ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກັນຍາ 2026

  

ກອງພັນໃຫຍ່ 401 ສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025
ເວລາອອກຂ່າວ: 2026-09-02 11:41:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 185 | ຄວາມນິຍົມ:



ໃນທ້າຍເດືອນສິງຫາ 2026 ນີ້, ຢູ່ທີ່ສະໂມສອນ ກອງພັນໃຫຍ່ 401 ກອງພົນທີ 4 ໄດ້ສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈຳປີ 2026, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ຄຳໄພ ໄຊສົງຄາມ ກໍາມະການຄະນະພັກກອງພົນ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 401, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່, ພະແນກການ, ຂະແໜງການ, ຄະນະພັກຮາກຖານ ແລະ ໜ່ວຍພັກ ເຂົ້າຮ່ວມ. ສະຫາຍ ພັນໂທ ຖະໜອມສັກ ຈະເລີນລັດ ກຳມະການຄະນະພັກກອງພັນໃຫຍ່, ຮອງຫົວໜ້າພະແນກການເມືອງ ກອງພັນໃຫຍ່ 401 ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ຂອງຄະນະພັກ ກອງພັນໃຫຍ່ 401 ເຊິ່ງໃນໄລຍະຜ່ານມາ, ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ ເພື່ອເຮັດໃຫ້ພະນັກງານ-ສະມາຊິກພັກ ແລະ ນັກຮົບ ມີຄຸນທາດການເມືອງ ສິນທຳປະຕິວັດໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ການຈັດຕັ້ງ ແລະ ປະຊາຊົນ ດ້ວຍການເຊື່ອມຊຶມແນວທາງແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ຂໍ້ກຳນົດ, ກົດລະບຽບ ຂອງພັກ, ກົດໝາຍ ຂອງລັດ, ບັນດາຄໍາແນະນໍາຕ່າງໆ ຂອງກະຊວງປ້ອງກັນປະເທດ ແລະ ທິດທາງແຜນການ ຂອງຄະນະພັກ ກອງພັນໃຫຍ່ 401 ວາງອອກ ຢ່າງເລິກເຊິ່ງ, ເອົາໃຈໃສ່ຊຸກຍູ້ແຮງຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນກັບ ຂະບວນການກໍ່ສ້າງກົມກອງ 3 ປອດ, ກໍ່ສ້າງນັກຮົບ ແລະ ກົມກອງວັດທະນະທຳ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ. ຄະນະພັກ ກອງພັນໃຫຍ່ 401 ໄດ້ໃກ້ຊິດຕິດແທດ ກັບບັນດາໜ່ວຍພັກຮາກຖານ ເປັນປົກກະຕິ, ຊຸກຍູ້ບັນດາໜ່ວຍພັກຮາກຖານ ຄຸ້ມຄອງ ແລະ ກຳແໜ້ນການເຄື່ອນໄຫວ ຂອງພະນັກງານ-ສະມາຊິກພັກ ເພື່ອຕ້ານ, ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນພາຍໃນໜ່ວຍພັກ ແລະ ສະມາຊິກພັກ ເຮັດໃຫ້ພາຍໃນພັກ ມີຄວາມສະຫງົບປອດໄພຢ່າງໜັກແໜ້ນ. ໃນປີ 2025 ຜ່ານມາ, ທົ່ວຄະນະພັກ ກອງພັນໃຫຍ່ 401 ໄດ້ຮັບການຢັ້ງຢືນຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຈໍານວນ 17 ໜ່ວຍພັກ ເທົ່າກັບ 68% ໃນນີ້, ຮັບຮອງ 7 ຄັ້ງ ມີ 2 ໜ່ວຍພັກ, 6 ຄັ້ງ ມີ 3 ໜ່ວຍພັກ, 5 ຄັ້ງ ມີ 1 ໜ່ວຍພັກ, 4 ຄັ້ງ ມີ 1 ໜ່ວຍພັກ, 3 ຄັ້ງ ມີ 3 ໜ່ວຍພັກ ແລະ ຮັບຮອງໃໝ່ ມີ 7 ໜ່ວຍພັກ. ຈາກນັ້ນ, ສະຫາຍ ພັນໂທ ບຸນຕາ ເກດວິທູນ ຄະນະປະຈຳພັກກອງພັນໃຫຍ່ ຫົວໜ້າພະແນກການ ເມືອງກອງພັນໃຫຍ່ 401 ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ບັນດາໜ່ວຍພັກທີ່ຂຶ້ນກັບ ຄະນະພັກ ກອງພັນໃຫຍ່ 401 ກອງພົນທີ 4 ປະຈໍາປີ 2025. ພ້ອມທັງ ປະກາດການບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ພະແນກພະລາທິການ ພ້ອມບັນດາໜ່ວຍພັກທີ່ຂຶ້ນກັບ ຕື່ມອີກ. ໂດຍ: ໂພຄຳ ພອນປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ