ຄະນະພັກຮາກຖານ ໂຮງຮຽນ 303 ສະຫຼຸບການກໍ່ສ້າງໜວ່ຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025
ເວລາອອກຂ່າວ: 2026-09-03 11:27:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 285 | ຄວາມນິຍົມ: ![]()
ວັນທີ 3 ກັນຍາ 2026 ນີ້, ຄະນະພັກຮາກຖານ ໂຮງຮຽນ 303 ໄດ້ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ແລະ ວາງແຜນທິດທາງແຜນການ ປະຈໍາປີ 2026 ໂດຍການເປັນປະທານ ຂອງສະຫາຍ ພັນເອກ ດາວອນ ສີມາລາຄຳ ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງ ໂຮງຮຽນ 303, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມະຊິກພັກ ເຂົ້າຮ່ວມ.
ສະຫາຍ ພັນໂທ ສີພາ ສີພາວັນ ຮອງຫົວໜ້າພະແນກການເມືອງ ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ກົມກອງ 3 ປອດ ປະຈໍາປີ 2025 ຜ່ານມາ, ຄະນະພັກແຕ່ລະຂັ້ນ ໄດ້ຖືເອົາວຽກງານສຶກສາອົບຮົບການເມືອງ-ນໍາພາແນວຄິດເປັນກົກ, ນໍາເອົາມະຕິ, ຄໍາສັ່ງເອກະສານຕ່າງໆ ມາເຜີຍແຜ່, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕົວຈິງ ເຮັດໃຫ້ພະນັກງານ ສະມາຊິກພັກ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ກົດໝາຍຂອງລັດ ເຮັດສໍາເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ. ໃນ 1 ປີຜ່ານ ມາສາມາດຢັ້ງຢືນໜ່ວຍພັກເປັນໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ກົມກອງ 3 ປອດ ໄດ້ຕາມຄາດໝາຍ.
ຈາກນັ້ນ, ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ໃຫ້ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ໂຮຽຮຽນ 303 ຈໍານວນ 4 ໜ່ວຍພັກ ຄື: ໜ່ວຍພັກ ພະແນກພະລາທິການ ສະໄໝທີ 7, ໜ່ວຍພັກ ກອງພັນນັກຮຽນ ສະໄໝທີ 7, ໜ່ວຍພັກ ພະແນກບໍລິຫານ ສະໄໝທີ 6, ໜ່ວຍພັກ ພະແນກການເມືອງ ສະໄໝທີ 1 ແລະ ຂໍ້ຜ່ານຕົກລົງ ວ່າດ້ວຍການຢັ້ງຢືນຮັບຮອງເປັນກົມກອງປອດໃສ ປອດໄພ ແລະ ປອດຄະດີ ພ້ອມທັງ ມອບ-ຮັບ ໃບຢັ້ງຢືນໃຫ້ໜ່ວຍພັກ ທີ່ໄດ້ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ກົມກອງ 3 ປອດ ຢ່າງສົມກຽດ.
ໂດຍ: ແດງ ນັນທະສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















