ປະຫວັດຄວາມເປັນມາ ຂອງກິລາຟັນດາບ
ເວລາອອກຂ່າວ: 2026-09-02 09:44:47 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 153 | ຄວາມນິຍົມ: ![]()
ກິລາຟັນດາບ (Fencing) ແມ່ນກິລາປະເພດຕໍ່ສູ້ທີ່ໃຊ້ດາບເປັນອາວຸດ ໂດຍມີການຕໍ່ສູ້ກັນແບບຕົວຕໍ່ຕົວ ຢູ່ເທິງລານແຂ່ງຂັນ (Piste) ເຊິ່ງຜູ້ເຂົ້າແຂ່ງຂັນຕ້ອງໃສ່ຊຸດປ້ອງກັນ, ໜ້າກາກ, ແລະ ກົກມືຢ່າງຮັດກຸມ ແລະ ຜູ້ທີ່ສາມາດແທງ ຫຼື ຟັນຖືກຈຸດເປົ້າໝາຍຂອງຄູ່ຕໍ່ສູ້ຕາມລະບຽບການແຂ່ງຂັນໄດ້ກ່ອນ ຈະໄດ້ຮັບຄະແນນ. ເຊິ່ງວ່າ ກິລາຟັນດາບສາກົນແບ່ງອອກເປັນ 3 ປະເພດອາວຸດ ຕາມກົດກະຕິກາທີ່ຕ່າງກັນຄື: ດາບຟອຍ (Foil): ເປັນດາບທີ່ມີນ້ຳໜັກເບົາ, ໃຊ້ປາຍດາບແທງເທົ່ານັ້ນ. ເປົ້າໝາຍການໂຈມຕີແມ່ນສະເພາະບໍລິເວນລຳໂຕ (ບໍ່ລວມແຂນ, ຂາ ແລະ ຫົວ). ດາບເອເປ: ເປັນດາບທີ່ມີນ້ຳໜັກຫຼາຍກວ່າ, ໃຊ້ປາຍດາບແທງເທົ່ານັ້ນ, ສາມາດແທງໄດ້ທຸກສ່ວນຂອງຮ່າງກາຍ (ຕັ້ງແຕ່ຫົວຈົນຮອດຕີນ) ແລະ ດາບຊາເບຣ (Sabre): ເປັນດາບທີ່ໃຊ້ໄດ້ທັງການແທງ ແລະ ການຟັນ ເປົ້າໝາຍການໂຈມຕີແມ່ນສ່ວນເທິງຂອງຮ່າງກາຍ (ຕັ້ງແຕ່ແອວຂຶ້ນໄປ ເຊິ່ງລວມທັງແຂນ ແລະ ຫົວ).
ຄວາມເປັນມາຂອງກິລາຟັນດາບ ມີຕົ້ນກຳເນີດ: ມີຮາກຖານມາຈາກການຕໍ່ສູ້ ແລະ ການໃຊ້ອາວຸດດາບໃນຍຸກບູຮານເຊັ່ນ: ອີຢິບ, ເກັຣກ ແລະ ໂຣມັນ.
ໃນຍຸກກາງຂອງເອີຣົບ ການຟັນດາບໄດ້ວິວັດທະນາການມາຈາກວິທີການຕໍ່ສູ້ຂອງທະຫານ ແລະ ການຕໍ່ສູ້ກັນໂດຍໃຊ້ດາບ ຕໍ່ມາໃນສະຕະວັດທີ 18-19 ຢູ່ອິຕາລີ ແລະ ຝຣັ່ງ ໄດ້ມີການປັບປ່ຽນຮູບແບບຈາກການຕໍ່ສູ້ແທ້ ມາເປັນກິລາ ແລະ ຖືກບັນຈຸເຂົ້າໃນກິລາໂອແລມປິກສະໄໝໃໝ່ ຕັ້ງແຕ່ປີ 1896 ເປັນຕົ້ນມາ. ເຊິ່ງວ່າຄວາມເປັນມາຂອງກິລາຊະນິດນີ້ໃນປະເທດລາວ ການໃຊ້ດາບແບບດັ້ງເດີມ: ໃນປະຫວັດສາດລາວ, ການໃຊ້ດາບ ຫຼື "ສິລະປະການຟັນດາບລາວ" ແມ່ນມີມາແຕ່ບູຮານນະການ ເຊິ່ງເປັນສິລະປະການຕໍ່ສູ້ປ້ອງກັນຕົວຂອງບັນພະບຸລຸດລາວ ເຊັ່ນ: ການຟັນດາບເຫຼັກ, ການໃຊ້ດາບສອງມື ທີ່ໃຊ້ໃນການສູ້ຮົບ ແລະ ປ້ອງກັນບ້ານເມືອງ. ກິລາຟັນດາບສາກົນໃນລາວ: ກິລາຟັນດາບແບບສາກົນ (Fencing) ຖືເປັນກິລາສະໄໝໃໝ່ທີ່ຫາເຂົ້າມາມີບົດບາດໃນລາວ ໂດຍຢູ່ພາຍໃຕ້ການຊຸກຍູ້ຂອງສະຫະພັນກິລາ ແລະ ຄະນະກຳມະການໂອລິມປິກແຫ່ງຊາດລາວ ເພື່ອສົ່ງເສີມໃຫ້ນັກກິລາລາວໄດ້ມີໂອກາດເຂົ້າຮ່ວມການແຂ່ງຂັນໃນລະດັບພູມິພາກ ເຊັ່ນ: ກິລາຊີເກມ ແລະ ລະດັບສາກົນ.
ໃນກະຕິກາພື້ນຖານຂອງກິລາຟັນດາບສາກົນ (Fencing) ມີຂໍ້ກຳນົດຕົ້ນຕໍດັ່ງນີ້: ພື້ນທີ່ ແລະ ອຸປະກອນການແຂ່ງຂັນ ລານແຂ່ງຂັນ ແມ່ນຕັ້ງຢູ່ເທິງພື້ນ
ທີ່ຮາບພຽງ ມີຄວາມຍາວ 14 ແມັດ ແລະ ກວ້າງ 1.5-2 ແມັດ. ຊຸດປ້ອງກັນ: ນັກກິລາຕ້ອງໃສ່ຊຸດປ້ອງກັນພິເສດ, ໜ້າກາກເຫຼັກ, ກົກມື ແລະ ເສື້ອເກາະໄຟຟ້າ (ສຳລັບ Foil ແລະ Sabre) ເພື່ອເຊື່ອມຕໍ່ກັບລະບົບນັບຄະແນນອັດໂຕໂນມັດ, ຈຸດເປົ້າໝາຍການໂຈມຕີ ແມ່ນຕ່າງກັນຕາມປະເພດດາບ.
ໃນນີ້, ສປປ ລາວ ເຮົາ ເລີ່ມສົ່ງນັກກິລາຟັນດາບເຂົ້າຮ່ວມການແຂ່ງຂັນໃນລະດັບພູມີພາກຄື: ກິລາຊີເກມ ຢ່າງເປັນທາງການ ເລີ່ມແຕ່ປີ 2007-2009 (ໂດຍສະເພາະແມ່ນງານມະຫະກຳກິລາຊີເກມ ຄັ້ງທີ 25 ປີ 2009 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ເປັນຕົ້ນມາ) ແລະ ນັກກິລາຟັນດາບລາວ ຍັງຄົງຖືກສົ່ງເຂົ້າຮ່ວມການແຂ່ງຂັນຕ່າງໆ ລະດັບນານາຊາດ ແລະ ຊີເກມຢ່າງຕໍ່ເນື່ອງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














