ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກັນຍາ 2026

  

ກົມ 213 ປະກາດການແຕ່ງຕັ້ງຂັ້ນນໍາພາ-ບັນຊາ ແລະ ອະນຸມັດໃຫ້ນາຍທະຫານ ພັກການ ບໍານານ
ເວລາອອກຂ່າວ: 2026-09-03 11:48:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 455 | ຄວາມນິຍົມ:



ພິທີ ປະກາດການແຕ່ງຕັ້ງຂັ້ນນໍາພາ-ບັນຊາ ແລະ ອະນຸມັດໃຫ້ນາຍທະຫານ ພັກການ ຮັບບໍານານ ຢູ່ກົມ 213 ໄດ້ຈັດຂຶ້ນໃນວັນທີ 3 ກັນຍາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ເຜີຍເພັດ ພົມສີຈັນ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ກົມ 213, ມີຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງພັນ, ສູນ, ໂຮງຮຽນ, ພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ໜູທອງ ທຸມພະລາ ຫົວໜ້າພະແນກຈັດຕັັ້ງພັກ ກົມ 213 ໄດ້ຜ່ານມະຕິຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງກຳມະການໜ່ວຍພັກ ໃນນັ້ນ, ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ອິນທະວົງ ແສງລາທອນ ເປັນກຳມະການໜ່ວຍພັກ ຫ້ອງການເມືອງ ກົມ 213. ຈາກນັ້ນ, ສະຫາຍ ພັນໂທ ເພັດສຸພົນ ວົງຄໍາພັນ ຫົວໜ້າພະແນກພະນັກງານ ກົມ 213 ໄດ້ຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບ ແລະ ກົມ 213 ວ່າດ້ວຍການອະນຸມັດ ໃຫ້ນາຍທະຫານ ຢູ່ກົມ 213 ພັກການ ຮັບບຳນານ ຈຳນວນ 18 ສະຫາຍ ແລະ ໄດ້ຜ່ານຂໍ້ຕົກ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນໂທ ແວວມະນີ ອຸດທຸມມະຈັກ ເປັນຮອງອຳນວຍການ ຮັບຜິດຊອບວຽກພະລາທິການ ທັງເປັນຫົວໜ້າພະແນກພະລາທິການ ໂຮງຮຽນ 306, ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນໂທ ຄຳມ່ວນ ຄຳດີ ເປັນຫົວໜ້າພະແນກບໍລິຫານ-ສັງລວມ ຫ້ອງການເມືອງ, ຮ້ອຍເອກ ສະນັ່ນເນື່ອງ ພິລາວົງ ເປັນຮອງຫົວໜ້າພະແນກບໍລິຫານ-ສັງລວມ ຫ້ອງການເມືອງ, ສະຫາຍ ຮ້ອຍເອກ ສຸລິກອນ ໂງດສາຍຄຳ ເປັນຮອງຫົວໜ້າພະແນກຊາວໜຸ່ມ, ສະຫາຍ ພັນໂທ ຄຳຜອຍ ເພັງພະຈັນ ເປັນຫົວໜ້າການທະຫານ, ສະຫາຍ ພັນໂທ ຈັນທະວົງ ພົມສະຫວັນ ເປັນຫົວໜ້າການເມືອງ, ສະຫາຍ ພັນໂທ ຄຳພິນ ເພັດດວງແກ້ວ ເປັນຮອງຫົວໜ້າການທະຫານ ແລະ ສະຫາຍ ພັນໂທ ເຜີຍນະຄອນ ເລືອງລາວັນ ເປັນຮອງຫົວໜ້າການເມືອງ ກອງພັນ 233 ກົມ 213. ໂອກາດນີ້, ສະຫາຍ ພົນຈັດຕະວາ ເຜີຍເພັດ ພົມສີຈັນ ໄດ້ເນັ້ນໜັກໃຫ້ບັນດາທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ຈົ່ງສືບຕໍ່ຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເຝິກຝົນຫຼໍ່ຫຼອມຕົນເອງ ເປັນແບບຢ່າງທີ່ດີໃນທຸກດ້ານ, ເສີມຂະຫຍາຍບົດບາດການນໍາ, ປັບປຸງແບບແຜນວິທີເຮັດວຽກຢ່າງມີຫຼັກການ ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ສຸມເຫື່ອແຮງສະຕິປັນຍາຄວາມຮູ້ ຄວາມສາມາດ ເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະ, ສືບຕໍ່ເຮັດວຽກງານສຶກສາອົບຮົບການເມືອງ-ນຳພາແນວຄິດ ໃຫ້ທົ່ວເຖິງທຸກເປົ້າໝາຍ. ໂດຍ: ວັນນະລັກ ວົງພົມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ