ປະກາດການແຕ່ງຕັ້ງໜ້າທີ່ຂັ້ນພະແນກ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ
ເວລາອອກຂ່າວ: 2026-09-02 15:27:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 303 | ຄວາມນິຍົມ: ![]()
ວັນທີ 2 ກັນຍາ 2026 ນີ້, ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີ ປະກາດການແຕ່ງຕັ້ງໜ້າທີ່ຂັ້ນພະແນກ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ ກົມໂຄສະນາອົບຮົມ, ຕາງໜ້າຄະນະຫ້ອງການເມືອງ, ຄະນະພັກ-ຄະນະບັນຊາ 8 ກອງສື່ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄອນສະຫວັນ ແກ້ວທອນຈັນ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຂັ້ນພະແນກການ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໃນນີ້, ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ພູວົງ ພົມມະລາດ ເປັນຫົວໜ້າພະແນກອົບຮົມ, ສະຫາຍ ພັນຕີ ປະສົງໄຊ ແກ້ວບຸນພັນ ເປັນຫົວໜ້າພະແນກສື່ມວນຊົນ, ສະຫາຍ ພັນໂທ ວິສະຫຼຸດ ຈັນທິລາດ ເປັນຮອງຫົວໜ້າພະແນກສື່ມວນຊົນ, ພັນໂທ ສຸວັນໂທ ຄໍາພິໄຊ ເປັນຮອງຫົວໜ້າພະແນກວິຈິດສິນ. ໃນພິທີ, ຍັງໄດ້ຜ່ານຂໍ້ຕົກລົງ ຂອງກົມໂຄສະນາອົບຮົມ ວ່າດ້ວຍການຍົກຍ້າຍ-ແຕ່ງຕັ້ງພະນັກງານຊ່ວຍວຽກພະແນກ ຂອງກົມໂຄສະນາອົບຮົມໃນນີ້, ຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຊ່ວຍວຽກພະແນກຢູ່ພາຍໃນກົມໂຄສະນາອົບຮົມ ມີລາຍຊື່ດັ່ງນີ້: ຍົກຍ້າຍ ສະຫາຍ ພັນໂທ ແສງຮັກ ດີມະນີວົງ ໜ້າທີ່ຮັບຜິດຊອບ ຊ່ວຍວຽກພະແນກຍ້ອງຍໍ ໄປຊ່ວຍວຽກພະແນກ ແຜນການ-ສັງລວມ, ຍົກຍ້າຍ ສະຫາຍ ຮ້ອຍເອກ ທິບພະກອນ ພິມມະຫາໄຊ ໜ້າທີ່ຮັບຜິດຊອບ ຊ່ວຍວຽກພະແນກແຜນການ-ສັງລວມ ໄປຊ່ວຍວຽກພະແນກຮູບເງົາ-ໂທລະໂຄ່ງ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ໄດ້ເນັ້ນເໜັກໃຫ້ແຕ່ລະສະຫາຍຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ແລະ ເສີມຂະຫຍາຍຄວາມເປັນແບບຢ່າງ, ມີຫົວຄິດປະດິດສ້າງ, ປັບປຸງແບບແຜນວິທີນໍາພາ-ບັນຊາ ເພື່ອປັບປຸງ-ກໍ່ສ້າງກົມກອງໃຫ້ເຂັ້ມແຂງ ໜັກແໜ້ນ.
ໂດຍ: ນາງ ໜູແດງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















