ກອງບັນຊາການທະຫານແຂວງຫຼວງນ້ຳທາປິດຊຸດອົບຮົມການທະຫານ ໃຫ້ລັດຖະກອນປ້ອງກັນຊາດ (ຄູອາສາ) ປະຈຳປີ 2026
ເວລາອອກຂ່າວ: 2026-09-03 09:08:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 130 | ຄວາມນິຍົມ: ![]()
ວັນທີ 20 ສິງຫາ 2026 ນີ້, ກອງບັນຊາການທະຫານແຂວງຫຼວງນໍ້າທາ ໄດ້ປິດຊຸດອົບຮົມການທະຫານ ໃຫ້ລັດຖະກອນປ້ອງກັນຊາດ (ຄູອາສາ) ປະຈຳປີ 2026, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ບຸນມີ ໄຊປະເສີດ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫຼວງນ້ຳທາ, ມີຄະນະພັກ-ຄະນະບັນຊາ, ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກເຝິກອົບຮົມເຂົ້າຮ່ວມ.
ສະຫາຍ ພັນໂທ ຕຸ້ຍ ຄິດທະໄຊ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງຫຼວງນ້ຳທາ ໄດ້ຜ່ານບົດສະຫຼຸບການອົບຮົມ-ຫັດແອບການທະ ຫານ ໃຫ້ລັດຖະກອນປ້ອງກັນຊາດ (ຄູອາສາ) ປະຈຳປີ 2026 ຂອງກອງບັນຊາການທະຫານແຂວງຫຼວງນ້ຳທາ, ຊຸດອົບຮົມ- ຫັດແອບຄັ້ງນີ້, ມີພະນັກງານລັດຖະກອນປ້ອງກັນຊາດເຂົ້າຮ່ວມທັງໝົດ 34 ສະຫາຍ, ຍິງ 16 ສະຫາຍ, ເນື້ອໃນທີ່ນຳມາອົບຮົມ-ຫັດແອບ ມີພາກວິຊາການເມືອງ, ພາກວິຊາພະລາທິ ການ, ພາກວິຊາລະບຽບ-ກິລາ, ພາກວິຊາສິລະປະຍຸດ ແລະ ພາກວິຊາຍຸດທະວິທີ. ພາກການ ເມືອງ ປະກອບມີ: ກຽດສັກສີ ແລະ ຄວາມຮັບຜິດຊອບຂອງນັກຮົບກອງທັບປະຊາຊົນລາວ, ເປົ້າໝາຍອຸດົມຄະຕິສູ້ຮົບຂອງກອງທັບ, ພາລະບົດບາດ ແລະ ໜ້າທີ່ຂອງກອງທັບ, ທາດແທ້ຊົນ ຊັ້ນກຳມະກອນ ແລະ ມູນເຊື້ອອັນສະຫງ່າງາມຂອງກອງທັບ, ກົດໝາຍພັນທະປ້ອງກັນຊາດ, ກົດລະບຽບຂອງກອງທັບ; ພາກ ພະລາທິການ ປະກອບມີ: ລະ ບອບອັດຕາເງິນເດືອນ, ລະບອບ ອຸປະໂພກ-ບໍລິໂພກໃນກອງທັບ, ອະນາໄມກັນພະຍາດ, 5 ເຕັກ ນິກການແພດ ແລະ ພາກການທະຫານ ປະກອບມີ: ຂໍ້ກຳນົດກົດລະບຽບໃນກອງທັບ, ລະບຽບບຸກຄົນ ແລະ ລະບຽບຮູບແຖວພື້ນຖານຂອງກອງທັບ, ສິລະປະ ຍຸດທະຫານຮາບ ແລະ ຍຸດທະວິທີການທະຫານ ສະເລ່ຍຜົນໄດ້ຮັບ ພາກການເມືອງ 72%, ພາກພະ ລາທິການ 84%, ວິຊາລະບຽບ-ກິລາ 81%, ພາກສິນລະປະ ຍຸດ 76% ແລະ ພາກຍຸດທະວິທີ 82%. ສະເລ່ຍລວມຜົນໄດ້ຮັບ ທັງໝົດ 81%.
ໂອກາດນີ້, ຍັງໄດ້ມອບໃບຢັ້ງ ຢືນໃຫ້ນັກເຝິກອົບຮົມ ພ້ອມທັງຮັບຟັງການໂອ້ລົມຈາກສະຫາຍປະທານ ຕື່ມອີກ.
ໂດຍ: ບຸນປັນ ປັນຍາລິນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















