ນະຄອນຫຼວງວຽງຈັນ ຄວ້າ 10 ຫຼຽນຄຳ ລອຍນ້ຳ ຊີງແຊັມນານາຊາດ ທີ່ປະເທດໄທ
ເວລາອອກຂ່າວ: 2026-09-03 09:35:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 126 | ຄວາມນິຍົມ: ![]()
ທັບນັກກິລາລອຍນໍ້າ ສະ ຫະພັນລອຍນ້ຳ ນະຄອນຫຼວງວຽງຈັນ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ກວາດ 10 ຫຼຽນຄຳ, 18 ຫຼຽນເງິນ ແລະ 24 ຫຼຽນທອງ ໃນການແຂ່ງຂັນລອຍນ້ຳຊີງແຊັມນານາຊາດ ລາຍການ AOSI Swimming Championship Bangkok 2026 ຈັດຂື້ນທີ່ນະຄອນຫຼວງບາງກອກ ປະເທດໄທ ເຊິ່ງລາຍການດັ່ງ ກ່າວ ມີນັກກິລາລອຍນ້ຳເຂົ້າຮ່ວມຫຼາຍກວ່າ 820 ຄົນ ຈາກ 16 ປະເທດ. ອີງຕາມການລາຍງານຂໍ້ມູນຈາກສະຫະພັນລອຍນ້ຳ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເມື່ອທ້າຍເດືອນສິງຫາ 2026 ຜ່ານມາ ໄດ້ສົ່ງນັກກິລາການເຂົ້າຮ່ວມແຂ່ງຂັນລອຍນ້ຳ ຊີງແຊັມນານຊາດ ລາຍການ AOSI Swimming Championship Bangkok ເຊິ່ງເປັນອີກໜຶ່ງເວທີສຳຄັນລະດັບນານາຊາດ ທີ່ມີນັກກິລາລອຍນ້ຳເຂົ້າຮ່ວມກວ່າ 820 ຄົນ ຈາກ 16 ປະເທດ ໃນນັ້ນ, ສະຫະພັນລອຍນ້ຳນະຄອນຫຼວງວຽງຈັນ ໄດ້ນຳພານັກກິລາຕົວແທນຈາກ ສປປ ລາວ ຈຳນວນທັງໝົດ 62 ຄົນ ເຂົ້າຮ່ວມການແຂ່ງຂັນ ຈາກ 3 ສະໂມສອນ ຄື ASW, RSC ແລະ V2A ນຳໂດຍ ທ່ານ ພູວັນ ພູເລືອງຫົງ ຮອງປະທານສະຫະພັນລອຍນ້ຳນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະບໍລິຫານງານສະຫະພັນເຂົ້າຮ່ວມແຂ່ງຂັນ ດ້ວຍຄວາມທຸ້ມເທ ຄວາມພາກພຽນ ແລະ ການເຝິກຊ້ອມຢ່າງໜັກ ສາມາດສ້າງຜົນງານໄດ້ຢ່າງໜ້າພາກພູມໃຈ ກວາດ 10 ຫຼຽນຄຳ, 18 ຫຼຽນເງິນ ແລະ 24 ຫຼຽນທອງ ອັນດັບທີ 10 ຂອງການແຂ່ງຂັນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














