ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

ເຈົ້າ​ໜ້າທີ່​ບຸກ​ຄົ້ນ​ໂຮງແຮມ ແມັງ ໂກຣ​​ຟ ແລະ ອາພາດ​ເມັ້ນ ກໍ​ລໍ​ລີ່ ຈັບ​ຕົວ​ສະ​ແກມ​ເມີ​ໄດ້ 139 ຄົນ ມີ 4 ສັນຊາດ
ເວລາອອກຂ່າວ: 2026-09-03 09:24:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 145 | ຄວາມນິຍົມ:



ໜັງສືພິມ​ຄວາມສະຫງົບ ລາຍ​ງານ​ວັນ​ທີ 31 ສິງຫາ 2026 ວ່າ: ໃນ​ທ້າຍ​ອາທິດ​ຜ່ານ​ມາ ເຈົ້າ​ໜ້າທີ່​ໜ່ວຍ​ສະເພາະ​ກິດ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ໄດ້​ເຂົ້າ​ມ້າງ​ກຸ່ມ​ແກ້ງ​ອາ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ, ເວັບ​ພະນັນ​ທາງ​ອອນ​ລາຍ ຢູ່ 2 ຈຸດ​ຄື: ໂຮງແຮມ ແມັງ ໂກຣ​​ຟ ແລະ ອາພາດ​ເມັ້ນ ກໍ​ລໍ​ລີ່ ຕັ້ງ​ຢູ່​ບ້ານ​ຝາຍ ເມືອງໄຊ​ເສດ​ຖາ ນະຄອນຫຼວງ​ວຽງ​ຈັນ, ສາມາດ​ກັກ​ຕົວ​ຜູ້​ຖືກ​ຫາ​ໄດ້​ທັງ​ໝົດ 139 ຄົນ, ຍິງ 54 ຄົນ ລວມ​ມີ 4 ສັນຊາດ. ຈຸດ​ທີ1: ຢູ່​ໂຮງແຮມ ແມັງ​ໂກ​​ຮຟ ສາມາດ​ກັກ​ຕົວ​ໄດ້ 114 ຄົນ, ຍິງ 50 ຄົນ, ມີ 4 ສັນຊາດ ຄື: ສັນຊາດ ໄທ ມີ 105 ຄົນ, ຍິງ 48 ຄົນ, ສັນຊາດ​ຈີນ 7 ຄົນ, ຍິງ 1 ຄົນ, ສັນຊາດ ຈີນ-ໄຕ້​ຫວັນ 1 ຄົນ ແລະ ສັນຊາດ​ກຳປູເຈຍ 1 ຄົນ. ສາມາດ​ຢຶດ​ເຄື່ອງ​ຂອງ​ກາງທີ່​ນຳ​ໃຊ້​ເຂົ້າ​ໃນ​ການ​ກະ​ທຳ​ຜິດ ມີ​ຄອມ​ພິວ​ເຕີ​ໂນດ​ບຸກ 17 ໜ່ວຍ, ໂທລະສັບ​ມື​ຖື 321 ໜ່ວຍ, ໄອ​ແພັດ 11 ໜ່ວຍ, ແທັບ​ເລັດ 10 ໜ່ວຍ, ຈໍ​ແຊ ຄອມ​ພິວ​ເຕີ 2 ໜ່ວຍ, ຫົວນ້ຳ​ຢາສູບ​ໄຟຟ້າ 24 ອັນ, ຢາສູບ​ໄຟຟ້າ 5 ອັນ, ນ້ຳ​ຢາ​ປະສົມ​ນໍ້າ​ກະ​ທ້ອມ 4 ແກ້ວ ແລະ ໃບ​ກະ​ທ້ອມ ບັນຈຸ​ໃນ​ຖົງ​ອີກ 1 ຖົງ. ຈຸດ​ທີ 2: ຢູ່​ອາພາດ​ເມັ້ນ ກໍ​ລໍ​ລີ່ ສາມາດ​ກັກ​ຕົວ​ໄດ້ 25 ຄົນ, ຍິງ 4 ຄົນ ລວມ​ມີ 3 ສັນຊາດ ຄື: ສັນຊາດ​ໄທ 12 ຄົນ, ຍິງ 4 ຄົນ, ສັນຊາດ​ຈີນ 7 ຄົນ ແລະ ສັນຊາດ ຈີນ-ໄຕ້​ຫວັນ 6 ຄົນ; ຢຶດ​ເຄື່ອງ​ຂອງ​ກາງ ໄດ້​ມີ​ຄອມ​ພິວ​ເຕີ​ຕັ້ງ​ໂຕະ 8 ໜ່ວຍ, ຄອມ​ພິວ​ເຕີ​ໂນດ​ບຸກ 9 ໜ່ວຍ, ໂທລະສັບ​ມື​ຖື 119 ໜ່ວຍ, ໄອ​ແພັດ 3 ໜ່ວຍ, ເມັດ​ຂາວ​ຄ້າຍຄື ສານ​ເສບ​ຕິດ 2 ຖົງ​ນ້ອຍ (ຍັງ​ບໍ່​ທັນ​ພິສູດ ແລະ ສັ່ງ​ນ້ຳໜັກ), ກັບໄຟ 39 ແກັດ. ປັດຈຸບັນ, ເຈົ້າ​ໜ້າທີ່​ກຳລັງ​ດຳ ເນີນ​ການ​ສືບສວນ-ສອບ​ສວນ​ຜູ້​ຖືກ​ຫາ ເພື່ອ​ຂະຫຍາຍ​ຜົນ​ຊອກ​ຫາ​ຫົວ​ໂປ່​ໂຕ​ການ ແລະ ພັກ​ພວກ​ກຸ່ມ​ແກ້ງ​ມາ​ດຳເນີນ​ຄະດີ​ຕາມ​ລະ ບຽບ​ກົດໝາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ