ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກັນຍາ 2026

  

ພະແນກຊາວໜຸ່ມ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ສະຫຼຸບຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2025
ເວລາອອກຂ່າວ: 2026-09-03 14:44:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 322 | ຄວາມນິຍົມ:



ກອງປະຊຸມສະຫຼຸບວຽກງານຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2025 ແລະ ວາງທິດທາງແຜນການ ປະຈຳປີ 2026 ຂອງພະແນກຊາວໜຸ່ມ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ແລະ ມອບໃບຢັ້ງຢືນນາມມະຍົດ 4 ບຸກ ໃຫ້ການຈັດຕັ້ງ ແລະ ສະມາຊິກຊາວໜຸ່ມ ໄດ້ຈັດຂຶ້ນໃນວັນທີ 3 ກັນຍາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ສຳລີ ຈັນທະວົງ ຫົວໜ້າການເມືອງ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ, ມີຄະນະພັກ-ຄະນະບັນຊາ ຫ້ອງການ, ກອງພັນ, ຄະນະບໍລິຫານງານຊາວໜຸ່ມ, ຄະນະໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ເຂົ້າຮ່ວມ. ສະຫາຍ ພັນໂທ ຈັນໂທ ສີປາພອນ ຫົວໜ້າພະແນກຊາວໜຸ່ມ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ສະຫຼຸບການເຄື່ອນໄຫວວຽກງານຂະບວນການ ແລະ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໄລຍະ 1 ປີຜ່ານມາ ພະແນກຊາວໜຸ່ມ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດປັນກົກ, ນຳພາ-ຊີ້ນໍາ ຄະນະບໍລິຫານງານຊາວໜຸ່ມ, ຄະນະໜ່ວຍຊາວໜຸ່ມ ໃນແຕ່ລະຫົວໜ່ວຍກົມກອງ ເຮັດໃຫ້ສະມາຊິກຊາວໜຸ່ມ ມີແນວຄິດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີ ຕໍ່ພັກ-ລັດ, ປະເທດຊາດ, ມີແນວຄິດອຸ່ນອຸນທຸ່ນທ່ຽງ, ກຳແໜ້ນແນວທາງແຜນນະໂຍບາຍ ຂອງພັກ, ກົດໝາຍ ຂອງລັດ, ຂໍ້ກຳນົດ, ກົດລະບຽບ ຂອງກອງທັບ, ເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານເຝິກແອບຮໍ່າຮຽນ ແລະ ກຽມພ້ອມສູ້ຮົບ, ຂະບວນການກິລາ, ສິລະປະ-ວັນນະຄະດີ ແລະ ຂະບວນການອື່ນໆ ທີ່ປິ່ນອ້ອມ. ຜ່ານການເຄື່ອນໄຫວປະຕິບັດໜ້າທີ່ວຽກງານດ້ານຕ່າງໆ ສາມາດຄັດເລືອກຄະນະບໍລິຫານງານຊາວໜຸ່ມ, ໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ໄດ້ຄື: ຂັ້ນຄະນະບໍລິຫານງານຊາວໜຸ່ມ ປະເພດນຳໜ້າ 4 ບຸກ ຈໍານວນ 2 ຄະນະ, ແຂງ 6 ຄະນະ, ໜ່ວຍຊາວໜຸ່ມ ນຳໜ້າ 4 ບຸກ 9 ໜ່ວຍ, ແຂງ 16 ໜ່ວຍ, ສ້າງຊາວໜຸ່ມນໍາໜ້າ 4 ບຸກ ໄດ້ 336 ສະຫາຍ, ຍິງ 117 ສະຫາຍ ເທົ່າກັບ 30,05%, ແຂງ 440 ສະຫາຍ, ຍິງ 8 ສະຫາຍ ເທົ່າກັບ 39,35%. ສາມາດຕີລາຄາໄດ້ດັ່ງນີ້: ບຸກທາງດ້ານວຽກງານແນວຄິດ ໄດ້ 98%; ບຸກທາງດ້ານການເຝິກຝົນຫຼໍ່ຫຼອມ-ຮໍ່າຮຽນ ໄດ້ 96%; ບຸກທາງດ້ານວຽກງານການຈັດຕັ້ງ ໄດ້ 95%; ບຸກທາງດ້ານວິຊາຊີບ-ສ້າງວຽກເຮັດງານທຳ ໄດ້ 95%. ກອງປະຊຸມ ໄດ້ຜ່ານແຜນການແຂ່ງຂັນ 4 ບຸກ ປະຈຳປີ 2026 ພ້ອມທັງ ຮັບຮອງເອົາຂໍ້ແຂ່ງຂັນໄປຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ, ພ້ອມນີ້ ຍັງໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍອະນຸມັດໃບຢັ້ງຢືນນາມມະຍົດ 4 ບຸກໃຫ້ການຈັດຕັ້ງຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ຢູ່ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ແລະ ມອບໃບຢັ້ງຢືນ 4 ບຸກ ໃຫ້ຢ່າງສົມກຽດ. ໂດຍ: ຄຳແປງ ຟອງສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ