ຊຸກຍູ້ການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກ ຢູ່ໜ່ວຍຊາວໜຸ່ມ ກົມກວດກາ ກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2026-09-02 15:59:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 268 | ຄວາມນິຍົມ: ![]()
ວັນທີ 2 ກັນຍາ 2026 ນີ້, ສະຫາຍ ພັນໂທ ຈັນນະຄອນ ອາດສະໝຸດ ຫົວໜ້າພະແນກຊາວໜຸ່ມ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ "4 ບຸກ" ຢູ່ໜ່ວຍຊາວໜຸ່ມ ກົມກວດກາ ກະຊວງປ້ອງກັນປະເທດ ປະຈໍາປີ 2026, ໂດຍມີ ສະຫາຍ ພັນເອກ ດາວປະເສີດ ທິພົມມະຈັນ ຮອງຫົວໜ້າກົມກວດກາ ກະຊວງປ້ອງກັນປະເທດ, ມີຄະນະໜ່ວຍຊາວໜຸ່ມ, ຫົວໜ້າຈຸ ແລະ ຮອງຈຸ ເຂົ້າຮ່ວມ.
ສະຫາຍ ພັນຕີ ວົງວິເສດ ໄກຍະລາດ ເລຂາໜ່ວຍຊາວໜຸ່ມ ກົມກວດກາ ກະຊວງປ້ອງກັນປະເທດ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງໜ່ວຍຊາວໜຸ່ມ ກົມກວດກາ ກະຊວງປ້ອງກັນປະເທດ ປະຈໍາປີ 2026 ແລະ ວາງທິດທາງແຜນການ ປະຈໍາປີ 2027 ເຊິ່ງໄດ້ຍົກໃຫ້ເຫັນຈຸດດີ, ຈຸດອ່ອນຂໍ້ຄົງຄ້າງ ແລະ ຜົນງານການເຄື່ອນໄຫວທີ່ພົ້ນເດັ່ນ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃນໄລຍະ 1 ປີຜ່ານມາ ສາມາດຕີລາຄາໄດ້ແຕ່ລະດ້ານ ຄື: ດ້ານແນວຄິດ 99%; ດ້ານການເຝິກຝົນຫຼໍ່ຫຼອມ ແລະ ຮໍ່າຮຽນ 98%; ດ້ານການຈັດຕັ້ງ 99%; ດ້ານວິຊາຊີບ-ສ້າງວຽກເຮັດງານທຳ 97% ແລະ ຕີລາຄາລວມການຈັດຕັ້ງໜ່ວຍຊາວໜຸ່ມນໍາໜ້າ 4 ບຸກ ຢູ່ໃນປະເພດແຂງ, ສະມາຊິກຊາວໜຸ່ມນໍາໜ້າ 4 ບຸກ ມີ 27 ສະຫາຍ, ຍິງ 06 ສະຫາຍ. ໃນໄລຍະຜ່ານມາ, ໜ່ວຍຊາວໜຸ່ມ ກົມກວດກາ ກະຊວງປ້ອງກັນປະເທດ ໄດ້ຮັບໃບຢັ້ງຢືນ ເປັນໜ່ວຍ 4 ບຸກ 7 ປີຕິດຕໍ່ກັນ. ຈາກນັ້ນ, ໃນກອງປະຊຸມ ໄດ້ພ້ອມກັນ ປະກອບຄໍາຄິດເຫັນແລກປ່ຽນບົດຮຽນ ຢ່າງມີຈຸດສຸມ ເພື່ອພ້ອມກັນປັງປຸງແກ້ໄຂບັນດາວຽກງານທີ່ຍັງຂໍ້ຄົງຄ້າງ ໃຫ້ດີຂຶ້ນໃນຕໍ່ໜ້າ, ພ້ອມທັງ ນໍາສະເໜີຂັ້ນເທິງ ເພື່ອຮັບຮອງ ແລະ ຢັ້ງຢືນເອົາເປັນໜ່ວຍຊາວໜຸ່ມນໍາໜ້າ 4 ບຸກ.
ໂອກາດນີ້, ສະຫາຍ ພັນເອກ ດາວປະເສີດ ທິພົມມະຈັນ ໄດ້ເນັ້ນໜັກໃຫ້ຄະນະໜ່ວຍຊາວໜຸ່ມ ເພີ່ມທະວີການສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກຊາວໜຸ່ມຢ່າງແຂງແຮງ, ຍົກສູງແບບແຜນການດໍາລົງຊີວິດ ໃຫ້ມີຄວາມປອດໃສ, ເປັນແບບຢ່າງໃນການປະຕິບັດຂໍ້ກໍານົດ, ກົດລະບຽບ ຂອງກອງທັບ ໃຫ້ເຂັ້ມງວດ ແລະ ພ້ອມສືບຕໍ່ເຮັດວຽກງານຂະບວນການ 4 ບຸກ ຂອງຊາວໜຸ່ມ ໃຫ້ປະກົດຜົນເປັນຈິງ.
ໂດຍ: ຈິດ ເພັດພູທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















