ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກັນຍາ 2026

  

ປະກາດການບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານ, ເລຂາ ແລະ ຮອງເລຂາ ໜ່ວຍພັກ ຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ
ເວລາອອກຂ່າວ: 2026-09-03 10:16:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 260 | ຄວາມນິຍົມ:



ວັນທີ 2 ກັນຍາ 2026 ນີ້, ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ປະກາດການບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານ, ເລຂາ ແລະ ຮອງເລຂາໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ສີປະເສີດ ສອນພັນ ປະທານກວດກາພັກ ກອງບັນຊາການ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ ຕະຫຼອດຮອດພະນັກງານ-ສະມາຊິກພັກ ແລະ ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ແຫວນກາ ວັນນະວົງ ກໍາມະການຄະນະພັກ ກອງບັນຊາການ, ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກ ກອງບັນຊາການທະຫານແຂວງໄຊຍະບູລີ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານຫ້ອງການເມືອງ, ເລຂາ ແລະ ຮອງເລຂາໜ່ວຍພັກ ທີ່ຂຶ້ນກັບຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ ຄື: ແຕ່ງຕັ້ງ ສະຫາຍ ພັນໂທ ສົມຫວັງ ໄຊຍະເກດ ເປັນຄະນະພັກຮາກຖານຫ້ອງການເມືອງ, ສະຫາຍ ພັນໂທ ບຸນຄົງ ສີປາຄຳ ເປັນຮອງປະທານກວດກາ ຄະນະພັກຮາກຖານຫ້ອງການເມືອງ, ສະຫາຍ ພັນໂທ ສົມຫວັງ ໄຊຍະເກດ ເປັນເລຂາ ໜ່ວຍພັກທີ 1, ສະຫາຍ ພັນຕີ ບຸນຊ່ວງ ແກ້ວອ່ອນຕາ ເປັນຮອງເລຂາໜ່ວຍພັກທີ 1 ແລະ ສະຫາຍ ພັນໂທ ວົງຍາແສງ ລໍນາມທອງ ເປັນກຳມະການກວດກາໜ່ວຍພັກທີ 1. ໂດຍ: ໄຊຍະສັກ ມະນີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ