ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

6 ເດືອນ​ຕົ້ນ​ປີ 2026 ລະບົບ​ສະໜອງ​ເລືອດ​ແຫ່ງ​ຊາດ ເກັບ​ເລືອດ​ໄດ້ 35.741 ຖົງ
ເວລາອອກຂ່າວ: 2026-09-03 09:26:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 173 | ຄວາມນິຍົມ:



ອົງການ​ກາແດງ​ແຫ່ງ​ຊາດ​ລາວ ຈັດ​ກອງ​ປະຊຸມ​ສະຫຼຸບ​ຕີ​ລາຄາ​ວຽກ​ງານ​ປຸກລະດົມ​ບໍ​ລິ ຈາກ​ເລືອດ 6 ເດືອນ​ຕົ້ນ​ປີ 2026 ແລະ ວາງ​ທິດ​ທາງ​ຈຸດ​ສຸມ 6 ເດືອນ​ທ້າຍ​ປີ ພາຍ​ໃຕ້ “ໂຄງການ​ສ້າງ​ຄວາມ​ເຂັ້ມແຂງ​ໃຫ້​ແກ່​ວຽກ​ງານ​ປຸກລະດົມ​ບໍລິຈາກ​ເລືອດ ແລະ ສະໜອງ​ເລືອດ​ປອດ​ໄພ” ໃນ​ວ່າງ​ບໍ່​ດົນ​ມາ​ນີ້ ເຊິ່ງ 6 ເດືອນ​ຕົ້ນ​ປີຜ່ານມາ ລະບົບ​ສະໜອງ​ເລືອດ​ແຫ່ງ​ຊາດ ໄດ້​ເກັບ​ເລືອດ​ໄດ້ 35.741 ຖົງ ຈາກ​ສະ​ຖາ​ບັນ​ເລືອດ​ແຫ່ງ​ຊາດ ແລະ ສູນ​ບໍລິຈາກ​ເລືອດ 17 ແຂວງ ກວມ​ເອົາ 42% ຂອງ​ເປົ້າ​ໝາຍ​ປະຈຳ​ປີ 85.000 ຖົງ. ໃນ​ນັ້ນ 47% ແມ່ນ​ບໍລິຈາກ​ເລືອດ​ແບບ​ສະໝັກ​ໃຈ ແລະ ອີກ 53% ແມ່ນ​ບໍລິ ຈາກ​ເລືອດ​ຈາກ​ສະມາຊິກ​ຄອບ ຄົວ​ຂອງ​ຄົນ​ເຈັບ. ທ່ານ ຄຳ​ລາ​ວັນ ຈັນທະລາວັນ ປະທານ​ອົງການກາແດງແຫ່ງ​ ຊາດ​ລາວ ໄດ້​ກ່າວ​ວ່າ: "ໂຄງ ການ​ສ້າງ​ຄວາມ​ເຂັ້ມແຂງ​ໃຫ້​ແກ່​ວຽກ​ງານ​ປຸກລະດົມ​ບໍລິຈາກ​ເລືອດ ແລະ ຕອບ​ສະໜອງເລືອດ​ທີ່​ປອດ​ໄພ" ໄດ້​ຮັບ​ສະໜັບສະໜູນ​ຈາກ​ອົງການ​ກາແດງສະວິດ ລວມ​ມູນ​ຄ່າ​ທັງ​ໝົດ 716.641 ຝຣັງ​ສະ​ວິດ, ມີ​ໄລຍະ​ເວລາ 4 ປີ (2025-2028) ໂດຍ​ໄດ້​ຮັບ​ການ​ອະນຸມັດ​ຈາກກະຊວງ​ການ​ຕ່າງປະເທດ ຕາມ​ຂໍ້​ຕົກລົງ ສະບັບ​ເລກ​ທີ 8778/​ຕປທ.​ຈສກ, ລົງ​ວັນ​ທີ 13 ທັນວາ 2024. ໂຄງການ​ດັ່ງກ່າວແມ່ນ​ການ ຮ່ວມມື​ໃນ​ຂົງເຂດ​ວຽກ​ງານ​ເລືອດທີ່​ໄດ້​ຕໍ່​ຍອດ​ມາ​ຈາກ​ການ​ໃຫ້ການ​ສະໜັບສະໜູນ​ໃນ​ໄລຍະ 3 ປີ ຜ່ານ​ມາ (2022-2024) ຂອງ​ອົງການ​ກາແດງ​ສະ​ວິດ ເຊິ່ງ​ມີ​ຈຸດປະສົງ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ດ້ານ​ການບໍລິ ການ​ສາທາລະນະ​ສຸກ ໂດຍ​ສະ ເພາະ​ແມ່ນ​ສະໜັບສະໜູນຕາມ​ການ​ພັດທະນາ​ແຜນ​ຍຸດ​ທະ​ສາດ​ເລືອດ​ແຫ່ງ​ຊາດ ໃຫ້​ເປັນ​ໄປ​ຕາມ​ ມາດຕະຖານຂອງ​ສະ​ຖາບັນ ​ເລືອດ ແລະ ຄູ່​ມື​ຂອງ​ສາກົນ. ນອກຈາກ​ນັ້ນ, ກໍເພື່ອປັບປຸງ ການຂະຫຍາຍ, ຄຸນ​ນະ​ພາບ, ປະລິມານ​ ຂອງ​ການ​ເຈາະ​ເກັບ​ເລືອດ, ກວດ​ວິເຄາະ, ແຍກ-ເກັບ​ຮັກສາ​ສ່ວນ ​ປະກອບ​ຂອງ​ເລືອດ ແລະ ການສົ່ງ ​ເລືອດ ໂດຍ​ຜ່ານ​ແຜນ​ງານ​ເລືອດ​ແຫ່ງ​ຊາດ ຢູ່​ໃນ ​ສປປ ລາວ. ຜ່ານ​ການຈັດຕັ້ງ​ປະຕິບັດ​ໃນ​ໄລຍະ​ຜ່ານ​ມາ​ເຫັນ​ໄດ້​ວ່າ ວຽກ​ງານ​ປຸກລະດົມ​ບໍລິຈາກ​ເລືອດ ແລະ ຕອບ​ສະໜອງ​ເລືອດ​ທີ່ປອດ​ ໄພ ໃນ​ລະດັບ​ສູນ​ກາງ ແລະ ທ້ອງ ຖິ່ນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ ເປັນຕົ້ນ​ແມ່ນ ການ​ພັດທະນາພື້ນ ຖານ​ໂຄງ​ລ່າງ, ການ​ຕອບສະ ໜອງພາຫະນະ ສຳລັບ​ອອກຮັບ​ບໍລິຈາກ​ເລືອດ, ການ​ຕອບສະໜອງ ອຸປະກອນ​ການ​ແພດທີ່ຈຳເປັນ, ຕະຫຼອດ​ເຖິງ​ການ​ອົບຮົມ​ຍົກ​ລະ ດັບ​ຄວາມ​ຮູ້​ຄວາມ​ສາມາດ​ໃຫ້ ແກ່​ພະນັກງານ​ວິຊາການທີ່​ເຮັດ​ວຽກ​ໃນ​ຂົງເຂດວຽກງານນີ້ ກໍ​ໄດ້​ຮັບ​ການ​ປັບປຸງ​ທາງດ້ານ​ວິຊາ​ ການ​ໃຫ້​ດີ​ຂຶ້ນ. ພ້ອມ​ນີ້, ໂຄງການ​ ມີ​ຈຸດປະສົງ​ສຳຄັນ​ໃນ​ການປັບປຸງ​ ລະບົບ​ເລືອດ​ແຫ່ງ​ຊາດໃຫ້ສອດ ຄ່ອງ​ກັບ​ມາດຕະຖານສາກົນ, ເພີ່ມ​ປະລິມານ ແລະ ຄຸນນະ​ພາບ​ການ​ບໍລິຈາກ​ເລືອດ, ປັບປຸງການ​ ເກັບ, ກວດ​ວິເຄາະ, ແຍກ ແລະ ຮັກສາ​ສ່ວນ​ປະກອບ​ຂອງ​ເລືອດ ລວມ​ທັງ​ການ​ສົ່ງຕໍ່​ເລືອດ​ໃຫ້​ປອດ​ໄພ ແລະ ພຽງພໍ​ແກ່​ຜູ້​ປ່ວຍ. ພ້ອມ​ນີ້, ກອງ​ປະຊຸມ​ຍັງ​ໄດ້​ ຮັບ​ຟັງ​ການ​ລາຍ​ງານກ່ຽວກັບ ​ຜົນສຳເລັດ​ທີ່​ພົ້ນ​ເດັ່ນ​ຫຼາຍ​ດ້ານ​ຕາມ​ແຜນ​ໃນ​ປີ 2026 ເຊິ່ງ​ຜົນ ສຳເລັດ​ທີ່​ສຳຄັນ​ແມ່ນ​ສະ​ຖາ​ບັນ​ເລືອດ​ແຫ່ງ​ຊາດ ສາມາດ​ຕອບ​ສະໜອງ​ໄດ້ 85% ທຽບ​ກັບ​ຄວາມ​ຕ້ອງການ​ເລືອດ. ພ້ອມນີ້, ອົງການ​ກາແດງ​ແຫ່ງ​ຊາດ​ລາວ ໄດ້​ສຸມ​ໃສ່​ການ​ພັດ​ທະນາ​ໂຄງ​ລ່າງ ແລະ ອຸປະກອນ, ໄດ້​ສ້ອມ ແປງ​ສູນ​ເລືອດ​ແຂວງ​ບໍ່​ແກ້ວ, ສ້ອມແປງ​ອຸປະກອນ​ແຍກ​ສ່ວນ​ປະກອບ​ເລືອດ​ໃຫ້​ແຂວງ​ຈຳປາ​ສັກ ແລະ ຫຼວງ​ພະ​ບາງ, ພ້ອມ​ທັງ​ຈັດ​ຊື້​ລົດ​ຕູ້​ອອກ​ຮັບ​ບໍລິຈາກ​ເລືອດ 2 ຄັນ ສຳລັບ​ສະ​ຖາ​ບັນ​ເລືອດ​ແຫ່ງ​ຊາດ ແລະ ສູນ​ເລືອດ​ແຂວງ​ບໍ່​ແກ້ວ, ປັບປຸງ​ຖານ​ຂໍ້​ມູນ​ສຳລັບ​ທົ່ວ​ປະເທດ ແລະ ຈັດ​ສົ່ງ​ເຄື່ອງ​ຍິງ​ບາ​ໂຄດ​ສ່ວນ​ປະກອບ​ຂອງ​ເລືອດ​ໃຫ້ 3 ແຂວງ ຄື: ຫຼວງ​ພະ​ບາງ, ໄຊ​ຍະ​ບູ​ລີ ແລະ ແຂວງ​ວຽງ​ຈັນ. ພ້ອມ​ທັງເ​ຝິກ​ອົບຮົມ​ພະນັກງານ​ລະດັບ​ແຂວງ 150 ເທື່ອ​ຄົນ ແລະ ກະກຽມ​ບຸກ​ຄະລາ​ກອນ​ດ້ານ​ວິຊາ​ການ ເພື່ອ​ສອບເສັງ​ໃບຢັ້ງຢືນ​ຄຸນ​ນະ​ພາບ AABB ຈາກ​ສາກົນ. ສຳລັບຄຸນ ​ນະ​ພາບ​ເລືອດ, ເລືອດທຸກຖົງ ທົ່ວ​ປະເທດ​ໄດ້​ຮັບ​ການ​ກວດວິ ເຄາະ​ຢ່າງ​ເປັນ​ລະບົບຕາມ​ມາດ ຕະຖານ​ວິຊາ​ການ ແລະ ອື່ນໆ. ສຳລັບທິດ​ທາງ​ຈຸດ​ສຸມ​ໃນ 6 ເດືອນ​ທ້າຍ​ປີ 2026 ຈະ​ສືບຕໍ່​ເສີມ​ສ້າງ​ການ​ຮັບ​ສະໝັກ ແລະ ຮັກສາ​ຜູ້​ບໍລິຈາກ​ເລືອດ​ແບບ​ສະ ໝັກ​ໃຈ, ຍົກ​ສູງ​ການ​ຄຸ້ມ​ຄອງ​ຄຸນ​ ນະ​ພາບ, ຄວາມ​ປອດ​ໄພ​ຂອງ​ເລືອດ, ລະບົບ​ຂໍ້​ມູນ ແລະ ສືບຕໍ່​ກະກຽມ​ໄປ​ສູ່​ການ​ຮັບຮອງ​ຕາມ​ມາດຕະຖານ​ສາກົນ. ທັງ​ນີ້, ເປົ້າ​ໝາຍ​ສຳຄັນ​ຂອງ​ໂຄງການ​ໃນ​ໄລຍະ 2025-2028 ແມ່ນ​ການ​ເພີ່ມ​ຈຳນວນ​ການ​ບໍລິຈາກ​ເລືອດ​ຈາກ​ຫຼາຍ​ກວ່າ 80.400 ຖົງ​ໃນ​ປີ 2025 ເປັນ 85.000 ຖົງ, 93.000 ຖົງ ແລະ 100.000 ຖົງ​ໃນ​ປີ 2028, ພ້ອມ​ຕັ້ງ​ເປົ້າ​ໃຫ້ ການ​ບໍລິຈາກ​ແບບ​ສະໝັກ​ໃຈ​ບັນ ລຸ 85% ເມື່ອ​ໂຄງການ​ສິ້ນ​ສຸດ ແລະ ໃຫ້​ຢ່າງ​ໜ້ອຍ 50% ຂອງ​ຜູ້​ບໍລິຈາກ​ແບບ​ສະໝັກ​ໃຈ​ກັບ​ຄືນ​ມາ​ບໍລິຈາກ​ຫຼາຍ​ຄັ້ງ. ໂດຍ: ແສງ​ສະຫວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ