ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກັນຍາ 2026

  

ຖະແຫຼງຂ່າວ ງານວາງສະແດງຜະລິດຕະພັນລາວ 2026 (Made in Laos 2026)
ເວລາອອກຂ່າວ: 2026-09-02 16:08:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 248 | ຄວາມນິຍົມ:



ວັນທີ 1 ກັນຍາ 2026, ທີ່ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ຈັດງານພິທີຖະແຫຼງຂ່າວ ງານວາງສະແດງຜະລິດຕະພັນລາວ ປະຈໍາປີ 2026 ໂດຍການເປັນປະທານຮ່ວມ ຂອງທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ, ທ່ານ ວິທູນ ສິດທິມໍລະດາ ຮອງຫົວໜ້າກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ພູທອງ ພົນວີໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫົວພັນ, ທ່ານ ນາງ ຈັນທະດອມ ເມກສະຫວັນ ຮອງຜູ້ອໍານວຍການໃຫຍ່ ຜູ້ຊີ້ນໍາວຽກງານ ຝ່າຍບັນຊີ-ການເງິນ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວມະຫາຊົນ ແລະ ທ່ານ ສິດທິໄຊ ເກດຕະວົງ ຜູ້ອຳນວຍການ ຝ່າຍກິດຈະການອົງກອນ ສັງຄົມ ແລະ ຄວາມຍືນຍົງ ບໍລິສັດ ເບຍລາວ ຈຳກັດ. ສຄອຊ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫົວພັນ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຂວງທົ່ວປະເທດ ຈະໄດ້ຈັດງານວາງສະແດງຜະລິດຕະພັນລາວ 2026 (Made in Laos 2026) ເຊິ່ງຈະຈັດຂຶ້ນໃນລະຫວ່າງ ວັນທີ 3-11 ຕຸລາ 2026 (9 ວັນ) ທີ່ສູນວາງສະແດງສິນຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ ແລະ ປີນີ້ ແຂວງຫົວພັນ ໄດ້ຮັບກຽດເປັນເຈົ້າພາບຮ່ວມ ໂດຍມີການອອກແບບ Booth ພິເສດເພື່ອໂຄສະນາວິຖີຊີວິດ, ວັດທະນະທຳ ແລະ ແຫຼ່ງທ່ອງທ່ຽວອັນໂດດເດັ່ນ ຂອງ ແຂວງ. ຈຸດປະສົງຫຼັກ ຂອງງານ ແມ່ນເພື່ອຊຸກຍູ້ໃຫ້ຄົນລາວຫັນມານຳໃຊ້ສິນຄ້າພາຍໃນປະເທດ, ຍົກລະດັບຜູ້ຜະລິດຂະໜາດນ້ອຍສູ່ມາດຕະຖານສາກົນ, ພ້ອມທັງ ເປັນເວທີໃຫ້ທຸລະກິດໄດ້ຊອກຫາຄູ່ຄ້າໃໝ່ ແລະ ແລກປ່ຽນບົດຮຽນ, ພາຍໃນງານມີການນຳເອົາສິນຄ້າຄຸນນະພາບຈາກ 17 ແຂວງ ມາຈັດສະແດງ ລວມກວ່າ 204 ຫ້ອງ (160 ຫົວໜ່ວຍທຸລະກິດ) ໂດຍແບ່ງເປັນ 8 ຂະແໜງການສຳຄັນ ເຊັ່ນ: ສິນຄ້າຈົດກາໝາຍ Made in Laos, ຜະລິດຕະພັນ ODOP, ຫັດຖະກຳແຜ່ນແພ-ເຄື່ອງເງິນ, ເຟີນີເຈີ, ກະສິກຳ, ອາຫານ-ເຄື່ອງດື່ມ, ອຸດສາຫະກຳ ແລະ ການທ່ອງທ່ຽວ ພ້ອມດ້ວຍກິດຈະກຳສຳມະນາ, ພົບປະທຸລະກິດ ແລະ ຄວາມບັນເທີງຫຼາກຫຼາຍ. ນອກຈາກນີ້, ພາຍໃນງານຖະແຫຼງຂ່າວ ຍັງໄດ້ມີພິທີເຊັນ MOU ຕໍ່ອາຍຸການສະໜັບສະໜູນຍຸດທະສາດ 3 ປີ (2027-2029) ມູນຄ່າ 900 ລ້ານກີບ ລະຫວ່າງ ສຄອຊ ແລະ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວມະຫາຊົນ (PTL) ໂດຍມີການສະໜັບສະໜູນຫຼັກຮ່ວມກັບ ບໍລິສັດ ເບຍລາວ ຈຳກັດ ເພື່ອສືບຕໍ່ສົ່ງເສີມຜະລິດຕະພັນລາວໃຫ້ເຕີບໃຫຍ່ ເຂັ້ມແຂງຕໍ່ໄປ. ໂດຍ: ໄຊສະຫວາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ