ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກັນຍາ 2026

  

ຄະນະນໍາກົມວິຊາສະເພາະ ກົມໃຫຍ່ພະລາທິການກອງທັບ ອວຍພອນ ຄະນະຫ້ອງການ ທີ່ປຶກສາທູດ ຝ່າຍປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ
ເວລາອອກຂ່າວ: 2026-09-02 14:57:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 147 | ຄວາມນິຍົມ:



ວັນທີ 2 ກັນຍາ 2026 ນີ້, ຄະນະນໍາກົມວິຊາສະເພາະ, ຫ້ອງການ ກົມໃຫຍ່ພະລາທິການກອງທັບ, ນໍາພາໂດຍ ສະຫາຍ ພົນຈັດຕະວາ ຄໍາແພງ ພູມມາແກ້ວ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ຕາງໜ້າໃຫ້ຄະນະນຳກົມໃຫຍ່ພະລາທິການກອງທັບ ນໍາເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂວັນ ເຂົ້າອວຍພອນ ຄະນະຫ້ອງການ ທີ່ປຶກສາທູດ ຝ່າຍປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 81 ປີ (2 ກັນຍາ 1945-2 ກັນຍາ 2026), ໂດຍການຕ້ອນຮັບ ຂອງສະຫາຍ ພັນເອກ ເຈີ່ນ ຈິ ທຽນ ຮອງຫົວໜ້າຫ້ອງການ ທີ່ປຶກສາທູດ ຝ່າຍປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ. ສະຫາຍ ພົນຈັດຕະວາ ຄໍາແພງ ພູມມາແກ້ວ ໄດ້ສະແດງຄວາມຢ້ຽມຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດ ມາຍັງຄະນະຫ້ອງການທີ່ປຶກສາທູດ ຝ່າຍປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍພະນັກງານ-ນັກຮົບ ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ ທີ່ພັກ-ລັດ ແລະ ປະຊາຊົນ ມອບໝາຍໃຫ້, ພ້ອມກັນເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ. ສະຫາຍ ພັນເອກ ເຈີ່ນ ຈິ ທຽນ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງສະຫາຍ ພົນຈັດຕະວາ ຄໍາແພງ ພູມມາແກ້ວ ພ້ອມດ້ວຍຄະນະ ທີ່ໄດ້ນໍາເອົາກະຕ່າດອກໄມ້ ເຂົ້າອວຍພອນ ໃນຄັ້ງນີ້, ເຊິ່ງສະແດງໃຫ້ເຫັນເຖິງວັນສໍາຄັນຂອງຫວຽດນາມ ແລະ ຄວາມສາມັກຄີຮັກແພງພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ເວົ້າລວມ, ເວົ້າສະເພາະ ກໍຄື ສອງກອງທັບ ລາວ-ຫວຽດນາມ ທີ່ນັບມື້ນັບກ້າວເຂົ້າສູ່ລວງເລິກ. ໂດຍ: ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ