ກອງພັນໃຫຍ່ 641 ສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025
ເວລາອອກຂ່າວ: 2026-09-02 15:54:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 261 | ຄວາມນິຍົມ: ![]()
ວັນທີ 2 ກັນຍາ 2026 ນີ້, ກອງພັນໃຫຍ່ 641 ໄດ້ສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈຳປີ 2026, ໂດຍການເປັນ ປະທານ ຂອງສະຫາຍ ພັນເອກ ສອນແກ້ວ ຜາລີທອງ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 641, ມີຄະນະພັກກອງພັນໃຫຍ່, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ທອງລິດ ແສງຈັນທະບູລີ ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 641 ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025, ເຊິ່ງສາມາດສະຫຼຸບຕີລາຄາ ໝາກຜົນແຫ່ງການນຳພາ-ຊີ້ນຳ ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃນໄລຍະ 1 ປີຜ່ານມາ ສາມາດຕີລາຄາແບ່ງປະເພດ ຂອງໜ່ວຍພັກ, ສະມາຊິກພັກ ທົ່ວອົງຄະນະພັກ ກອງພັນໃຫຍ່ 641 ໄດ້ຄະນະພັກຮາກຖານ ແຂງ 5 ຄະນະ, ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 25 ຫົວໜ່ວຍກົມກອງ, ສະມາຊິກພັກແຂງ 632 ສະຫາຍ, ກາງ 10 ສະຫາຍ. ໃນກອງປະຊຸມ ໄດ້ຜ່ານທິດທາງແຜນການ ແລະ ຄາດໝາຍສູ້ຊົນ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ບັນລຸ 98% ຂຶ້ນໄປ. ພ້ອມນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳຄິດເຫັນ ໃສ່ບົດສະຫຼຸບ ແລະ ທິດທາງແຜນການ ຢ່າງກົງໄປກົງມາ.
ຈາກນັ້ນ, ສະຫາຍ ພັນໂທ ພັນທອງ ມາໄລລັດ ຮອງຫົວໜ້າພະແນກການເມືອງ ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ທີ່ຂຶ້ນກັບກອງພັນໃຫຍ່ 641 ປະຈໍາປີ 2025 ຈໍານວນ 25 ຫົວໜ່ວຍກົມກອງ. ພ້ອມກັນນັ້ນ, ສະຫາຍ ພັນໂທ ວັນເພັງ ໄຊອາສາ ຫົວໜ້າຂະແໜງພະນັກງານ ໄດ້ຜ່ານຂໍ້ຕົກລົງ ຂອງກອງພັນໃຫຍ່ 641 ວ່າດ້ວຍການແຕ່ງຕັ້ງ ຂັ້ນຮັກສາການ ຫົວໜ້າຂະແໜງການ ໃນນີ້, ໄດ້ແຕ່ງຕັ້ງ ສະຫາຍ ພັນໂທ ມີໄຊ ອິນດາວົງ ເປັນຮັກສາການ ຫົວໜ້າຂະແໜງນະໂຍບາຍ ພະແນກການເມືອງ, ສະຫາຍ ພັນຕີ ພູວົງ ແສງເພັດ ຮັກສາການ ຫົວໜ້າຂະແໜງກໍ່ສ້າງຮາກຖານ, ສະຫາຍ ພັນຕີ ບັນພະສິດ ພັນສີ ຮັກສາການ ຫົວໜ້າຂະແໜງຊາວໜຸ່ມ ແລະ ສະຫາຍ ພັນຕີ ຄໍາຕັນ ແກ້ວມາລາວົງ ຮັກສາການ ຫົວໜ້າຂະແໜງອົບຮົມ ພະແນກເສນາທິການ. ພ້ອມທັງ ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຂັ້ນຮອງຫົວໜ້າການທະຫານ ກອງຮ້ອຍສະແຕນລາ 10 ໃນນີ້, ໄດ້ແຕ່ງຕັ້ງ ສະຫາຍ ພັນຕີ ທອງລິນ ດວງຄໍາຈັນ ເປັນຮອງຫົວໜ້າການທະຫານ ກອງຮ້ອຍສະແຕນລາ 10 ແລະ ຜ່ານໜັງສືນໍາສົ່ງພະນັກງານ ທີ່ຮຽນຈົບພາຍໃນ ແລະ ຕ່າງປະເທດ ຈໍານວນໜຶ່ງຕື່ມອີກ.
ໂດຍ: ນາງ ກອງເພັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















