ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

ນັກ​ກິລາ​ຟັນດາບ​ລາວ ຄວ້າ​ແຊັມ​ສາກົນ ສ້າງ​ຄວາມ​ໝັ້ນ​ໃຈ ​ກ່ອນ​ເຂົ້າ​ຮ່ວມ​ແຂ່ງຂັນ ເອ​ຊຽນ​ເກມ 2026
ເວລາອອກຂ່າວ: 2026-09-03 09:37:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 152 | ຄວາມນິຍົມ:



ນັກ​ກິລາ​ຟັນດາບ​ທີມ​ຊາດ​ລາວ ສ້າງ​ຜົນງານ​ອັນ​ໂດດ​ເດັ່ນ​ໃນ​ເວທີ​ລະດັບ​ໂລກ ຫຼັງ​ສາມາດ​ຄວ້າ​ແຊັມ​ລາຍການ​ແຂ່ງຂັນ​ລະດັບ​ມະຫາວິທະຍາໄລ​ສາກົນ ໂດຍ​ການກວາດ​ລາງວັນ​ຊະນະ​ເລີດ​ທັງ​ປະເພດ​ດ່ຽວ ແລະ ປະເພດ​ທີມ ເຊິ່ງ​ເປັນ​ການ​ສ້າງ​ຂວັນ​ກຳລັງ​ໃຈ​ອັນ​ສຳຄັນ ກ່ອນ​ກຽມ​ຕົວ​ເປັນ​ຕົວ​ແທນ​ທີມ​ຊາດ​ລຸຍ​ເສິກ ເອ​ຊຽນ​ເກມ ຄັ້ງ​ທີ 20 ທີ່​ປະເທດ​ຍີ່ປຸ່ນ. ທ່ານ ລິ​ຄິດ ອິນ​ທະ​ວົງ ຮອງ​ປະທານ ແລະ ເລຂາທິການ​ສະຫະພັນ​ຟັນດາບ​ແຫ່ງ​ຊາດ​ລາວ ໄດ້​ໃຫ້​ຮູ້​ວ່າ: ທາງ​ສະຫະພັນ​ໄດ້​ສົ່ງ ທ້າວ ໄຊຊະນະ ກ່ອງ​ຕິນ ນັກ​ກິລາ​ຟັນດາບ​ລູກຊອດ ​ລາວ-ຝຣັ່ງ (ພໍ່​ເປັນ​ຄົນ​ລາວ, ແມ່​ເປັນ​ຄົນ​ຝຣັ່ງ) ເຊິ່ງ​ເປັນ​ຕົວ​ແທນ​ທີມ​ຊາດ​ລາວ​ພຽງ​ໜຶ່ງ​ດຽວ ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຟັນດາບ​ຊີງ​ແຊັມ​ລະດັບ​ສາກົນ ລາຍການ BUCS FENCING SK Telecom One Series Nine Cities Grand Prix 2026. ການ​ແຂ່ງຂັນ​ຄັ້ງ​ນີ້​ແມ່ນ​ລາຍການ​ສະເພາະ​ນັກ​ກິລາ​ລະດັບ​ມະຫາວິທະຍາໄລ​ຈາກ​ທົ່ວ​ໂລກ ໂດຍ​ມີ​ຜູ້​ເຂົ້າ​ຮ່ວມ​ຈາກ 44 ປະເທດ. ເຊິ່ງ​ຜົນ​ການແຂ່ງຂັນ​ປາກົດ​ວ່າ ທ້າວ ໄຊຊະນະສາມາດ​ໂຊ​ຟອມ​ໄດ້​ຢ່າງ​ດີ​ຢ້ຽມ ຍາດ​ໄດ້​ລາງວັນ​ຊະນະ​ເລີດ​ມາ​ຄອງ​ຢ່າງ​ສົມ​ກຽດ ທັງ​ໃນ​ປະເພດ​ເຊ​ເບີ​ບຸກຄົນ​ດ່ຽວ​ຊາຍ (Man Sabre Individual Single) ແລະ ປະເພດ​ເຊ​ເບີ​ທີມ​ລວມ​ດາລາ​ມະຫາວິທະຍາໄລ (All Star University team Sabre Individual). ຜົນງານ​ໄຊຊະນະ​ໃນ​ຄັ້ງ​ນີ້ ນັບ​ເປັນ​ນິມິດ​ໝາຍ​ອັນ​ດີ ແລະ ເປັນ​ການ​ສ້າງ​ຂວັນ​ກຳລັງ​ໃຈ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ແກ່​ນັກ​ກິລາ​ຟັນດາບ​ລາວ ໃນ​ການ​ກະກຽມ​ຄວາມ ​ພ້ອມ​ເພື່ອ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ກິລາ ເອ​ຊຽນ​ເກມ ຄັ້ງ​ທີ 20 ທີ່​ຈະ​ຈັດ​ຂຶ້ນ​ທີ່​ເມືອງ​ໄອ​ຈິ-ນາ​ໂກ​ຢ້າ ປະເທດ​ຍີ່ປຸ່ນ ໃນ​ລະຫວ່າງ​ວັນ​ທີ 19 ກັນຍາ ຫາ 4 ຕຸລາ 2026 ນີ້. ສຳລັບ​ກິລາ​ຟັນດາບ ຖື​ເປັນ​ໜຶ່ງ​ໃນ 16 ປະເພດ​ກິລາ ທີ່ ​ສປປ ລາວ ຈະ​ສົ່ງ​ເຂົ້າ​ຮ່ວມ​ແຂ່ງຂັນ​ໃນ​ມະ​ຫະ​ກຳ​ກິລາ ເອ​ຊຽນ​ເກມ 2026 ໂດຍ​ຄະນະ​ນຳ ແລະ ຕົວ​ແທນ​ປະກອບ​ມີ: ທ່ານ ລິ​ຄິດ ອິນ​ທະ​ວົງ ຮອງ​ປະທານ ແລະ ເລຂາ ທິການ​ສະຫະພັນ (ເປັນ​ຫົວໜ້າ​ຄະນະ), ທ່ານ ນາງ ສະຫວັນ​ດາ​ຣາ ອາ​ເຣນ​ລາ​ໂນ (ເປັນ​ຄູ​ເຝິກ) ແລະ ທ້າວ ໄຊຊະນະ ກ່ອງ​ຕິນ (ນັກ​ກິລາ).



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ