ຣັດເຊຍ-ຈີນ ເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືພາຍໃນອົງການຊຽງໄຮ້
ເວລາອອກຂ່າວ: 2026-09-03 09:30:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 177 | ຄວາມນິຍົມ: ![]()
ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອົງການຮ່ວມມືຊຽງໄຮ້ ປີ 2026, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ໃນຕອນບ່າຍວັນທີ 31 ສິງຫາ ຜ່ານມາ.
ທ່ານ ສີຈິ້ນຜິງ ຊີ້ອອກວ່າ: ປັດຈຸບັນນີ້, ສະພາບການປ່ຽນ ແປງຂອງໂລກທີ່ບໍ່ເຄີຍມີໃນຮອບຮ້ອຍປີຜ່ານມານີ້ກຳລັງເລັ່ງໄວຂຶ້ນ, ແຕ່ຄວາມປາຖະໜາຂອງປະຊາຊົນທົ່ວໂລກ ໃນການສະແຫວງຫາສັນຕິພາບ, ການພັດທະນາ, ການຮ່ວມມື ແລະ ການໄດ້ຮັບຜົນປະໂຫຍດຮ່ວມກັນຍັງບໍ່ປ່ຽນແປງ. ອົງການຮ່ວມມືຊຽງໄຮ້ ມີພາລະກິດສຳຄັນໃນການຮັກສາສະຖຽນລະພາບ ແລະ ຊຸກຍູ້ການພັດທະນາຂອງພາກພື້ນ. ຈີນ ຍິນດີຮ່ວມກັບທຸກຝ່າຍທີ່ລວມທັງຣັດເຊຍ ປຶກ ສາຫາລືກ່ຽວກັບແຜນການພັດ ທະນາຂອງອົງການຮ່ວມມືຊຽງໄຮ້ ເພື່ອຊຸກຍູ້ກຳລັງແຮງ ໃນການສ້າງໂລກທີ່ມີຫຼາຍຂົ້ວຢ່າງສະ ເໝີພາບ ແລະ ເປັນລະບຽບຮຽບຮ້ອຍ.
ທ່ານ ປູຕິນ ກ່າວວ່າ: ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງທຸກຝ່າຍ, ອົງການຮ່ວມມືຊຽງໄຮ້ ໄດ້ກາຍເປັນເວທີຮ່ວມມືພາກພື້ນທີ່ມີອິດທິພົນສຳຄັນໃນສາກົນ, ຣັດເຊຍ ແລະ ຈີນ ຄວນເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືພາຍໃນອົງການຢ່າງຕໍ່ເນື່ອງ ດ້ວຍການເສີມຂະຫຍາຍບົດບາດການນຳພາ. ສໍາລັບ ຣັດເຊຍ ຍິນດີເພີ່ມທະວີການປະສານງານ ແລະ ຮ່ວມມືກັບຈີນ ເພື່ອພ້ອມກັນປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງໂລກໃນແນວທາງຫຼາຍຂົ້ວ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














