ວິທະຍາຄານພະລາທິການກອງທັບ ມອບເງິນອຸດໜູນບໍານານ
ເວລາອອກຂ່າວ: 2026-09-03 08:54:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 188 | ຄວາມນິຍົມ: ![]()
ວັນທີ 2 ກັນຍາ 2026 ນີ້, ວິທະຍາຄານພະລາທິການກອງທັບ ໄດ້ມອບເງິນອຸດໜູນບໍານານ ໃຫ້ພະນັກງານທີ່ໄດ້ຮັບການອະນຸມັດໃຫ້ພັກການ ຮັບບໍານານ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ປອ ແສງທອງ ອຸ່ນນາງ ຮອງອຳນວຍການ, ຫົວໜ້າຫ້ອງການເມືອງ ວິທະຍາຄານພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາ 6 ຫ້ອງ, 2 ກອງພັນ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ສອນເພັດ ພິລະກອນ ຮອງຫົວໜ້າພະແນກນະໂຍບາຍ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ພັກການ ຮັບບໍານານ ໃນນີ້, ອະນຸມັດໃຫ້ ສະຫາຍ ພັນໂທ ເຄນດາລີ ເພຍນາມແສງ ຫົວໜ້າພະແນກໄອຍະການ ຫ້ອງການເມືອງ ວິທະຍາຄານພະລາທິການກອງທັບ ພັກການ ຮັບບໍານານ ແລະ ຮັບເງິນອຸດໜູນບໍານານ ຈໍານວນ 39.922.000 ກີບ.
ໂດຍ: ແກ້ວອຸດອນ ລັດສະໝີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















