ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

ບໍລິສັດ​ເບຍ​ລາວ ຮ່ວມ​ກັບ ການ​ນຳ​ຂັ້ນ​ສູງ ມອບ​ເຄື່ອງ​ຊ່ວຍເຫຼືອ​ ບັນເທົາ​ທຸກ​ຜູ້​ປະສົບ​ໄພ​ນ້ຳ​ຖ້ວມ ຢູ່​ບັນດາ​ແຂວງ​ທີ່​ໄດ້​ຮັບ​ຜົນ​ກະທົບ
ເວລາອອກຂ່າວ: 2026-09-02 09:30:13 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 185 | ຄວາມນິຍົມ:



ວັນ​ທີ 22 ສິງຫາ 2026, ຄະນະ​ນຳ ແລະ ພະນັກງານບໍລິ ສັດ ເບຍ​ລາວຈຳກັດຮ່ວມກັບ ການນຳຂັ້ນສູງ​ຈາກສູນກາງ ນຳພາ​ໂດຍ, ທ່ານ ສັນຕິພາບ ພົມວິຫານ ຮອງ​ນາຍົກລັດຖະ ມົນຕີ,ລັດຖະມົນຕີກະຊວງການ ເງິນທ່ານ ຄຳ​ພັນ ພົມ​ມະທັດ ຮອງ​ນາຍົກລັດຖະມົນຕີ, ລັດຖະ ລັດຖະມົນ ມົນຕີ​ກະຊວງ​ຍຸຕິ​ທຳ, ທ່ານ ໂພ​ໄຊ ໄຊ​ຍະ​ສອນ​ ລັດຖະມົນຕີກະຊວງ​ແຮງ​ງານ ແລະ ສະຫວັດດີ​ການ​ສັງຄົມ ລົງພື້ນ​ທີ່ຢູ່​ແຂວງ​ພາກ​ກາງ ແລະ ພາກ​ໃຕ້ ເພື່ອ​ມອບ​ເຄື່ອງ​ບັນເທົາ​ທຸກ​ໃຫ້​ແກ່​ບັນດາ​ຄອບຄົວ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ ໃນ​ແຂວງບໍ​ລິ​ຄຳ​ໄຊ, ຄຳ​ມ່ວນ, ສະຫວັນ​ນະ​ເຂດ, ສາລະ​ວັນ, ຈຳປາ​ສັກ, ເຊ​ກອງ ແລະ ແຂວງ​ອັດ​ຕະປື, ໂດຍ​ມີ​ຄະນະ​ປະທານ ແລະ ຮອງ​ປະທານ​ຄະນະ​ກຳມະການ​ປົກ ຄອງ​ແຂວງ ເປັນ​ຕົວ​ແທນ​ຮັບ​ການ​ຊ່ວຍເຫຼືອ​ໃນ​ຄັ້ງ​ນີ້ ລວມ​ມູນ​ຄ່າ​ການ​ຊ່ວຍເຫຼືອ​ທັງ​ໝົດ​ກວ່າ 600 ລ້ານ​ກີບ. ສຳລັບ​ຜະລິດ​ຕະ​ພັນ​ຂອງບໍລິ ສັດເບຍ​ລາວ ຈຳກັດ ທີ່​ນຳມາ​ ຊ່ວຍເຫຼືອ​ປະກອບ​ມີ: ນໍ້າດື່ມຫົວ ​ເສືອຂະໜາດ 1,5 ລິດ ຈຳນວນ 10.000 ແພັກ ແລະ ນໍ້າອັດລົມ ຈຳນວນ 4.000 ແພັກ ເພື່ອ​ໃຫ້​ຜູ້​ປະສົບ​ໄພ​ເຂົ້າ​ເຖິງ​ເຄື່ອງ​ດື່ມ​ທີ່​ສະອາດ ແລະ ປອດ​ໄພ. ບໍລິສັດ​ເບຍ​ລາວ ໄດ້​ຖື​ເອົາ​ການ ​ຮັບຜິດຊອບ​ຕໍ່​ສັງຄົມ​ເປັນ​ພາລະ ກິດ​ອັນ​ສຳຄັນ, ໂດຍ​ສະເພາະ​ໃນ​ຍາມ​ທີ່​ປະຊາຊົນ​ລາວ​ບັນດາເຜົ່າ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ຫຼື ໄພພິບັດ​ຕ່າງໆ ບໍລິສັດ​ເບຍ​ລາວ ຍາມ​ໃດ​ກໍ​ເປັນ​ກຳລັງ​ແຮງ​ສຳຄັນ​ໃນ​ການ​ປະກອບສ່ວນ​ຊ່ວຍເຫຼືອ ພັກ-ລັດ ແລະ ສັງຄົມ ເພື່ອ​ບັນ ເທົາ​ທຸກໃຫ້​ປະຊາຊົນ​ສາມາດ​ຜ່ານ​ຜ່າ​ອຸປະສັກ​ໄປ​ໄດ້. ທ່ານ ເຮັນ​ຣິກ ແອນ​ເດີ​ເຊິນ ຜູ້ອຳນວຍການ​ໃຫຍ່ ບໍລິສັດເບຍ​ລາວ ຈຳກັດ ກ່າວ​ວ່າ: ໃນ​ຖານະ​ທີ່ ບໍລິສັດ ເບຍ​ລາວ ຈຳກັດ ເປັນ​ຜູ້ນຳ​ດ້ານ​ອຸດສາຫະກຳການຜະ ລິດ​ເຄື່ອງ​ດື່ມ​ຂອງ ​ສປປ ລາວ, ພວກ​ເຮົາ​ຖື​ເອົາ​ຄວາມ​ຮັບຜິດ ຊອບ​ຕໍ່​ສັງຄົມ​ເປັນ​ສ່ວນ​ສຳຄັນ​ໜຶ່ງ​ຂອງ​ການ​ດຳເນີນ​ທຸລະ​ກິດ. ເມື່ອ​ໃດ​ກໍ​ຕາມທີ່​ປະຊາຊົນ​ລາວ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໂດຍ​ສະເພາະ​ຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ, ພວກ​ເຮົາ​ບໍ່​ເຄີຍ​ລັງ​ເລ​ທີ່​ຈະ​ຍື່ນ​ມື​ເຂົ້າ​ຊ່ວຍເຫຼືອ. ນີ້​ເປັນຄວາມ​ມຸ່ງ​ໝັ້ນ​ຂອງ ບໍລິສັດ​ເບຍ​ລາວ ທີ່​ຍາມ​ໃດ​ກໍຢືນ​ຄຽງ​ຂ້າງ​ສັງຄົມ​ລາວ. ເນື່ອງ​ຈາກ​ອິດ​ທິ​ພົນ​ຂອງ​ມໍ​ລະ​ສຸມ ແລະ ພາຍຸ​ລະດູຝົນ​ໃນ​ໄລຍະ​ຕົ້ນ​ເດືອນ​ສິງຫາປີ 2026 ນີ້ ໄດ້​ເຮັດ​ໃຫ້​ມີ​ຝົນຕົກ​ຕິດຕໍ່​ກັນ​ຫຼາຍ​ວັນ ເຮັດ​ໃຫ້​ມີ​ປະລິມານ​ນ້ຳ​ສະ​ສົມ​ໃນ​ຫຼາຍ​ພື້ນ​ທີ່​ເພີ່ມ​ຂຶ້ນ​ຢ່າງ​ໄວວາ ຈົນ​ເຮັດ​ໃຫ້​ເກີດ​ມີ​ປະລິມານ​ນໍ້າ​ເພີ່ມ​ຂຶ້ນ​ລົ້ນ​ຝັ່ງ ແລະ ໄຫຼ​ຖ້ວມຊຸມ​ ຊົນ, ພື້ນ​ທີ່​ການ​ຜະລິດ ແລະ ພື້ນ ຖານ​ໂຄງ​ລ່າງ ໃນ​ຫຼາຍ​ພື້ນ​ທີ່​ທົ່ວ​ປະເທດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ