ກອງບັນຊາການທະຫານເມືອງບໍ່ແຕນ ມອບຊີມັງ ໃຫ້ບ້ານຕາລິງ
ເວລາອອກຂ່າວ: 2026-09-03 10:19:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 184 | ຄວາມນິຍົມ: ![]()
ວັນທີ 1 ກັນຍາ 2026 ນີ້, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ມອບຊີມັງ ໃຫ້ບ້ານຕາລິງ ຕາງໜ້າກ່າວມອບໂດຍ ສະຫາຍ ພັນໂທ ອານຸສິດ ຜາທອງ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງບໍ່ແຕນ ແລະ ຕາງໜ້າກ່າວຮັບໂດຍ ເລຂາພັກບ້ານ, ປະທານປົກຄອງບ້ານຕາລິງ ພ້ອມດ້ວຍປະຊາຊົນ ເຂົ້າຮ່ວມ.
ຊີມັງ ທີ່ມອບໃນຄັ້ງນີ້ ມີຈໍານວນ 10 ເປົາ ມູນຄ່າ 1.260.000 ກີບ ເພື່ອນໍາໃຊ້ເຂົ້າໃນການກໍ່ສ້າງທາງເບຕົງທາງຊອຍລົງນໍ້າຮອຍ ເພື່ອເຮັດໃຫ້ການສັນຈອນໄປມາ ຂອງປະຊາຊົນ ມີຄວາມສະດວກສະບາຍ ແລະ ປອດໄພ ທັງເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງບ້ານແຮກສ່ຽວ ທີ່ກົມກອງຕັ້ງທັບຢູ່.
ໂດຍ: ແກ້ວອຸດອນ ວັນວິໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















