ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

ເມືອງ​ໂຂງ ເກັບ​ກຳ​ຂໍ້​ມູນ​ສະເໜີ ລຳ​ສີ​ພັນ​ດອນ ເປັນ​ມໍ​ລະ​ດົກ​ແຫ່ງ​ຊາດ ດ້ານ​ວັດທະນະທຳ​ທ້ອງຖິ່ນ
ເວລາອອກຂ່າວ: 2026-09-01 09:58:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 205 | ຄວາມນິຍົມ:



ວັນ​ທີ 26 ສິງຫາ 2026 ທີ່​ຜ່ານ​ມາ, ຫ້ອງການ​ວັດທະນະທຳ ແລະ ການທ່ອງທ່ຽວ ເມືອງ​ໂຂງ ຮ່ວມ​ກັບ​ອຳນາດ​ການປົກຄອງ ແລະ ສະ​ມາ​ຄົມ​ໝໍ​ລຳ​ສີ​ພັນ​ດອນ ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື ກ່ຽວ​ກັບ​ການ​ເກັບ​ກຳ​ຂໍ້ມູນດ້ານ​ວັດທະນະທຳ ລຳສີ​ພັນ​ດອນ ທີ່​ຫ້ອງການ​ບ້ານດົງ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ໄພ​ວັນ ສໍ​ຄົງ​ສີນ ກຳມະການ​ພັກ​ເມືອງ ຫົວໜ້າ​ຫ້ອງການ​ວັດທະນະທຳ ແລະ ການ​ທ່ອງ​ທຽ່ວເມືອງ​ໂຂງ, ມີ​ຄະນະ​ກຳ ມະການ​ປົກ​ຄອງຕາ ແສງ​ດອນ​ໂຂງ, ສະມາຄົມ​ໝໍ​ລຳ​ ສີ​ພັນ​ດອນ ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າ​ຮ່ວມ. ສະຫາຍ ໄພ​ວັນ ສໍ​ຄົງ​ສີນ ໄດ້​ສະ ເໜີ​ຈຸດປະສົງ​ໃນ​ການ​ລົງ​ມາ​ຄັ້ງ​ນີ້ ເພື່ອ​ເກັບ​ກຳ​ຂໍ້​ມູນ​ປະຫວັດ​ຄວາມ​ເປັນ​ມາ​ຂອງ​ລຳ​ສີ​ພັນ​ດອນ ເພື່ອ​ນຳໄປ​ປະກອບເອກະສານນຳສະ​ ເໜິ​ຕໍ່​ຂັ້ນ​ເທິງ​ຮັບຮອງ​ເປັນ​ມໍລະ ດົກ​ແຫ່ງ​ຊາດ​ທາງ​ດ້ານ​ວັດທະ ນະທຳ​ລະດັບ​ທ້ອງ​ຖິ່ນ (ທີ່​ບໍ່​ເປັນ ​ວັດຖຸນາມ​ມະ​ທຳ) ຂອງ​ເມືອງ ​ໂຂງ. ສະຫາຍ ບົວ​ຜັນ ຫົວໜ້າ​ສະມາ ຄົມ​ໝໍ​ລຳ​ໃຫ້​ຮູ້​ວ່າ: ລຳ​ສີ​ພັນດອນ ແມ່ນ​ສິລະ​ປະ​ການສະແດງທີ່ມີ​ ທຳນອງ ແລະ ຈັງຫວະທີ່​ມ່ວນ ຊື່ນ​ສະແດງ​ເຖິງ​ວິຖີ​ຊີວິດ​ທີ່​ຜູກ​ພັນກັບ​ສາຍ​ນໍ້າ, ການ​ຫາ​ປາ ແລະ ຄວາມ​ງຽບ​ສະຫງົບທີ່ມີ ອົງ​ປະກອບ​ເປັນ​ເຄື່ອງ​ດົນຕີ​ພື້ນ ເມືອງເປັນຕົ້ນ​ແມ່ນ​ສຽງ​ແຄນ, ກອງ​ຊະນິດ​ຕ່າງໆ, ແຊ່ງ, ນອກ​ນີ້; ສະຫາຍ ​ຍັງ​ໄດ້​ເລົ່າ​ເຖິງ​ການ​ແຕ່ງ​ການ, ການ​ແຕ່ງ​ກອນ​ລຳ​ປັດ ຈຸບັນໄດ້​ມີ​ການ​ສົ່ງເສີມ​ເຝ​​ິກ​ແອບ​ລູກ​ຫຼານ​ໃນ​ການ​ຮັກສາ​ເອກະລັກ ວັດທະນະທຳ ໝໍ​ລຳ​ສີ​ພັນ​ດອນ​ໄດ້​ໃຫ້​ຢູ່​ຄູ່​ບ້ານ​ຄູ່​ເມືອງ​ໄວ້​ອີກ​ດ້ວຍ. ໂດຍ: ເມືອງ​ໂຂງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ