ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກັນຍາ 2026

  

ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບ ກອງທັບ ເຄື່ອນໄຫວສັກວັກຊີນປ້ອງກັນໄຂ້ຫວັດໃຫຍ່ລະດູການ ຢູ່ກອງບັນຊາການທະຫານຊາຍແດນ
ເວລາອອກຂ່າວ: 2026-09-02 16:03:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 272 | ຄວາມນິຍົມ:



ວັນທີ 2 ກັນຍາ 2026 ນີ້, ທີມງານແພດຈາກ ພະແນກສົ່ງເສີມສຸຂະພາບແມ່ ແລະ ເດັກ ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ນຳໂດຍ ສະຫາຍ ພັນໂທ ນາງ ອານົງລັກ ວຸດທິບຳເພັນ ຫົວໜ້າພະແນກສົ່ງເສີມສຸຂະພາບແມ່ ແລະ ເດັກ ໄດ້ເຄື່ອນໄຫວສັກວັກຊີນປ້ອງກັນໄຂ້ຫວັດໃຫຍ່ຕາມລະດູການ ໃຫ້ແກ່ພະນັກງານ-ນັກຮົບ ຢູ່ກອງບັນຊາການທະຫານຊາຍແດນ. ໃນພິທີ, ທີມງານແພດ ໄດ້ດຳເນີນການກວດກາສຸຂະພາບ, ຊັກຖາມສຸຂະພາບ ແລະ ໃຫ້ຄໍາແນະນຳ ກ່ອນດຳເນີນການສັກວັກຊີນ ຕາມຂັ້ນຕອນທາງການແພດ, ພ້ອມນີ້ ຍັງໄດ້ແນະນຳ ໃຫ້ພະນັກງານ-ນັກຮົບ ເອົາໃຈໃສ່ຮັກສາສຸຂະອະນາໄມສ່ວນບຸກຄົນ ແລະ ສຸຂະອະນາໄມລວມໝູ່, ກິນອາຫານທີ່ສະອາດ, ພັກຜ່ອນໃຫ້ພຽງພໍ ແລະ ເມື່ອມີອາການເຈັບປ່ວຍຄວນແຈ້ງໃຫ້ແພດຮັບຮູ້. ການສັກວັກຊີນປ້ອງກັນໄຂ້ຫວັດໃຫຍ່ຕາມລະດູການ ໃນຄັ້ງນີ້, ເປັນອີກໜຶ່ງກິດຈະກຳ ທີ່ສໍາຄັນດ້ານການແພດທະຫານ ທີ່ມຸ່ງໝັ້ນໃນການດູແລ ແລະ ສ້າງເສີມສຸຂະພາບ ໃຫ້ນາຍ ແລະ ພົນທະຫານ ໃນການປ້ອງກັນ ການແຜ່ລະບາດ ຂອງພະຍາດ ແລະ ຮັກສາຄວາມພ້ອມ ໃນການປະຕິບັດໜ້າທີ່ໃຫ້ສຳລັດອີກດ້ວຍ. ໂດຍ: ທູມມີ ໄຊຍະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ