ກອງພັນປັດໃຈ ເປີດບັ້ນດຳເນີນຊີວິດການເມືອງ
ເວລາອອກຂ່າວ: 2026-09-03 09:53:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 239 | ຄວາມນິຍົມ: ![]()
ວັນທີ 2 ກັນຍາ 2026 ນີ້, ຢູ່ທີ່ ກອງພັນປັດໃຈ ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ຈັດຕັ້ງກອງປະຊຸມ ເຊື່ອມຊຶມເອກະສານ ແລະ ເປີດບັ້ນດຳເນີນຊີວິດການເມືອງ, ໂດຍເປັນປະທານ ຂອງ ສະຫາຍ ພັນເອກ ວົງສອນ ຢ່າຈົງຕົວ ຄະນະປະຈຳພັກກອງບັນຊາການ, ຮອງຫົວໜ້າການເມືອງ ກອງບັນຊາການທະຫານແຂວງຊຽງຂວາງ, ມີຕາງໜ້າພະແນກຈັດຕັ້ງພັກ, ພະແນກພະນັກງານ, ພະແນກປ້ອງກັນພາຍໃນ, ພະແນກກວດກາ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ພັນໂທ ທອງດີ ດາລາລົມ ຄະນະພັກຮາກຖານ ຫ້ອງການເມືອງ, ຫົວໜ້າພະແນກຈັດຕັ້ງພັກ ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກອງບັນຊາການທະຫານແຂວງຊຽງຂວາງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ເຄື່ອນໄຫວເຮັດວຽກງານການເມືອງ-ແນວຄິດ ຢູ່ກອງພັນປັດໃຈ. ຈາກນັ້ນ, ສະຫາຍ ພັນເອກ ວົງສອນ ຢ່າຈົງຕົວ ໄດ້ຜ່ານເອກະສານ ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າ ຂອງສະມາຊິກພັກ, ຕັ້ງໜ້າເຝິກຝົນຫຼອມຄຸນທາດການເມືອງ ແລະ ຄຸນສົມບັດ ສິນທໍາປະຕິວັດ ແລະ ສະຫາຍ ພັນໂທ ສຸລິວົງ ທອງຄຳ ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງ ກອງພັນປັດໃຈ ໄດ້ຜ່ານເອກະສານ ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ-ສະມາຊິກພັກ.
ຈຸດປະສົງໃນການເຜີຍແຜ່ເອກະສານ ແລະ ເປີດບັ້ນດຳເນີນຊີວິດການເມືອງຄັ້ງນີ້ ເພື່ອເຮັດໃຫ້ຄະນະພັກ ແລະ ສະມາຊິກພັກ ໄດ້ຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ, ກຳແໜ້ນຢ່າງເລິກເຊິ່ງ, ມີຄວາມເປັນເອກະພາບ ແລະ ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ, ເດັດດ່ຽວແກ້ໄຂການເສື່ອມຖອຍທາງດ້ານຄຸນທາດການເມືອງ, ຄຸນສົມບັດ ສິນທຳປະຕິວັດ, ເພີ່ມທະວີຄວາມສາມັກຄີພາຍໃນພັກ ພ້ອມທັງປັບປຸງບູລະນະກົງຈັກການຈັດຕັ້ງ, ບຸກຄະລາກອນ, ແບບແຜນວິທີເຮັດວຽກ ແລະ ແບບແຜນດຳລົງຊີວິດ, ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນໃຫ້ທັນເວລາ, ທັງເປັນບ່ອນອີງໃຫ້ຖັນແຖວພະນັກງານ-ສະມາຊິກພັກ ກຳແໜ້ນ ແລະ ເຂົ້າໃຈ ຕໍ່ບັນດາເນື້ອໃນເອກະສານທີ່ສຳຄັນຕ່າງໆ ຢ່າງເລິກເຊິ່ງ.
ໂດຍ: ຫຸມພັນ ສິງດາລາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















