ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

ການນຳແຂວງຫຼວງນ້ຳທາ ເຄື່ອນໄຫວຊຸກຍູ້ ແລະ ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ
ເວລາອອກຂ່າວ: 2026-09-02 09:57:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 157 | ຄວາມນິຍົມ:



ວັນທີ 1 ກັນຍາ 2026 ນີ້, ທ່ານ ອ່ອນຈັນ ຄຳພາວົງ ຮອງເລຂາພັກແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະ ໄດ້ລົງພື້ນທີ່ ແລະ ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ເພື່ອຊຸກຍູ້ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ຢູ່ 3 ບ້ານ ຄື: ບ້ານນ້ຳທຸງ, ບ້ານຫ້ວຍຂີງ ແລະ ບ້ານທົ່ງຂວາ ຈຳນວນ 149 ຄອບຄົວ. ທ່ານ ອ່ອນຈັນ ຄຳພາວົງ ຕາງໜ້າການນຳແຂວງ ຮຽກຮ້ອງມາຍັງຄອບຄົວ ທີ່ໄດ້ຮັບຜົນກະທົບ ຈົ່ງພ້ອມກັນນຳເອົາເຄື່ອງດັ່ງກ່າວ ໄປໝູນໃຊ້ໃຫ້ເປັນປະໂຫຍດ ໃນໄລຍະທີ່ກຳລັງຟືນຟູ ສະຖານທີ່ພັກອາໄສ. ໂອກາດນີ້, ຕາງໜ້າທັງ 3 ບ້ານ ໄດ້ສະແດງຄວາມຂອບໃຈ ມາຍັງການນຳແຂວງຫຼວງນ້ຳທາ ທີ່ເປັນຫວ່ງເປັນໃຍ ມີນ້ຳໃຈເອື້ອເຝື້ອເພື່ອແຜ່ ໃຫ້ການຊ່ວຍເຫຼືອໃນເບື້ງຕົ້ນຄັ້ງນີ້ ແລະ ສັນຍາວ່າ ຈະນຳເອົາເຄື່ອງດັ່ງກ່າວ ໄປໝູນໃຊ້ໃຫ້ເປັນປະໂຫຍດ ແລະ ຂໍໃຫ້ການຈັດຕັ້ງຂັ້ນເທິງ ຊ່ວຍເຫຼືອ ແລະ ສະໜັບສະໜູນ ໃນຄັ້ງຕໍ່ໄປ ຕື່ມອີກ. ໂດຍ: ບຸນປັນ ປັນຍາລິນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ