ສູນພັກຊົ່ວຄາວຜູ້ປະສົບໄພນ້ຳຖ້ວມ ຍັງຕ້ອງການເຄື່ອງ ອຸປະໂພກ-ບໍລິໂພກ ທີ່ຈຳເປັນຢ່າງຫຼວງຫຼາຍ
ເວລາອອກຂ່າວ: 2026-09-03 09:28:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 192 | ຄວາມນິຍົມ: ![]()
ແຫຼ່ງຂ່າວຈາກແຂວງຫຼວງ ນ້ຳທາໃຫ້ຮູ້ວ່າ: ໃນວັນທີ 30 ສິງ ຫາ 2026, ທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຫຼວງນໍ້າທາ, ທ່ານ ຄຳຟອງ ອິນມານີ ປະທານຄະນະກຳມະ ການປົກຄອງແຂວງ, ທ່ານ ວົງມະນີ ເພື່ອປະຊາຮອງປະທານ ຄະກຳມະການປົກຄອງແຂວງປະ ທານຄະນະກຳມະການຄຸ້ມຄອງ ໄພພິບັດຂັ້ນແຂວງ ພ້ອມດ້ວຍຄະນະລົງຢ້ຽມຢາມສູນພັກຊົ່ວ ຄາວ ຜູ້ທີ່ຖືກຜົນກະທົບຈາກໄພ ພິບັດນ້ຳຖ້ວມຢູ່ແຂວງຫຼວງນໍ້າ ທາ ທີ່ເດີ່ນກິລາໃນຮົ່ມຂອງແຂວງ ແລະ ສູນໂຮງໝໍ ປກສ ແຂວງ ແລະ ຂົວນ້ຳທາຈຸດບ້ານໃໝ່ ເພື່ອກວດກາຜົນເສຍຫາຍ ເພື່ອໃຫ້ກຳລັງໃຈປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພນໍ້ຖ້ວມ ໃນວັນທີ 29-30 ສິງຫາ 2026 ຜ່ານມາ.
ການລົງຢ້ຽມຢາມໃນຄັ້ງນີ້, ເພື່ອເບິ່ງແຍງຊີວິດການເປັນຢູ່, ໃຫ້ກຳລັງໃຈ ແລະ ຕິດຕາມເງື່ອນໄຂການຢູ່ອາໄສຂອງຜູ້ປະ ສົບໄພນ້ຳຖ້ວມໃນຄັ້ງນີ້ ທັງເປັນການສະແດງເຖິງຄວາມຫ່ວງໃຍຈາກ ພັກ-ລັດ ແລະ ອົງການປົກຄອງແຂວງ ຕໍ່ປະຊາຊົນຜູ້ທີ່ກຳລັງປະສົບເຄາະຮ້າຍ ຈາກໄພ ພິບັດນ້ຳຖ້ວມ ໂດຍສະເພາະແມ່ນເຮືອນຊານ, ຊັບສິນ ແລະ ເນື້ອທີ່ທຳການຜະລິດ ມີ 34 ບ້ານ.
ທ່ານ ພັນໂທ ອຸ່ນແກ້ວ ສິງດາວີ ຮອງອຳນວຍການໂຮງໝໍ ປກສ ແຂວງຫຼວງນ້ຳທາ ຜູ້ຮັບຜິດຊອບສູນພັກຊົ່ວຄາວໂຮງໝໍ ປກສ ໄດ້ກ່າວວ່າ: ໂຮງໝໍ ປກສ ແຂວງ ໄດ້ເປີດເປັນສູນພັກຊົ່ວຄາວ ເພື່ອຮອງຮັບປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ແລະ ປະສົບໄພນໍ້າຖ້ວມ ໃນນີ້, ມີປະຊາຊົນ ຈາກ 3 ບ້ານ ຄື: ບ້ານປຸ່ງ, ບ້ານປ່າສັກ ແລະ ບ້ານໃໝ່ ເຂົ້າມາພັກອາໄສ ລວມທັງໝົດ 71 ຄົນ. ປັດຈຸບັນ, ສູນພັກຊົ່ວຄາວຍັງມີຄວາມຕ້ອງ ການ ແລະ ຂາດແຄນສິ່ງຂອງອຸ ປະໂພກ-ບໍລິໂພກ ທີ່ຈຳເປັນຢ່າງຫຼວງຫຼາຍ ເປັນຕົ້ນນ້ຳດື່ມ, ນ້ຳໃຊ້, ອາຫານ ແລະ ເຄື່ອງນຸ່ງຫົ່ມ ພ້ອມນີ້ທາງສູນຍັງໄດ້ຮຽກຮ້ອງເຖິງປະຊາຊົນ ຜູ້ທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ ແມ່ນສາ ມາດເຂົ້າມາພັກອາໄສຢູ່ສູນພັກ ຊົ່ວຄາວ ໂຮງໝໍ ປກສ ແຂວງໄດ້. ພ້ອມທັງໄດ້ຮຽກຮ້ອງ ແລະ ເຊີນຊວນບັນດາອົງການຈັດຕັ້ງ, ບໍລິສັດ, ຫ້າງຮ້ານ, ນິຕິບຸກຄົນ ແລະ ມວນຊົນທຸກພາກສ່ວນໃນສັງຄົມ ທີ່ມີຈິດໃຈສັດທາຢາກຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນຄັ້ງນີ້ ແມ່ນສາມາດນຳເອົາເຄື່ອງບັນເທົາທຸກ ເຂົ້າມາບໍລິຈາກໄດ້ທີ່ໂຮງໝໍ ປກສ ແຂວງໄດ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















