ຫຼາຍກົມກອງຈັດຕັ້ງ ເຊື່ອມຊຶມ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII
ເວລາອອກຂ່າວ: 2026-09-07 09:45:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 143 | ຄວາມນິຍົມ: ![]()
ໃນເດືອນ ສິງຫາ 2026 ທີ່ຜ່ານມາ, ຫຼາຍກົມກອງໃນຂອບເຂດທົ່ວປະເທດ, ທັງກຳລັງຫຼວງ ແລະ ກຳລັງທ້ອງຖີ່ນ ເຊິ່ງປະກອບມີ: ສານທະຫານພາກເໜືອ, ກອງພັນໃຫຍ່ 279, ກອງພັນໃຫຍ່ 501, ກອງພັນໃຫຍ່ 502, ກອງພັນປຶນໃຫຍ່ໜ້າດິນ 619, ຫ້ອງການເມືອງ ກອງບັນຊາການທະຫານແຂວງ
ຄຳມ່ວນ, ຫໍພິພິທະພັນປະຫວັດ ສາດກອງທັບ, ກອງພັນ 10, ສູນບັນຊາ 761, ສາງ ອ2, ກອງ ຮ້ອຍ 155 ກອງພົນທີ 5. ໄດ້ຈັດຕັ້ງເຊື່ອມຊຶມ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.
ສຳລັບເອກະສານທີ່ນຳເຜີຍ ແຜ່ປະກອບມີ: ຄຳສັ່ງແນະນຳວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII, ເຊິ່ງປະກອບມີ 5 ໝວດ,30 ມາດຕາ. ກົດລະບຽບ ຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII ເຊິ່ງປະກອບມີ 15 ໝວດ, 64 ມາດຕາ.ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດຄັ້ງທີ X (2026 - 2030).
ຈຸດປະສົງໃນການເຜີຍແຜ່ກໍ ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ຖືກຕ້ອງສອດຄ່ອງ ແລະ ມີປະສິດທິຜົນ, ເພື່ອເຮັດໃຫ້ການເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ເປົ້າໝາຍຕ່າງໆ ມີຄວາມເຂົ້າໃຈເປັນເອກະພາບ ແລະ ຜັນຂະຫຍາຍໃຫ້ແທດເໝາະກັບສະພາບຕົວຈິງ ແລະ ເພື່ອສ້າງການຫັນປ່ຽນທີ່ ແຂງແຮງ, ເລິກເຊິ່ງ ແລະ ຮອບ ດ້ານ ໃຫ້ແກ່ພະນັກງານ ໃນແຕ່ລະຂົງເຂດ ທັງຢູ່ສູນກາງ ແລະ ທ້ອງຖິ່ນ, ທັງເປັນການຍົກສູງຄວາມຮັບຜິດຊອບ ຂອງຕົນໃນການຫັນແນວທາງ, ແຜນນະໂຍ ບາຍ, ເປົ້າໝາຍສູ້ຊົນ ໄປຜັນຂະຫຍາຍໃຫ້ເປັນຮູບປະທຳໄດ້ຮັບຜົນດີ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















