ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກັນຍາ 2026

  

ກອງພົນທີ 3 ປາຖະກະຖາ 2 ວັນປະຫວັດສາດ
ເວລາອອກຂ່າວ: 2026-09-03 09:00:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 194 | ຄວາມນິຍົມ:



ວັນທີ 1 ກັນຍາ 2026 ນີ້, ກອງພົນທີ 3 ໄດ້ປາຖະກະຖາ 2 ວັນປະຫວັດສາດຄື: ວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ (2 ກັນຍາ 1945-2 ກັນຍາ 2026) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ (9 ກັນຍາ 2002-9 ກັນຍາ 2026) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ກອງພົນທີ 3, ມີຄະນະຫ້ອງ ແລະ ພະນັກງານ-ນັກຮົບ ມາຈາກອົງການ-ກົມກອງອ້ອມຂ້າງ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ສາຍທອງ ປີຊາຈັນ ໄດ້ເລົ່າຄືນປະຫວັດໄລຍະການຕໍ່ສູ້ຍາດເອົາອໍານາດການປົກຄອງ (1930-1945) ໃນຕົ້ນສະຕະວັດທີ 20 ບັນດາປະເທດຈັກກະພັດເອີຣົບຕາເວັນຕົກ ເປັນຕົ້ນ ແມ່ນຝຣັ່ງ ໄດ້ແຜ່ອໍານາດປົກຄອງບັນດາຫົວເມືອງຂຶ້ນ ແລະ ຕະຫຼາດໃໝ່ ຂອງພວກເຂົາ, ປີ 1884 ຫວຽດນາມ ໄດ້ຕົກເປັນຫົວເມືອງຂຶ້ນຂອງຝຣັ່ງ, ປະຊາຊົນຫວຽດນາມໄດ້ສູນເສຍສິດເປັນເຈົ້າ, ບໍ່ມີອິດສະຫຼະພາບ, ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ແລະ ປ່າເຖື່ອນ. ດ້ວຍນໍ້າໃຈຮັກຊາດ ແລະ ຄຽດແຄ້ນຕໍ່ພວກລ່າເມືອງຂຶ້ນຜູ້ຮຸກຮານ ປະຊາຊົນຫວຽດນາມໄດ້ລຸກຮືຂຶ້ນຕໍ່ສູ້ຢ່າງເນື່ອງນິດລຽນຕິດ, ເກີດມີຂະບວນການຕໍ່ສູ້ຫຼາຍຂະບວນຢູ່ໃນປະເທດເຊັ່ນ: ຂະບວນການລຸກຮືຂຶ້ນ ບາດິງ (ແທງຮວາ ປີ 1886-1887), ຂະບວນການຕໍ່ສູ້ ຂອງຣົງລິງ (ປີ 1886-1892), ຂະບວນການຕໍ່ສູ້ ຂອງຟາມຈຸຈິງ (ປີ 1972-1926), ຂະບວນການຕໍ່ສູ້ຂອງ ຟາມໂບກເຈົາ (ປີ 1867-1940) ບັນດາຂະບວນການລຸກຮືຂຶ້ນດັ່ງກ່າວນັ້ນ ລ້ວນແຕ່ຖືກປາລາໄຊ ຍ້ອນບໍ່ມີແນວທາງປະຕິວັດທີ່ຖືກຕ້ອງ ແລະ ວິທະຍາສາດ, ວັນທີ 3 ກຸມພາ 1930 ພັກກອມມູນິດຫວຽດນາມ ໄດ້ຮັບການຮັບການສ້າງຕັ້ງຂຶ້ນ ເປັນບາດລ້ຽວອັນຍິ່ງໃຫຍ່ໃນປະຫວັດສາດ ຂອງການປະຕິວັດຫວຽດນາມ, ເປັນຂີດໝາຍໃໝ່ທີ່ສະຫວ່າງສະໄຫວໃນເສັ້ນທາງຂະຫຍາຍຕົວ ຂອງຊາດຫວຽດນາມ, ຜ່ານໄລຍະການຕໍ່ສູ້ອັນລະອິດລະອ້ຽວ ມາຮອດວັນທີ 2 ກັນຍາ 1945 ປະຊາຊົນຫວຽດນາມໄດ້ໂຮມຊຸມນຸມມິດຕິງທີ່ສະໜາມຫຼວງບາດິງ, ປະທານ ໂຮ່ຈິມິນ ຕາງໜ້າໃຫ້ລັດຖະບານຊົ່ວຄາວ ໄດ້ອ່ານຖະແຫຼງການເອກະລາດ, ປະກາດສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕຫວຽດນາມ. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນເຖິງມູນເຊື້ອ ການກຳເນີດເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຕະຫຼອດໄລຍະ 24 ປີ ພາຍໃຕ້ການນໍາພາ-ຊີ້ນໍາຢ່າງໃກ້ຊິດ ຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ລັດຖະບານ, ຄະນະພັກແຕ່ລະຂັ້ນ, ການສະໜັບສະໜູນອູ້ມຊູຊ່ວຍເຫຼືອ ຂອງບັນດາກະຊວງ-ອົງການ ແລະ ຊັ້ນຄົນໃນສັງຄົມ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ຮັບການປັບປຸງ ແລະ ພັດທະນາໃນຫຼາຍດ້ານໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ສາມາດເຄື່ອນໄຫວປະຕິບັດພາລະບົດບາດຂອງຕົນ ແລະ ສ້າງໄດ້ຜົນງານໃນຫຼາຍດ້ານ ເຮັດໃຫ້ສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ຮັບການຍ້ອງຍໍຈາກພັກ, ລັດຖະບານ, ປະເທດເພື່ອນມິດ ແລະ ສາກົນຢ່າງສົມກຽດ, ຮັກສາມມູນເຊື້ອ 3 ດີ ແລະ 6 ຮັກສາ ຂອງສະຫະພັນນັກຮົບເກົ່າ ໄດ້ກຳນົດໄວ້. ໂດຍ: ຄໍາຜຸຍ ສີວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ