ຄະນະພັກຮາກຖານ ໂຮງໝໍກອງພົນທີ 2 ສະຫຼຸບການນໍາພາ ປະຈຳໄຕມາດ II
ເວລາອອກຂ່າວ: 2026-09-03 10:04:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 191 | ຄວາມນິຍົມ: ![]()
ວັນທີ 2 ກັນຍາ 2026 ນີ້, ຄະນະພັກຮາກຖານ ໂຮງໝໍກອງພົນທີ 2 ໄດ້ສະຫຼຸບການນໍາພາ ປະຈຳໄຕມາດ II ແລະ ວາງທິດທາງແຜນການ ປະຈຳໄຕມາດ III ປີ 2026, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ດຣ ສົມບູນ ສີວັນໄຊ ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງ ໂຮງໝໍກອງພົນທີ 2, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສໍາຮອງ ເຂົ້າຮ່ວມ.
ໃນພິທີ ໄດ້ຮັບຟັງບົດສະຫຼຸບການນໍາພາ ປະຈຳໄຕມາດ II ແລະ ທິດທາງແຜນການ ປະຈຳໄຕມາດ III ປີ 2026 ຂອງຄະນະພັກຮາກຖານ ໂຮງໝໍກອງພົນທີ 2 ເຊິ່ງໃນໄລຍະຜ່ານມາ ຄະນະພັກ-ຄະນະອຳນວຍການ ໄດ້ເອົາໃຈໃສ່ປັບປຸງ, ປົວແປງ ຂັ້ນໜ່ວຍພັກ, ຈຸພັກ ພາຍໃນກົມກອງ ຢ່າງເປັນປົກກະຕິຕໍ່ເນື່ອງ, ຜ່ານການນໍາພາ-ຊີ້ນໍາຕົວຈິງ ຖືເອົາວຽກງານການສຶກສາອົບຮົມການເມືອງ-ນຳພາແນວຄິດ ເປັນກົກສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການຈັດຕັ້ງປະຕິບັດຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເຮັດໃຫ້ແຕ່ລະໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ໄດ້ຮັບຜົນສໍາເລັດເປັນຢ່າງດີ.
ໃນພິທີ, ສະຫາຍ ພັນໂທ ບຸນຊືນ ພອນປະເສີດ ຮອງເລຂາຄະນະພັກຮາກຖານ, ຫົວໜ້າການທະຫານ ໂຮງໝໍກອງພົນທີ 2 ຍັງໄດ້ຜ່ານຄໍາສັ່ງແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝທີ XII ຕື່ມອີກ.
ໂດຍ: ຄໍາຮັກ ໄຊວັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















