ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກັນຍາ 2026

  

ກອງບັນຊາການທະຫານແຂວງຄໍາມ່ວນ ເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ
ເວລາອອກຂ່າວ: 2026-09-02 11:54:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 188 | ຄວາມນິຍົມ:



ວັນທີ 1 ກັນຍາ 2026 ນີ້, ກອງບັນຊາການທະຫານແຂວງຄໍາມ່ວນ ໄດ້ເຜີຍແຜ່ ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ພັນມະຫາ ຈູມມະນີ ຄະນະປະຈຳພັກກອງບັນຊາການ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ມີສະຫາຍ ພັນໂທ ໄຊປັນຍາ ເພັດອຸດົມ ຄະນະພັກຮາກຖານ, ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງຄຳມ່ວນ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ຫ້ອງການເມືອງ, ຫ້ອງເຕັກນິກ, ຫ້ອງການ, ກອງຮ້ອຍ 25 ແລະ ກອງຮ້ອຍ 233 ເຂົ້າຮ່ວມ. ສະຫາຍ ພັນເອກ ພັນມະຫາ ຈູມມະນີ ໄດ້ເຜີຍແຜ່ເອກະສານມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ກົດລະບຽບ ພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍ ການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII. ຈາກນັ້ນ, ສະຫາຍ ພັນໂທ ໄຊປັນຍາ ເພັດອຸດົມ ໄດ້ເຜີຍແຜ່ ກົດລະບຽບ ຂອງກອງທັບປະຊາຊົນລາວ (ສະບັບປັບປຸງ) ເຊິ່ງມີ XVI ພາກ, 56 ໝວດ, 299 ມາດຕາ, ຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຂໍ້ກຳນົດ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍໃນທົ່ວກອງທັບປະຊາຊົນລາວ. ໂດຍ: ຈັນທະວີສຸກ ພົງເຂັມທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ