ໜ່ວຍພັກທີ III ຄະນະພັກຮາກຖານ ຫ້ອງການເມືອງ ກອງພົນທີ 4 ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາໄຕມາດ II ປີ 2026 ແລະ ຮັບສະມາຊິກພັກສົມບູນ-ສໍາຮອງ
ເວລາອອກຂ່າວ: 2026-09-03 14:14:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 175 | ຄວາມນິຍົມ: ![]()
ວັນທີ 2 ກັນຍາ 2026 ນີ້, ໜ່ວຍພັກທີ III ຄະນະພັກຮາກຖານ ຫ້ອງການເມືອງ ກອງພົນທີ 4 ໄດ້ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳໄຕມາດ II ແລະ ວາງທິດທາງແຜນການ ປະຈຳໄຕມາດ III ປີ 2026 ພ້ອມທັງ ປະກາດການອະນຸມັດເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນ ແລະ ຮັບເອົາມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ນາງ ລໍາເຮືອງ ບຸດຕະວົງ ກໍາມະການຄະນະພັກຮາກຖານ ຫ້ອງການເມືອງ ຫົວໜ້າພະແນກບໍລິຫານ ຫ້ອງການເມືອງ ກອງພົນທີ 4, ມີຄະນະໜ່ວຍພັກ ຕະຫຼອດຮອດ ສະມາຊິກພັກສົມບູນ ແລະ ສໍາຮອງ ເຂົ້າຮ່ວມຢ່າງ.
ສະຫາຍ ພັນໂທ ທິບພະວົງ ສຸກແສງອາລຸນ ຮອງເລຂາໜ່ວຍພັກທີ III ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳໄຕມາດ II ແລະ ທິດທາງແຜນການ ປະຈຳໄຕມາດ III ປີ 2026, ເຊິ່ງຄະນະໜ່ວຍພັກທີ III ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ, ສະມາຊິກພັກ-ນັກຮົບ ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄຳສັ່ງ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ຂໍ້ກຳນົດ, ກົດລະບຽບ ຂອງກອງທັບ ເວົ້າລວມ, ເວົ້າສະເພາະແມ່ນ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກ ກອງພົນທີ 4 ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ຖືສຳຄັນໃນການປັບປຸງກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຕາມ 5 ຫຼັກການ 3 ທິດນຳ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເປັນບ່ອນອີງໃນການປັບປຸງກໍ່ສ້າງໜ່ວຍພັກໃຫ້ມີຄວາມເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງແບບແຜນວິທີນຳພາ ການປະຕິບັດໜ້າທີ່ການເມືອງ.
ໃນພິທີ, ຍັງໄດ້ຜ່ານມະຕິຕົກລົງ ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນ ຈໍານວນ 1 ສະຫາຍ ຄື: ສະຫາຍ ຮ້ອຍໂທ ໄພສັນ ທອງສະຫວັດ ແລະ ຜ່ານມະຕິຕົງລົງ ວ່າດ້ວຍການອະນຸມັດໃຫ້ມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ຢູ່ໜ່ວຍພັກທີ III ຈໍານວນ 2 ສະຫາຍ ຄື: ສະຫາຍ ຮ້ອຍໂທ ເຫຼົາພອນ ກິດຕິວັນໂນ ແລະ ຮ້ອຍຕີ ນາງ ຕຸກຕາ ພານຸວົງ ເຂົ້າເປັນສະມາຊິກພັກສຳຮອງ ພັກປະຊາຊົນປະຕິວັດລາວ.
ໂດຍ: ພອນເທບ ຈອມມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














