ໂຮງແຮມລາດຊະວົງ ວັນດ້າວິສຕ້າ ມອບເຄື່ອງຊຸກຍູ້ ໃຫ້ກ້ອນກຳລັງສວນສະໜາມ ກອງພັນ 793
ເວລາອອກຂ່າວ: 2026-09-03 10:43:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 175 | ຄວາມນິຍົມ: ![]()
ວັນທີ 1 ກັນຍາ 2026 ນີ້, ໂຮງແຮມລາດຊະວົງ ວັນດ້າວິສຕ້າ ໄດ້ນຳເອົາເຄື່ອງບໍລິໂພກ ເປັນຕົ້ນແມ່ນກະຕ່າຂອງຂວັນ, ນ້ຳດື່ມ 40 ແພັກ, ກາເຟ 20 ຖົງ ລວມມູນຄ່າ 4.380.000 ກີບ ມອບໃຫ້ກ້ອນກຳລັງສວນສະໜາມ ກອງພັນ 793 ກອງພັນໃຫຍ່ 279 ທີ່ພວມຫັດແອບສວນສະໜາມ ຢູ່ກອງພັນ 793, ໂດຍການກ່າວມອບ ຂອງທ່ານ ລີຊູຢາງ ຜູ້ຕາງໜ້າບໍລິຫານໂຮງແຮມ ລາດຊະວົງ ວັນດ້າວິສຕ້າ ພ້ອມດ້ວຍຄະນະ ແລະ ກ່າວຮັບໂດຍ ສະຫາຍ ພັນໂທ ຄຳປະເສີດ ພິມມະສອນ ຫົວໜ້າການທະຫານ ກອງພັນ 793 ພ້ອມດ້ວຍຄະນະ.
ການມອບເຄື່ອງຊຸກຍູ້ ໃຫ້ກອງພັນ 793 ໃນຄັ້ງນີ້, ແມ່ນເປັນການປະກອບສ່ວນຊຸກຍູ້ ແລະ ໃຫ້ກຳລັງໃຈພະນັກງານ-ນັກຮົບ ໃນກ້ອນກຳລັງສວນສະໜາມ ກອງພັນ 793 ໃຫ້ມີຄວາມກະຕືລືລົ້ນ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກ ຕະຫຼອດໄລຍະການຫັດແອບ ເພື່ອຮັບປະກັນ ໃຫ້ແກ່ການເຂົ້າຮ່ວມສວນສະໜາມສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບລົດຕັງ-ຍານເກາະ ຄົບຮອບ 65 ປີ (1 ຕຸລາ 1961-1 ຕຸລາ 2026) ໃຫ້ມີຄວາມເປັນເອກະພາບ, ເຂັ້ມແຂງ, ສວຍງາມ, ຄ່ອງແຄ້ວ ແລະ ໄດ້ຮັບໝາກຜົນສູງ.
ໂດຍ: ຄຳພັນ ບຸນອ່ອນຈັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















