ວຕກ ປະກາດການບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ
ເວລາອອກຂ່າວ: 2026-09-03 10:54:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 248 | ຄວາມນິຍົມ: ![]()
ວັນທີ 2 ກັນຍາ 2026 ນີ້, ວິທະຍາຄານເຕັກນິກການທະຫານ (ວຕກ) ໄດ້ປະກາດການບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ວຕກ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ລຽນວິໄລ ພັນທອງຄຳ ເລຂາຄະນະພັກ, ຫົວໜ້າການເມືອງ ວຕກ, ມີຄະນະພັກ, ຕາງໜ້າພະແນກຈັດຕັ້ງພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.
ໃນພິທີ ຕາງໜ້າພະແນກຈັດຕັ້ງພັກ ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກ ວຕກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍພັກຕ່າງໆ ໃນນີ້, ໜ່ວຍພັກ ຫ້ອງເຕັກນິກ: ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ວົງຈິດ ໄຟສະຫວ່າງ ເປັນຮອງເລຂາໜ່ວຍພັກ, ສະຫາຍ ພັນໂທ ສຸດໃຈ ສຸກກະເສີມ ເປັນກຳມະການໜ່ວຍພັກ; ໜ່ວຍພັກ ສູນເຝິກຫັດທົດລອງ: ບົ່ງຕົວແຕ່ງຕັ້ງ ສະຫາຍ ຮ້ອຍເອກ ສົມອົກ ທູວິງປະສົງ ເປັນຮອງເລຂາໜ່ວຍພັກ, ສະຫາຍ ພັນຕີ ລີຫັນໄຊ ກົມມະເມືອງ ເປັນກຳມະການໜ່ວຍພັກ; ໜ່ວຍພັກ ກອງພັນຄຸ້ມຄອງນັກສຶກສາທີ II: ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ດອນແກ້ວ ທະວິນໄຊ ເປັນເລຂາໜ່ວຍພັກ ແລະ ສະຫາຍ ພັນຕີ ອຳພອນ ພິມມະວົງ ເປັນກຳມະການໜ່ວຍພັກ.
ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ລຽນວິໄລ ພັນທອງຄຳ ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຕະຫຼອດຮອດບັນດາສະມາຊິກພັກ ຈົ່ງຍົກສູງວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ ເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກ, ນັກຮົບ, ນັກສຶກສາ ທີ່ຢູ່ພາຍໃຕ້ການບັນຊາຂັ້ນຕົນ ມີຄວາມໜັກແໜ້ນດ້ານຄຸນທາດການເມືອງ, ປະຕິບັດຂໍ້ກຳນົດ, ກົດລະບຽບ ຂອງພັກຢ່າງເຂັ້ມງວດ ເພື່ອຄວາມໂປ່ງໃສພາຍໃນໜ່ວຍພັກ, ຈັດຕັ້ງປະຕິບັດ 5 ຫຼັກການ 3 ທິດນຳ ຂອງພັກ ເຂົ້າສູ່ລວງເລິກຢ່າງຕັ້ງໜ້າ ໂດຍປິ່ນອ້ອມມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ວຕກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໃຫ້ປະກົດຜົນເປັນຈິງ.
ໂດຍ: ເພັດນາລີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















