ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

ລູກ​ສອນ​ໄຟ​ນຳ​ທາງໄລຍະ​ກາງ ​ລຸ້ນ R-77 ( RW-AE )
ເວລາອອກຂ່າວ: 2026-09-02 09:40:15 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 189 | ຄວາມນິຍົມ:



ຕາມ​ຂ່າວສານ ອຸດສາຫະກຳ​ການ​ທະຫານ ກ່າວ​ວ່າ: ລູກ​ສອນ​ ໄຟ​ນຳ​ວິທີ​ໄລຍະ​ກາງ​ລຸ້ນ R-77 ຫຼື RVV-AE ໄດ້​ຮັບ​ການ​ອອກ​ແບບ​ມາ​ເພື່ອ​ຕໍ່ສູ້​ກັບ​ຍົນສູ້​ຮົບ​ໂຈມ​ຕີ, ຍົນ​ຖິ້ມ​ລະເບີດ ແລະ ຍົນເຮລີ​ກົບ​ແຕ​ ຂົນສົ່ງ​ທາງ​ທະຫານ​ຂອງ​ສັດຕູ​ໃນ​ການ​ຕໍ່ສູ້​ທາງ​ອາກາດ​ໃນ​ໄລຍະ​ກາງ, ທັງ​ກາງເວັນ ແລະ ກາງຄືນ​ໃນ​ສະພາບ​ອາກາດ​ທີ່​ປອດໂປ່ງ, ມີ​ເມກ​ໜາ ແລະ ມີ​ຝົນຕົກ. ຈາກ​ທຸກ​ທິດ​ທາງ ທັງ​ພື້ນ​ດິນ ແລະ ທັງ​ທະເລ, ລູກ​ສອນ​ໄຟ​ນຳ​ທາງ ໄລຍະກາງ​ລຸ້ນ R-77 ຫຼື RVV-AE ສາມາດ​ຕິດ​ຕັ້ງ​ໃສ່​ກັບ​ ຍົນສູ້​ຮົບ Mig-29SD ( SE, SM, M ). Su-35, Su- 37, Mig- 31M. ລູກ​ສອນ​ໄຟ​ນຳ​ທາງ​ ໄລຍະ​ກາງ​ແມ່ນ​ຜະລິດ​ຕະ​ພັນ​ຂອງ​ບໍລິສັດ Vympel NPO ແມ່ນ​ໄດ້​ຍົກ​ລະດັບ​ລູກ​ສອນ​ໄຟ​ລຸ້ນ R-77 ເພື່ອ​ເພີ່ມ​ສະມັດ​ຕະ​ພາບ ແລະ ມີ​​ແຜນການ​ຈະ​ຕິດ​ຕັ້ງ​ນຳ ​ໃຊ້​ລະບົບ​ເຕັກ​ໂນ​ໂລ​ຊີ​ນຳທິດ​ດ້ວຍ (GSN) ແສງອິນ​ຟຼາ​ເຮດ. ລູກ​ສອນ​ໄຟ​ນຳ​ທາງ ໄລຍະ​ກາງ​ລຸ້ນ R-77 ຫຼື (RVV-AE) ລູກ​ສອນ​ໄຟ​ລຸ້ນ​ນີ້​ແມ່ນ​ໄດ້​ຕິດ​ຕັ້ງ​ ຣາ​ດາ​ທີ່​ໃຊ້​ຈັບ​ສັນຍານ​ເປົ້າ​ໝາຍ​ຂອງ SN ປະເພດ 9B-1348E ສາມາດ​ລັອກ​ເປົ້າ​ໝາຍ​ຢູ່​ໃນ​ໄລຍະ 20 ກິໂລແມັດ. ລູກ​ສອນ​ໄຟ​ມີ​ຄວາມ​ຍາວ 3,6 ແມັດ, ເສັ້ນ​ຜ່າ​ສູນ​ກາງ 200​ ມມ, ນ້ຳໜັກ 175 ກິ​ໂລກ​ຣາມ, ຄວາມ​ໄວ​ແມ່ນ 3.600 ກິໂລແມັດຕໍ່ຊົ່ວໂມງ ຫຼື ເທົ່າ​ກັບ​ຄວາມ​ໄວ​ຂອງ​ສຽງ 4 ມັກ. ໄລຍະ​ການ​ຍິງ​ສຳລັບ​ເປົ້າ​ໝາຍ​ທີ່ 80 ກິໂລແມັດ, ຍິງ​ຈາກ​ລະດັບ​ສູງ 20 ແມັດ-25 ກິໂລແມັດ. ຖ້າ​ຫາກ​ລູກ​ສອນ​ໄຟ​ນຳ​ທາງ​ໄລຍະ​ກາງ​ໂຈມ​ຕີ​ເປົ້າ​ໝາຍ​ຢູ່​ໃນ​ໄລຍະ​ໃກ້​ແມ່ນ​ລູກ​ສອນ​ໄຟ​ຈະ​ລັອກ​ເປົ້າ​ໝາຍ​ຕາມ​ຫຼັກການ. ນອກ​ນັ້ນ​, ລູກ​ສອນ​ໄຟ​ຍັງ​ຕິດ​ຕັ້ງ​ລະບົບ​ນຳ​ແສງ, ນຳ​ທາງ​ເພື່ອ​ເຮັດ​ໃຫ້ການ​ກວດ​ຈັບ​ເປົ້າ​ໝາຍ​ມີ​ຄວາມ​ຊັດ​ເຈນ​ຂື້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ