ບໍລິສັດ ຢຸນນານ ວັນເວ ຈຳກັດຜູ້ດຽວ ມອບອຸປະກອນໄຟຟ້າແສງຕາເວັນ ໃຫ້ກອງບັນຊາການທະຫານແຂວງຜົ້ງສາລີ
ເວລາອອກຂ່າວ: 2026-09-03 10:58:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 258 | ຄວາມນິຍົມ: ![]()
ວັນທີ 2 ກັນຍາ 2026 ນີ້, ຢູ່ທີ່ ກອງບັນຊາການທະຫານແຂວງຜົ້ງສາລີ, ບໍລິສັດ ຢຸນນານ ວັນເວ ຈຳກັດຜູ້ດຽວ ໄດ້ມອບອຸປະກອນໄຟຟ້າແສງຕາເວັນ ຈຳນວນ 20 ຊຸດ ລວມມູນຄ່າ 18.000.000 ກີບ ໃຫ້ກອງບັນຊາການທະຫານແຂວງຜົ້ງສາລີ ເຊິ່ງກ່າວມອບໂດຍ ສະຫາຍ ອາຮຸຍ ພະນັກງານວິຊາການ ຕາງໜ້າບໍລິສັດ ຢຸນນານ ວັນເວ ຈໍາກັດຜູ້ດຽວ ແລະ ກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ, ມີຄະນະພັກ-ຄະນະບັນຊາ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ໄດ້ຕາງໜ້າຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ ກອງບັນຊາການທະຫານແຂວງຜົ້ງສາລີ ສະແດງຄວາມຂອບໃຈ ມາຍັງບໍລິສັດ ຢຸນນານ ວັນເວ ຈຳກັດຜູ້ດຽວ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ: ຈະນຳໃຊ້ອຸປະກອນໄຟຟ້າແສງຕາເວັນເຫຼົ່ານີ້ ໃຫ້ເກີດປະໂຫຍດສູງສຸດ ແລະ ມີປະສິດທິພາບສູງ.
ໂດຍ: ນາງ ສຸນາລີ ອຸ່ນວີໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















