ເປີດຊຸດອົບຮົມ-ຫັດແອບ ການເມືອງ, ການທະຫານ ໃຫ້ກຳລັງກອງຫຼອນ-ປກສ ບ້ານ ທົ່ວນະຄອນປາກເຊ ປະຈໍາປີ 2026
ເວລາອອກຂ່າວ: 2026-09-03 14:52:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 329 | ຄວາມນິຍົມ: ![]()
ວັນທີ 3 ກັນຍາ 2026 ນີ້, ກອງບັນຊາການທະຫານນະຄອນປາກເຊ ແຂວງຈໍາປາສັກ ໄດ້ຈັດພີທີ ເປີດຊຸດອົບຮົມ-ຫັດແອບ ການເມືອງ, ການທະຫານ ໃຫ້ກຳລັງກອງຫຼອນ-ປກສ ບ້ານ ທົ່ວນະຄອນປາກເຊ ປະຈໍາປີ 2026 ໂດຍການເປັນປະທານ ຂອງສະຫາຍ ປອ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ, ຮອງປະທານຄະນະກຳມະການ ປກຊ-ປກສ ແຂວງຈໍາປາສັກ, ມີ ສະຫາຍ ປອ ບຸນຍະເດດ ທອງສະຫວັນ ຄະນະປະຈໍາພັກແຂວງ, ເລຂາຄະນະພັກນະຄອນ, ປະທານ ຄະນະກຳມະການ ປກຊ-ປກສ ນະຄອນປາກເຊ, ມີແຂກທີ່ຖືກເຊີນ ຈາກ ກອງບັນຊາການທະຫານແຂວງ, ກອງບັນຊາການ ປກສ ແຂວງ, ຫ້ອງການ ຄະນະກໍາມະການ ປກຊ-ປກສ ແຂວງ, ປະທານຄະນະກຳມະການປົກຄອງນະຄອນປາກເຊ, ກອງບັນຊາການ ປກຊ-ປກສ ນະຄອນປາກເຊ, ປະທານຄະນະກຳມະການປົກຄອງ 4 ຕາແສງ, ອຳນາດການປົກຄອງບ້ານ ພ້ອມດ້ວຍ ຄະນະຮັບຜິດຊອບ, ພະນັກງານ ຄູ-ອາຈານ ແລະ ກຳລັງກອງຫຼອນ-ປກສ ບ້ານ ທົ່ວນະຄອນປາກເຊ ເຂົ້າຮ່ວມ.
ສະຫາຍ ພັນໂທ ໄພວັນ ຫຼວງໄຊສົງຄາມ ກໍາມະການພັກນະຄອນ, ຫົວໜ້າການທະຫານ ກອງບັນຊາການທະຫານນະຄອນປາກເຊ ໄດ້ຜ່ານຂໍ້ຕົກລົງ ຂອງຫ້ອງເສນາທິການ ກອງບັນຊາການທະຫານແຂວງຈໍາປາສັກ ວ່າດ້ວຍການອະນຸມັດໃຫ້ກອງບັນຊາການທະຫານນະຄອນປາກເຊ ເປີດຊຸດອົບຮົມ-ຫັດແອບ ການເມືອງ, ການທະຫານ ໃຫ້ກຳລັງຫຼອນ-ປກສ ບ້ານ 4 ຕາແສງ ທົ່ວນະຄອນປາກເຊ ປະຈຳປີ 2026. ຈາກນັ້ນ, ສະຫາຍ ພັນຕີ ວິລັດ ອິນທະວົງສາ ຮອງຫົວໜ້າການທະຫານ ກອງບັນຊາການທະຫານນະຄອນປາກເຊ ໄດ້ຜ່ານແຜນການອົບຮົມ-ຫັດແອບ ເຊິ່ງມີກຳລັງກອງຫຼອນ-ປກສ ບ້ານ ເຂົ້າຮ່ວມທັງໝົດ 84 ສະຫາຍ, ກຳລັງ ປກສ ບ້ານ 42 ສະຫາຍ, ເອກະສານທີ່ນຳມາອົບຮົມ ປະກອບມີ: ພາກການເມືອງ, ພາກສິລະປະຍຸດ-ຍຸດທະວິທີທາງການທະຫານ ແລະ ພາກວິຊາສະເພາະ ປກສ ບ້ານ, ກຳນົດເວລາ 12 ວັນຈຶ່ງຈະສໍາເລັດ. ການອົບຮົມ-ຫັດແອບຄັ້ງນີ້ ເພື່ອແນໃສ່ເຮັດໃຫ້ກຳລັງກອງຫຼອນ-ກຳລັງ ປກສ ບ້ານ ໄດ້ຮັບຮູ້ເຊື່ອມຊຶມ, ກຳແໜ້ນ ວຽກງານ ປກຊ-ປກສ ຂອງພັກ-ລັດ ໃນສະພາບການໃໝ່, ທັງເປັນການຍົກລະດັບຄວາມຮູ້ ຄວາມສາມາດ ທາງດ້ານສິລະປະຍຸດ-ຍຸດທະວິທີ ໃຫ້ມີຄວາມຊໍານິຊໍານານ, ຄ່ອງແຄ້ວ ໃນການນຳໃຊ້ອາວຸດຍຸດໂທປະກອນ, ຮູ້ໝູນໃຊ້ພູມີປະເທດຖືກຕ້ອງ ກັບສະພາບການຕົວຈິງ, ນອກນີ້ ຍັງເປັນການປູກຈິດສຳນຶກໃຫ້ກຳລັງກອງຫຼອນ-ປກສ ບ້ານ ມີນໍ້າໃຈຮັກຊາດ, ຮູ້ຫຼັກການຈັດຕັ້ງປະກອບ, ສິດ ແລະ ໜ້າທີ່ຂອງຕົນ ໃນການເຮັດໜ້າທີ່ເປັນເສນາທິການໃຫ້ແກ່ອົງການປົກຄອງຂັ້ນບ້ານ ກໍຄືເຮັດໜ້າທີ່ວຽກງານ ປກຊ-ປກສ ສາມາດແກ້ໄຂປະກົດການຫຍໍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນພາຍໃນບ້ານ.
ໂອກາດນີ້, ສະຫາຍ ປອ ສຸກສະຫວັນ ວິໄລວົງ ໄດ້ໂອ້ລົມຫຼາຍບັນຫາສໍາຄັນ ພ້ອມທັງ ມອບຄອມພິວເຕີ ຈໍານວນ 1 ຊຸດ ມູນຄ່າ 16 ລ້ານກວ່າກີບ ໃຫ້ແກ່ກອງບັນຊາການທະຫານນະຄອນປາກເຊ ເພື່ອນໍາໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານ ຢູ່ພາຍໃນກົມກອງ ຕື່ມອີກ.
ໂດຍ: ດາວົງ ບຸດຕະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















