ກອງບັນຊາການທະຫານແຂວງຫຼວງນໍ້າທາ ປະເມີນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2026
ເວລາອອກຂ່າວ: 2026-09-02 11:32:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 187 | ຄວາມນິຍົມ: ![]()
ວັນທີ 1 ກັນຍາ 2026 ນີ້, ກອງບັນຊາການທະຫານແຂວງຫຼວງນໍ້າທາ ໄດ້ປະເມີນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2026 ແລະ ວາງທິດທາງແຜນການ ປີ 2027, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ຄໍາເຫຼັກ ສາຍຄໍາພວນ ກໍາມະການພັກແຂວງ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງນໍ້າທາ, ມີຄະນະພັກກອງບັນຊາການ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ຮັບຟັງຮ່າງບົດປະເມີນ ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026 ແລະ ວາງທິດທາງແຜນການ ປີ 2027 ຂອງແຕ່ລະຮາກຖານພັກ ເຊິ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີ ແລະ ບົດຮຽນທີ່ຖອດຖອນໄດ້ ຕະຫຼອດໄລຍະຜ່ານມາ ຄະນະໜ່ວຍພັກ ໄດ້ຖືເອົາການສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກພັກ, ນາຍ ແລະ ພົນທະຫານ ຕາມແນວທາງນະໂຍບາຍຂອງພັກ-ລັດ, ໃນແຕ່ລະໄລຍະ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດ ບັນດາມະຕິກອງປະຊຸມໃຫຍ່ ຂອງແຕ່ລະຮາກຖານພັກ ກໍຄືໜ່ວຍພັກ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຕິດພັນກັບການປັບປຸງກໍ່ສ້າງພັກ ຕາມ 5 ຫຼັກການ 3 ທິດນໍາ ຂອງພັກວາງອອກ ເຮັດໃຫ້ພະນັກງານ-ສະມາຊິກພັກ ແລະ ນັກຮົບ ມີຄວາມຮັບຮູ້ເຂົ້າໃຈເປັນເອກະພາບ, ມີຫຼັກໝັ້ນການເມືອງໜັກແໜ້ນ, ຮູ້ຈຳແນກມິດ ແລະ ສັດຕູ ຢ່າງຈະແຈ້ງ, ມີຄວາມສາມັກຄີພາຍໃນແໜ້ນແຟ້ນ, ຕອບຕ້ານທຸກປະກົດການຫຍໍ້ທໍ້ພາຍໃນກົມກອງໄດ້ດີ ຮັກສາໄດ້ຄວາມສະຫງົບໂດຍພື້ນຖານ, ເອົາໃຈໃສ່ຍົກລະດັບຄວາມຮູ້, ຄວາມສາມາດ, ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງຂອງຕົນ.
ຜ່ານການປະເມີນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026 ຈຳນວນ 54 ໜ່ວຍພັກ ໄດ້ໜ່ວຍພັກແຂງ 49 ໜ່ວຍພັກ ແລະ ກາງ 5 ໜ່ວຍພັກ.
ໂດຍ: ບຸນປັນ ປັນຍາລິນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















