ລາຍການ “ດວງດາວເອກະລາດ” ປີ 2026 ເຊື່ອມຕໍ່ຄຸນຄ່າສັກກະລະບູຊາຂອງເອກະລາດ
ເວລາອອກຂ່າວ: 2026-09-02 09:34:50 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 100 | ຄວາມນິຍົມ: ![]()
ຕາມຂ່າວ ກປ.ອອນໄລ, ດ້ວຍຫົວຂໍ້ “ແສງດວງດາວເອກະລາດ ຄວາມມຸ່ງຫວັງຫວຽດນາມ ເຂັ້ມ ແຂງ”, ລາຍການລວມມີ 3 ພາກ, ແມ່ນການປະສົມປະສານລະ ຫວ່າງຄູນຄ່າສັກກະລະບູຊາ, ອະມະຕະຂອງເອກະລາດ, ເສລີ ພາບດ້ວຍຄວາມຄາດຫວັງພັດ ທະນາວັດທະນາຖາວອນ, ສີວີໄລ, ມີຄວາມຜາສຸກຂອງຊາດຫວຽດນາມ ໃນສັງກາດໃໝ່.
ເພື່ອຂ່ຳນັບຮັບຕ້ອນເຫດການສະເຫຼີມສະຫຼອງ 81 ປີແຫ່ງວັນການປະຕິວັດເດືອນສິງຫາ ປະສົບຜົນສຳເລັດ ແລະ ວັນຊາດທີ 2 ກັນຍາ, ຕອນຄ່ຳວັນທີ 30
ສິງຫາ, ຢູ່ໂຮງລະຄອນໂຮ່ເກືອມ (ຮ່າໂນ້ຍ), ກະຊວງຕຳຫຼວດໄດ້ປະສານສົມທົບກັບວາລະສານກອມມູນິດ ຈັດຕັ້ງລາຍການສະ ແດງສິລະປະການເມືອງ “ດວງກາວເອກະລາດ” ປີ 2026.
ທ່ານ ຈິ້ງວັນກວຽດ ຫົວໜ້າຄະນະໂຄສະນາສຶກສາສູນກາງ, ທ່ານ ເລືອງຕາມກວາງ ລັດຖະ ມົນຕີກະຊວງຕຳຫຼວດ, ທ່ານ ເລຮ່ວາຍຈຸງ ລັດຖະມົນຕີກະ ຊວງການຕ່າງປະເທດ ເຂົ້າຮ່ວມລາຍການ. ໂດຍໄດ້ຈັດຂຶ້ນປະຈຳປີແຕ່ປີ 2016, ດວງດາວເອກະລາດ ກາຍເປັນລາຍການສະແດງສິລະປະການເມືອງເຂັ້ມຂຸ້ນໄປດ້ວຍຂີດໝາຍ, ໂດຍນັກປະຕິວັດຜູ້ອາວຸໂສ, ນັກຮຽນຮູ້, ປັນຍາຊົນ, ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນທຸກຊັ້ນຄົນລໍຄອຍຕ້ອນຮັບຊົມເມື່ອເດືອນສິງຫາ ວຽນມາ.
ດ້ວຍຫົວຂໍ້ “ແສງດວງດາວ ເອກະລາດ ຄວາມມຸ່ງຫວັງຫວຽດນາມ ເຂັ້ມແຂງ”, ລາຍ ການລວມມີ 3 ພາກ, ແມ່ນການປະສົມປະສານລະຫວ່າງຄູນຄ່າສັກກະລະບູຊາ, ອະມະຕະຂອງເອກະລາດ, ເສລີພາບດ້ວຍຄວາມຄາດຫວັງພັດທະນາວັດທະນາຖາວອນ, ສີວີໄລ, ມີຄວາມຜາສຸກຂອງຊາດ ຫວຽດນາມ ໃນສັງກາດໃໝ່; ວາດພາບຄືນວິວັດການ 81 ປີ ນັບແຕ່ເວລາລະດູໃບໄມ້ຫຼົ່ນເອກະລາດ, ເຊີດຊູບັນດາການເສຍສະຫຼະຊີວິດ, ການອະທິສ່ວນອັນຍິ່ງໃຫຍ່ຂອງຄົນຮຸ່ນພໍ່ຮຸ່ນອ້າຍ ທັງແມ່ນສັນຍາລັກຂອງອຸດົມການປະຕິວັດ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເປັນທຳ, ທັງເປັນແສງເຍືອງທາງທີ່ໄດ້ຫຼໍ່ຫຼອມຈາກປະຫວັດສາດ, ໄດ້ມອບສິດຜ່ານຫຼາຍຮຸ່ນຄົນ ແລະ ພວມໄດ້ເຕົ້າໂຮມກາຍເປັນເຈດຈຳນົງ, ຄຸນນະທາດ, ປັນຍາຫວຽດນາມໃນວິວັດແຫ່ງການສ້າງສັນອະນາຄົດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















