ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກັນຍາ 2026

  

ຄະນະກອງບັນຊາການທະຫານແຂວງບໍລິຄໍາໄຊ ເຂົ້າຈູດທູບ ຢູ່ຫໍບູຊາອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ
ເວລາອອກຂ່າວ: 2026-09-02 10:57:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 200 | ຄວາມນິຍົມ:



ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ (2 ກັນຍາ 1945 ຫາ 2 ກັນຍາ 2026), ໃນຕອນເຊົ້າ ວັນທີ 2 ກັນຍາ 2026 ນີ້, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງບໍລິຄຳໄຊ, ນຳໂດຍ ສະຫາຍ ພົນຈັດຕະວາ ຄຳແພນ ວິລືທຳ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງ ໃນທົ່ວອົງການ 6 ຫ້ອງ ກອງບັນຊາການທະຫານແຂວງ ໄດ້ເຂົ້າຈູດທູບ ຢູ່ຫໍບູຊາອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ໃນປາງສົງຄາມ ປະຈຳແຂວງບໍລິຄຳໄຊ. ທັງນີ້, ເພື່ອສະແດງເຖິງຄວາມກະຕັນຍູ ຮູ້ບຸນຄຸນ ຕໍ່ດວງວິນຍານ ຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ໃນປາງສົງຄາມ ທັງເປັນການຮັດແໜ້ນຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ, ສອງພັກ ແລະ ສອງກອງທັບ ເວົ້າລວມ, ເວົ້າສະເພາະ ແມ່ນກອງບັນຊາການທະຫານແຂວງບໍລິຄຳໄຊ ກັບ ໜ່ວຍປະຕິບັດງານຂຸດຄົ້ນອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຂອງແຂວງຮ່າຕີ້ງ ປະຈຳແຂວງບໍລິຄຳໄຊ ໃຫ້ໝັ້ນຄົງທະນົງແກ່ນຊົ່ວກາລະນານ. ໂດຍ: ສີທອງ ຈັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ