ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກັນຍາ 2026

  

ກວດກາຄວາມພ້ອມ ສະຖານທີ່ການຫັດແອບ-ເຝິກຊ້ອມຊ່ວຍເຫຼືອມະນຸດສະທຳ ແລະ ບໍລິການດ້ານການແພດຮ່ວມ ສອງກອງທັບ ລາວ-ຈີນ “ຂະບວນລົດໄຟສັນຕິພາບ-2026”
ເວລາອອກຂ່າວ: 2026-09-03 15:00:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 389 | ຄວາມນິຍົມ:



ວັນທີ 3 ກັນຍາ 2026 ນີ້, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າຄະນະຊີ້ນໍາລວມວຽກງານຂະບວນລົດໄຟສັນຕິພາບ ລາວ-ຈີນ ພ້ອມດ້ວຍຄະນະ ກົມວິຊາສະເພາະ, ຫ້ອງການ, ຄະນະອະນຸກໍາມະການ, ວິຊາການທີ່ກ່ຽວຂ້ອງ ໄດ້ໄດ້ເຄື່ອນໄຫວຕິດຕາມ, ກວດກາສະຖານທີ່ຄວາມພ້ອມ ຂອງການຫັດແອບ-ເຝິກຊ້ອມຊ່ວຍເຫຼືອມະນຸດສະທຳ ແລະ ບໍລິການດ້ານການແພດຮ່ວມສອງກອງທັບ ລາວ-ຈີນ "ຂະບວນລົດໄຟສັນຕິພາບ-2026" ທີ່ຈະເປີດຂຶ້ນຢ່າງເປັນທາງການ ໃນວັນທີ 7 ກັນຍາ 2026 ນີ້. ອີງຕາມການຮ່ວມມືສອງຝ່າຍ ລະຫວ່າງ ກອງທັບປະຊາຊົນລາວ ກັບ ກອງທັບປົດປ່ອຍປະຊາຊົນຈີນ ຂະບວນລົດໄຟສັນຕິພາບ-2026 ເຊິ່ງຈຸດປະສົງ ແລະ ຄາດໝາຍ ເພື່ອຈັດຕັ້ງປະຕິບັດແຜນການລວມໃນການຮ່ວມມືດ້ານການທະຫານ ຂອງສອງກອງທັບ ລາວ-ຈີນ ໃຫ້ເປັນຮູບປະທຳ, ລົງເລິກຂະຫຍາຍການຮ່ວມມືດ້ານສາທາລະນະສຸກ ຂອງສອງກອງທັບ ລາວ-ຈີນ ໃຫ້ປະກົດຜົນເປັນຈິງ, ຍົກລະດັບຄວາມສາມາດໃນການຮ່ວມກັນບັນຊາວຽກງານເສນາຮັກ-ພະລາທິການ ແລະ ຮ່ວມກອບກູ້ຊ່ວຍເຫຼືອໄພພິບັດ ແລະ ການບໍລິການດ້ານການແພດ ລະຫວ່າງ ສອງກອງທັບ ເພື່ອສ້າງເປັນແບບແຜນສະເພາະໃຫ້ແກ່ການແລກປ່ຽນຮ່ວມມືດ້ານການແພດການທະຫານ ລະຫວ່າງສອງຝ່າຍສືບຕໍ່ເສີມຂະຫຍາຍໄມຕີຈິດມິດຕະພາບອັນເປັນມູນເຊື້ອ ຂອງສອງປະເທດໃຫ້ແໜ້ນແຟ້ນຍິ່ງໆ ຂຶ້ນ, ຊຸກຍູ້ການພົວພັນມິດຕະພາບຂອງສອງປະເທດ-ສອງກອງທັບ ໃຫ້ປະກົດຜົນເປັນຈິງ ແລະ ກ້າວເຂົ້າສູ່ລວງເລິກ, ຮັບປະກັນບັນດາໜ້າວຽກໃຫ້ຖືກຕ້ອງຕາມຫຼັກການ, ຂັ້ນຕອນ, ການກຳນົດເວລາ ແລະ ມີສິດທິຜົນ, ມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ຜົນສໍາເລັດຈົບງາມ, ຍົກລະດັບຄວາມຮູ້ ຄວາມສາມາດ ແລະ ຄວາມຊຳນານໃນການກຽມພ້ອມກອບກູ້ໄພພິບັດທຸກເງື່ອນໄຂ ຕະຫຼອດໄລຍະການກະກຽມ ແລະ ເຝິກຊ້ອມຕ້ອງຮັບປະກັນໃຫ້ມີຄວາມປອດໄພຮອບດ້ານ. ບາດກ້າວດໍາເນີນ, ຄະນະຝ່າຍຈີນ ສົມທົບກັບຝ່າຍລາວ ເຄື່ອນໄຫວສໍາຫຼວດເກັບກຳຂໍ້ມູນພາກສະໜາມ ແລະ ສິ່ງອໍານວຍຄວາມສະດວກໄລຍະທີໜຶ່ງ ການຈັດຕັ້ງກະກຽມຕ່າງໆ ຢູ່ສະຖານີລົດໄຟສະຖານີປ່ຽນຖ່າຍສິນຄ້າວຽງຈັນໃຕ້ (ດົງໂພສີ), ໂຮງໝໍສູນກາງ 103 ກອງທັບ, ໂຮງໝໍບໍລິເວນ 106 ກອງທັບ, ໂຮງໝໍບໍລິເວນ 109 ກອງທັບ ແລະ ໂຮງໝໍທະຫານແຂວງອັດຕະປື ພ້ອມທັງລົງນາມບົດບັນທຶກ ຄັ້ງທີ 1 ໃນວັນທີ 3 ກໍລະກົດ 2026, ສໍາຫຼວດຂໍ້ມູນເກັບກຳຢູ່ພື້ນທີ່ຈະຈັດການເຝິກຊ້ອມ ແລະ ສະຖານທີ່ບໍລິການກວດສຸຂະພາບ, ຄະນະຝ່າຍ ຈີນ-ລາວ ໄດ້ເອກະພາບ ແລະ ລົງນາມບົດບັນທຶກຄັ້ງທີ 2 ໃນວັນທີ 5 ສິງຫາ 2026 ຢູ່ ສປ ຈີນ ເພື່ອປຶກສາຫາລື ແລະ ເອກະພາບແຜນຮອບດ້ານຄັ້ງສຸດທ້າຍ, ເນື້ອໃນ-ຂັ້ນຕອນ ຂອງການເຝິກຊ້ອມ ແລະ ພັນທະຕ່າງໆ ລະຫວ່າງສອງຝ່າຍ, ລາຍງານ ແລະ ສ້າງເອກະສານເພື່ອຂໍອະນຸມັດຈາກຂັ້ນເທິງ, ກະກຽມບຸກຄະລາກອນ, ຢາປົວພະຍາດ, ວັດຖຸອຸປະກອນ, ພາຫະນະ ແລະ ສະຖານທີ, ເພື່ອຮັບໃຊ້ໃຫ້ແກ່ການເຝິກຊ້ອມ, ກະກຽມແຜນການວຽກງານຮັບປະກັນຮອບດ້ານທາງດ້ານວຽກງານການເມືອງ, ພະລາທິການ, ເຕັກນິກ ແລະ ພົວພັນຕ່າງປະເທດ ເພື່ອຮັບໃຊ້ໃຫ້ແກ່ການເຝິກຊ້ອມ. ໂອກາດນີ້, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ໄດ້ຮຽກຮ້ອງໃຫ້ຄະນະຊີ້ນໍາລວມ, ກົມວິຊາສະເພາະ, ຄະນະອະນຸກໍາມະການ ແລະ ພະນັກງານ, ວິຊາການທີ່ກ່ຽວຂ້ອງທຸກສະຫາຍ, ຈົ່ງເອົາໃຈໃສ່ສຸມທຸກສະຕິປັນຍາ ຂອງຕົນເອງ ເຂົ້າໃນການຈັດຕັ້ງປະຕິບັດການອົບຮົມ-ຫັດແອບ, ເຝິກຊ້ອມຊ່ວຍເຫຼືອມະນຸດສະທຳ ແລະ ບໍລິການດ້ານການແພດຮ່ວມສອງກອງທັບ ລາວ-ຈີນ "ຂະບວນລົດໄຟສັນຕິພາບ-2026 ໃນຄັ້ງນີ້, ໃຫ້ມີຜົນສໍາເລັດຢ່າງຈົບງາມ. ໂດຍ: ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ