ກອງພັນໃຫຍ່ 101 ເຜີຍແຜ່ ເຊື່ອມຊຶມ ກົດລະບຽບ ຂອງກອງທັບປະຊາຊົນລາວ
ເວລາອອກຂ່າວ: 2026-09-03 09:19:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 248 | ຄວາມນິຍົມ: ![]()
ວັນທີ 2 ກັນຍາ 2026 ນີ້, ກອງພັນໃຫຍ່ 101 ກອງພົນທີ 1 ໄດ້ເຜີຍແຜ່ ເຊື່ອມຊຶມ ກົດລະບຽບ ຂອງກອງທັບປະຊາຊົນລາວ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຂາວມະນີ ສີພອນ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ກອງພົນທີ 1, ມີສະຫາຍ ພັນເອກ ໄມ ພອນພິພັກ ຫົວໜ້າການເມືອງ ກອງພັນໃຫຍ່ 101, ມີຮອງຫົວໜ້າຫ້ອງເສນາທິການ, ຕາງໜ້າພະແນກການທີ່ກ່ຽວຂ້ອງ ກອງພົນທີ 1, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນໂທ ສອນພັນ ລໍຈິງຄູນພັນ ຮອງຫົວໜ້າຫ້ອງເສນາທິການ ກອງພົນທີ 1 ໄດ້ເຜີຍແຜ່ກົດລະບຽບ ຂອງກອງທັບປະຊາຊົນລາວ ສະບັບປີ 2026 ເຊິ່ງປະກອບມີ XVI ພາກ, ມີ 56 ໝວດ, ມີ 299 ມາດຕາ. ການເຜີຍແຜ່ກົດລະບຽບ ກອງທັບປະຊາຊົນລາວໃນຄັ້ງນີ້ ເພື່ອເຮັດໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ໄດ້ຮັບຮູ້ ແລະ ເຊື່ອມຊຶມ ບັນດາເນື້ອໃນຂໍ້ກໍານົດກົດລະບຽບ ຂອງກອງທັບປະຊາຊົນລາວວາງອອກ ຕ້ອງປະຕິບັດຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບສູງຕໍ່ການເຄື່ອນໄຫວວຽກງານ ຂອງກົມກອງ ໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ.
ຫຼັງຈາກນັ້ນ, ສະຫາຍປະທານ ຍັງໄດ້ມອບປຶ້ມກົດລະບຽບ ຂອງກອງທັບປະຊາຊົນລາວ ແລະ ເຄື່ອງອຸປະໂພກຈໍານວນໜຶ່ງ ໃຫ້ກອງພັນໃຫຍ່ 101 ຕື່ມອີກ.
ໂດຍ: ສິນໄຊ ເພັດລັດຕະນະ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















