ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

ໂຮງ​ຮຽກ​​ານ​ທະຫານ​ທ້ອງຖິ່ນ​ແຂວງ​ເຊ​ກອງ ປິດ​ຊຸດ​ອົບຮົມ-ຫັດ​ແອບ ປະຈຳ​ປີ 2026
ເວລາອອກຂ່າວ: 2026-09-03 09:02:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 75 | ຄວາມນິຍົມ:



ວັນ​ທີ 27 ສິງຫາ 2026, ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ​ແຂວງ​ເຊ​ກອງ ໄດ້​ປິດ​ຊຸດ​ອົບຮົມ-ຫັດ​ແອບ ການ​ທະຫານ, ການເມືອງ, ພະລາທິການ ແລະ ເຕັກ​ນິກ ປະຈຳ​ປີ 2026, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ຄຳ​ກ້ອນ ດອນ​ອິນ​ດີ້ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ, ມີ​ ສະຫາຍ ພັນ​ໂທ ເພັດ​ສະຫວັນ ເຮືອງ​ປັນຍາ ຫົວໜ້າ​ການເມືອງ​ໂຮງຮຽນ, ສະຫາຍ ພັນ​ໂທ ບຸນ​ສະໜອງ ເພັດ​ສະ​ລາດ ຫົວໜ້າ​ການ​ທະ ຫານ​ໂຮງຮຽນ ພ້ອມ​ດ້ວຍຄະນະ​ພັກ-ຄະນະ​ບັນຊາ ພະແນກການ​ທີ່​ກ່ຽວຂ້ອງ, ຄູ-ອາຈານ ແລະ ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ຮ້ອຍ​ເອກ ເພັດ​ສະໝອນ ໄຊ​ຍະ​ເລີດ ຫົວໜ້າ​ຂະແໜງ​ອົບ ຮົມ​ໂຮງຮຽນ ໄດ້​ຜ່ານ​ບົດ​ສະຫຼຸບ​ການ​ອົບຮົມ-ຫັດ​ແອບ ປະຈຳ​ປີ 2026, ເຊິ່ງ​ໃນ​ໄລຍະການ​ອົບຮົມ-ຫັດ​ແອບ ຮ່ຳຮຽນ​ຕາມ​ແຜນການ​ຂອງ​ກົມ​ກອງສາມາດ​ຕີ​ລາ ຄາ​ຜົນ​ໄດ້​ຮັບ​ໃນ​ການ​ຮຽນພາກ​ທິດ​ສະ​ດີ ແລະ ປະຕິບັດ​ຕົວ​ຈິງ​ບັນລຸ​ໄດ້ 95% ແລະ ມີ​ຄວາມ​ປອດ​ໄພ 100%, ຂະແໜງການ​ທີ່​ກ່ຽວຂ້ອງ ໄດ້​ລົງ​ໄກ້​ຊິດ​ຕິດ​ແທດການ​ຮຽນ-ການ​ສອນ ພາກ​ທິດ​ສະ​ດີ ແລະ ພາກ​ປະຕິບັດຕົວ​ ຈິງ​ຢູ່​ພາກ​ສະໜາມ ມີ​ຄວາມ​ຮັບ ປະກັນ ແລະ ປອດ​ໄພ 100%, ພະນັກງານ, ຄູ-ອາຈານ ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃນ​ການ​ສິດສອນ, ສົ່ງ​ຄວາມ​ຮູ້ຢ່າງ​ມີ ຫຼັກການ ແລະ ຖືກຕ້ອງ​ຕາມ​ໂຄງການ​ຫຼັກສູດ ຄຽງ​ຄູ່​ກັບ​ດ້ານ​ດີ ກໍ​ມີ​ດ້ານ​ອ່ອນ​ຂໍ້ຄົງຄ້າງ​ບາງ​ບັນຫາ: ການນຳພາ-ຊີ້​ນຳ ບາງ​ວຽກ​ງານ​ຍັງ​ບໍ່​ທັນ​ເຂັ້ມ​ງວດ ເຮັດ​ໃຫ້​ວຽກ​ບາງ​ຢ່າງ​ຍັງ​ບໍ່​ທັນ​ໄດ້​ດີ​ເທົ່າ​ທີ່​ຄວນ, ການ​ຕອບ​ສະໜອງ​ທາງ​ດ້ານ​ວັດຖຸ-ອຸປະກອນ​ຕ່າງໆ ບາງ​ປະເພດ​ຍັງ​ບໍ່​ທັນ​ໄດ້ຕາມ​ຫຼັກການ ເຮັດ​ໃຫ້​ລ້າ​ຊ້າ​ບໍ່​ທັນ​ການ​ບາງ​ຄັ້ງ​ຄາວ; ຄະນະ​ພັກ-ຄະນະ​ບັນຊາ ຕະຫຼອດ​ຮອດພະນັກງານ-ນັກຮົບ​ໂຮງຮຽນຈົງ​ຖື​ເອົາ​ວຽກ​ງານ​ການນຳ ພາ-ຊີ້​ນຳ, ການ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ກົກ, ວຽກ​ງານອົບຮົມ-ຫັດ​ແອບ​ເປັນໃຈ​ກາງ, ການ​ສິດສອນ​ສົ່ງ​ຄວາມ​ຮູ້​ໃຫ້​ມີ​ຄຸນ​ນະ​ພາບ ຕິດ​ພັນ​ກັບຂະ​ບວນ​ການ​ຮອບດ້ານຂອງ​ກົມ​ກອງ, ຄະນະ​ພັກ-ຄະນະ​ບັນ ຊາ ຍັງ​ຕ້ອງ​ໄດ້​ເອົາໃຈໃສ່​ລົງ​ເລິກ​ໃກ້ຊິດຕິດແທດ​ຊີ້​ນຳ​ວຽກ​ງານ​ອົບຮົມ-ຫັດ​ແອບ ເປັນ​ປົກກະຕິ, ຂະແໜງ​ອົບຮົມຕ້ອງ​ໄດ້​ຈັດ​ຕັ້ງ​ສະຫຼຸບ​ຖອດ​ຖອນ​ບົດຮຽນ, ຕຳ​ນິຕິ​ຊົມ, ສຳ​ຫຼວດ​ກວດກາ​ຂອງ​ສະພາ​ຄູ ປະຈຳ​ເດືອນ​ເປັນ​ປົກກະຕິ ຊີ້​ນຳ​ເຂັ້ມ​ງວດ​ໃນ​ການ​ແຕ່ງ​ບົດ​ສອນ​ຂອງ ຄູ-ອາຈານ​ໃຫ້​ໄດ້​ຕາມ​ມາດຖານ​ເງື່ອນໄຂ ແລະ ມີ​ຄຸນ​ນະ​ພາບ​ສູງ. ສະຫາຍ ພັນ​ໂທ ຄຳ​ກ້ອນ ດອນອິນ​ດີ້ ໄດ້​ຮຽກຮ້ອງ​ໃຫ້ພະ ນັກງານ-ນັກຮົບ ຈົ່ງ​ພ້ອມ​ກັນຍົກ ​ສູງ​ຄຸນ​ນະ​ພາບ ເພື່ອ​ກຳ​ໃຫ້​ໄດ້​ຈັງຫວະ​ບາດກ້າວ​ພື້ນຖານ​ນຳ ຄູ-ອາຈານ​ຢ່າງ​ລະອຽດ, ດ້ານ​ວິຊາ​ເຕັກນິກ​ການ​ທະຫານ, ສິລະ​ປະຍຸດ ແລະ ຍຸດ​ທະວິທີ​ທະຫານ​ຮາບ​ໃຫ້​ມີ​ຄວາມ​ຊຳ​ນິຊຳນານ​ຄ່ອງ​ແຄ້ວ​ໃນ​ການ​ບັນຊາ​ສູ້​ຮົບ, ນຳ​ເອົາ​ບົດຮຽນ​ທີ່​ຮຽນ​ມາ​ໄປ​ໜູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ສູ້​ຮົບ​ຢູ່​ກົມ​ກອງ​ໃຫ້​ມີ​ຜົນສຳເລັດ ແລະ ມີ​ປະສິດທິພາບ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໂດຍ: ກອງ​ຄຳ ຈິ່ງ​ດ້າ​ຍອດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ