ຍົນສອດແນມ ລຸ້ນ Wing Loong-10 ຂອງກອງທັບປົດປ່ອຍປະຊາຊົນຈີນ
ເວລາອອກຂ່າວ: 2026-09-02 09:43:15 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 221 | ຄວາມນິຍົມ: ![]()
ຕາມຂ່າວການທະຫານ ເອີຣົບ ກ່າວວ່າ: ຍົນສອດແນມບໍ່ມີຄົນຂັບທາງການທະຫານທີ່ດີທີ່ສຸດຂອງກອງທັບປົດປ່ອຍປະຊາຊົນຈີນ ທີ່ໄດ້ພັດທະນາ ແລະ ປັບປຸງຫຼາຍລຳເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນກນາເພີ່ມຂີດຄວາມສາມາດທາງການທະຫານຂອງຕົນໃຫ້ທັນສະໄໜ ແລະ ເພື່ອຮັບໃຊ້ເຂົ້າໃນກອງທັບ ຍົນບໍ່ມີຄົນຂັບ Wing Loong-10 ເປັນຍົນສອດແນມທາງອາກາດເຊິ່ງບໍ່ມີຄົນຂັບປະເພດ High-Altitude Long Endurance ( HALE ). ເຊິ່ງມີຄວາມສາມາດອຳພາງໂຕໄດ້ດີ ຫຼົບຫຼີກການກວດຈັບຣາດາ, ຍົນສອດແນມລຸ້ນນີ້ມັນກຳລັງໄດ້ຮັບການພັດທະນາໂດຍກຸ່ມອຸດສະຫະກຳການບິນທາງອາກາດສຳລັບພາລະກິດລາດຕາເວັນ ແລະ ໂຈມຕີຢ່າງມີປະສິດຕິຜົນ ແລະ ຈັບເປົ້າໝາຍຢ່າງແມ່ນຍຳ. Wing Loong-10 ສາມາດຮັບນ້ຳໜັກໄດ້ສູງສຸດ 400 ກິໂລກຣາມ, ສາມາດບິນໄດ້ຍາວນານກວ່າ 32 ຊົ່ວໂມງ, ມີຄວາມໄວສູງສຸດ 620 ກິໂລແມັດຕໍ່ຊົ່ວໂມງ, ບິນສູງສຸດເວລາປະຕິບັດໜ້າທີ່ 1.470 ແມັດ, ສາມາດບິນໄດ້ໄກສູງສຸດຫຼາຍກວ່າ 4.000 ກິໂລແມັດ, ທີ່ລະດັບຄວາມສູງປານກາງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















