ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

6 ເດືອນ​ຕົ້ນ​ປີ​ນີ້ ແຂວງ​ອັດ​ຕະ​ປື ເສດຖະກິດ​ຂະຫຍາຍຕົວ 4,3%
ເວລາອອກຂ່າວ: 2026-09-03 09:27:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 174 | ຄວາມນິຍົມ:



ແຫຼ່ງ​ຂ່າວ​ຈາກແຂວງອັດ​ ຕະ​ປືໃຫ້​ຮູ້​ວ່າ: ແຂວງ​ອັດຕະປື ຈັດ​ກອງ​ປະຊຸມ​ສະຫຼຸບ​ການຈັດ ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດ ຖະກິດ-ສັງຄົມ, ແຜນ​ລົງທຶນ​ຂອງ​ລັດ ແລະ ແຜນ​ງົບປະມານ​ແຫ່ງ​ລັດ ໃນ 6 ເດືອນ​ຕົ້ນ​ປີ 2026 ພ້ອມ​ກຳນົດ​ທິດ​ທາງ ແລະ ແຜນ​ວຽກ​ຈຸດ​ສຸມ​ໃນ 6 ເດືອນ​ທ້າຍ​ປີ ໃນ​ວັນ​ທີ 31 ສິງຫາ 2026 ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ສຸ​ລິ​ວົງ ອະໄພ​ວົງ ຄະນະ​ປະຈຳ​ພັກ​ແຂວງ ຫົວໜ້າ​ພະແນກການ​ເງິນ​ແຂວງ​ອັດ​ຕະ​ປື ພ້ອມ​ດ້ວຍ​ຂະແໜງການ​ທີ່​ກ່ຽວຂ້ອງ​ຂອງ​ແຂວງ, ເມືອງ​ເຂົ້າ​ຮ່ວມ. ທ່ານ ນິດ​ສາ ມຽງ​ລາ​ວັນ ຮອງ​ຫົວໜ້າ​ພະແນກການ​ເງິນ​ແຂວງ​ອັດ​ຕະ​ປື ໄດ້​ລາຍງານວ່າ: ໄລຍະ 6 ເດືອນ​ຕົ້ນ​ປີ 2026 ເສດຖະກິດ​ແຂວງ​ອັດ​ຕະ​ປື ຂະ ຫຍາຍຕົວ 4,3%, ມູນ​ຄ່າ ຈີ​ດີ​ພີ ປະມານ 5.271 ຕື້​ກີບ, ໂດຍ ​ຂະແໜງ​ກະສິກຳ-ປ່າໄມ້ ຂະ ຫຍາຍຕົວ 4,9% ແລະ ກວມ 51% ຂອງ ຈີ​ດີ​ພີ; ຂະແໜງ​ອຸດ ສາຫະກຳ ຂະຫຍາຍຕົວ 4,2% ກວມ 29%; ຂະແໜງ​ບໍລິການ ຂະຫຍາຍຕົວ 3,7% ກວມ 17% ແລະ ຂະແໜງ​ພາສີ-ອາກອນ ຂະຫຍາຍຕົວ 5,8%. ດ້ານ​ງົບ ປະມານ ໃນ 6 ເດືອນ ສາມາດ​ຈັດ​ເກັບ​ລາຍ​ຮັບ​ໄດ້ 1.113 ຕື້​ກີບ ເທົ່າ​ກັບ 63,06% ຂອງ​ແຜນການ​ປີ. ສ່ວນ​ລາຍ​ຈ່າຍ​ປະ ຕິບັດ​ໄດ້ 341,15 ຕື້​ກີບ ເທົ່າ​ກັບ 31,02% ຂອງ​ແຜນການ. ຂະນະ​ທີ່​ຕົວ​ເລກ​ຮອດ​ປັດຈຸບັນ ລາຍ​ຮັບ​ລວມ​ບັນລຸ 1.485,48 ຕື້​ກີບ ເທົ່າ​ກັບ 84,14% ຂອງ​ແຜນການ​ປີ ໃນ​ນັ້ນ, ລາຍ​ຮັບ​ຂອງ​ແຂວງ 1.245,17 ຕື້​ກີບ ແລະ ລາຍ​ຮັບ​ສູນ​ກາງ​ທີ່​ປະຕິບັດ​ຢູ່​ແຂວງ 240,31 ຕື້​ກີບ, ລາຍ​ຈ່າຍ​ລວມ​ບັນລຸ 474,46 ຕື້​ກີບ ຫຼື 42,97% ຂອງ​ແຜນການ, ດ້ານ​ການ​ຄ້າ, ມູນ​ຄ່າ​ສົ່ງ​ອອກ-ນຳ​ເຂົ້າ​ບັນລຸ 159,28 ລ້ານໂດ​ ລາ​ສະຫະລັດ ເທົ່າ​ກັບ 49% ຂອງ​ແຜນການ ແລະ ເພີ່ມ​ຂຶ້ນ 18% ຈາກ​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ ໃນ​ນັ້ນ, ສົ່ງ​ອອກ 120,88 ລ້ານ​ໂດ​ລາ ແລະ ນຳ​ເຂົ້າ 38,39 ລ້ານ​ໂດ​ລາ, ດ້ານ​ການ​ລົງທຶນ ລວມ​ມີ​ມູນ​ຄ່າ 1.652 ຕື້​ກີບ ເທົ່າ​ກັບ 50% ຂອງ​ແຜນການ. ແຜນ​ລົງທຶນ​ຂອງ​ລັດ​ມີ 197 ໂຄງການ ມູນ​ຄ່າ 2.428 ຕື້​ກີບ, ໂດຍ​ມີ 95 ໂຄງການ​ໄດ້​ຮັບ​ອະນຸມັດ​ເບີກ ຈ່າຍ ມູນ​ຄ່າ 90,52 ຕື້​ກີບ. ສ່ວນ​ທຶນ ODA ມີ 16 ໂຄງການ ແລະ ການ​ລົງທຶນ​ເອກະ​ຊົນ​ພາຍ​ໃນ-ຕ່າງປະເທດ ໃນ 6 ເດືອນ ອະນຸຍາດ 25 ໂຄງການ. ຂະນະ​ທີ່​ສິນ​ເຊື່ອ​ທະນາຄານ​ຍອດ​ສະ​ສົມ​ບັນລຸ 1.543 ຕື້ກີບ ຫຼື 79% ຂອງ​ແຜນການ, ໂດຍ​ສ່ວນ​ໃຫຍ່​ເນັ້ນ​ໃສ່​ຂະແໜງ​ກະ ສິກຳ-ປ່າໄມ້ 44%, ບໍລິການ 20% ແລະ ອຸດສາຫະກຳ 12%. ສຳລັບ 6 ເດືອນ​ທ້າຍ​ປີ 2026, ແຂວງ​ອັດ​ຕະ​ປື ຈະ​ສຸມ​ໃສ່​ເລັ່ງ​ລັດ​ການ​ຈັດ​ເກັບ​ລາຍ​ຮັບ​ໃຫ້​ບັນລຸ​ແຜນການ, ອັດ​ຊ່ອງ​ວ່າງ​ການ​ຮົ່ວ​ໄຫຼ່, ຊຸກຍູ້​ການ​ຜະລິດ​ພາຍ​ໃນ, ແກ້​ໄຂ​ໜີ້​ສິນ ແລະ ຂໍ້ຄົງຄ້າງ, ເລັ່ງ​ການ​ເບີກ​ຈ່າຍ​ໂຄງການລົງ ທຶນ, ສົ່ງເສີມ​ການ​ຄ້າ-ການ​ລົງ ທຶນ ພ້ອມ​ທັງ​ເອົາໃຈໃສ່​ແກ້​ໄຂ​ບັນຫາ​ຂາດແຄນ​ຄູ ແລະ ການ​ປະລະ​ການ​ຮຽນ ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ຊັບພະຍາກອນ​ມະນຸດ. ການ​ດຳເນີນ​ງານ​ດັ່ງກ່າວ ມຸ່ງ​ໝາຍ​ເພື່ອ​ສືບຕໍ່​ຮັກສາ​ການ​ຂະຫຍາຍຕົວ, ສ້າງ​ພື້ນຖານ​ໃຫ້​ແຂວງ​ສາມາດ​ບັນລຸ​ເປົ້າ​ໝາຍ​ແຜນ​ພັດທະນາ​ໃນ​ປີ 2026 ແລະ ສ້າງ​ຄວາມ​ໝັ້ນຄົງ​ດ້ານ​ງົບປະ ມານ-ເສດຖະກິດ​ໃຫ້​ດີ​ຂຶ້ນ. ໂດຍ: ມະນີ​ວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ