ປັບປຸງ​ໃໝ່​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IX. ສະຫະພັນ​ແມ່ຍິງ​ລາວ​ແມ່ນ​ອົງ​ການຈັດຕັ້ງ​ມະຫາຊົນ​ໃນ​ລະບົບ​ການເມືອງ ຂອງ​ລະບອບ​ປະຊາທິປະໄຕ​ປະຊາຊົນ​ລາວ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ປະ ຊາຊົນ​ລາວ, ມີ​ລະບົບ​ສາຍ​ໄຍ​ການຈັດຕັ້ງ ແຕ່​ຂັ້ນ​ສູນ​ກາງ​ຮອດ​ທ້ອງ​ຖີ່ນ, ມີ​ຖານະ​ບົດບາດ​ທຽບ​ເທົ່າ​ກັບ​ອົງ​ການຈັດຕັ້ງ​ມະຫາຊົນ​ອື່ນ, ເປັນ​ຕົວ​ແທນ​ໃນ​ການ​ປົກ​ປ້ອງ​ສິດ ແລະ ຜົນ​ປະໂຫຍດ​ອັນ​ຊອບ​ທຳ​ຂອງ​ແມ່ຍິງ ແລະ ເດັກ ແລະ ຄວາມ​ສະເໝີພາບ​ລະຫວ່າງ ຍິງ-ຊາຍ, ການ​ເຕົ້າໂຮມ​ຄວາມ​ສາມັກຄີ, ໃນ​ເຂົ້າ​ຮ່ວມ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ພັດທະນາ​ປະເທດ​ຊາດ, ເຂົ້າ​ຮ່ວມ​ການ ຈັດຕັ້ງ​ປະຕິບັດ​ແນວທາງ, ນະໂຍ ບາຍ, ມະຕິ​ຄຳ​ສັ່ງ​ຂອງ​ພັກ, ລັດ​ຖະ​ທຳ​ມະນູນ, ກົດໝາຍ ແລະ ກົດ​ລະບຽບ ຂອງ​ສະຫະພັນ​ແມ່ຍິງ​ລາວ, ອະນຸລັກ ແລະ ສົ່ງ ເສີມ​ມູນເຊື້ອ​ວັດທະນະທຳ, ຮິດ ​ຄອງ​ປະເພນີ​ອັນ​ດີງາມ​ຂອງ​ຊາດ, ເສີມ​ຂະຫຍາຍ​ຄຸນ​ລັກສະນະ​ທີ່​ເປັນ​ມູນເຊື້ອ​ຂອງ​ແມ່ຍິງ​ລາວ​ບັນດາເຜົ່າ, ເຂົ້າ​ຮ່ວມ​ການເຄື່ອນໄຫວ​ວຽກ​ງານ​ຂອງ​ການ ຈັດຕັ້ງ​ພັກ-ລັດ, ອົງການ​ແນວ​ ລາວ​ສ້າງ​ຊາດ, ອົງ​ການຈັດຕັ້ງ​ ມະຫາຊົນ ແລະ ການຈັດຕັ້ງ​ສັງ ຄົມ​ອື່ນໆ​ຕາມ​ພາລະ​ບົດບາດ​ຂອງ​ຕົນ, ເຂົ້າ​ຮ່ວມ​ຄົ້ນຄວ້າ ແລະ ປະກອບ​ຄຳ​ຄິດ​ເຫັນ ຕໍ່​ການ​ສ້າງຕັ້ງ​ສະມາຄົມ, ມູນ​ນິທິ​ຕ່າງໆ, ປະຕິບັດ​ຕາມ​ແນວທາງ​ການ​ຕ່າງປະເທດ​ຂອງ​ພັກ, ລັດຖະ ບານ ໃນ​ການ​ພົວພັນ​ຮ່ວມ​ມື​ກັບ​ສາກົນ ແລະ ປະຕິບັດ​ໜ້າທີ່​ອື່ນໆ ຕາມ​ທີ່​ໄດ້​ກຳນົດ​ໃນ​ກົດໝາຍ, ລະບຽບ​ການ ແລະ ຕາມ​ການ​ມອບ​ໝາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ