ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

​ສປປ ລາວ ຈະ​ເປັນ​ເຈົ້າພາບ ຈັດ​ກອງ​ປະຊຸມ​ທົບ​ທວນ ສົນທິສັນຍາ ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ລະເບີດ​ລູກ​ຫວ່ານ ຮອບ​ວຽນ​ທີ 3 ປີ 2026
ເວລາອອກຂ່າວ: 2026-09-01 09:57:33 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 124 | ຄວາມນິຍົມ:



ວັນ​ທີ 27 ສິງຫາ 2026 ນີ້, ສະຫາຍ ທອງ​ສະຫວັນ ພົມວິຫານ ຮອງ​ນາຍົກລັດຖະມົນຕີ, ລັດຖະ ມົນຕີ​ກະຊວງ​ການ​ຕ່າງປະເທດ, ປະທານຄະນະ​ກຳມະການ​ຄຸ້ມ​ຄອງ​ແຫ່ງ​ຊາດ ເພື່ອ​ແກ້​ໄຂ​ບັນ ຫາ​ລະເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ ຢູ່ ​ສປປ ລາວ (​ຄຊກລ) ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ວ່າ: ການ​ທີ່ ​ສປປ ລາວ ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ທົບ​ທວນ ສົນທິສັນຍາ ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ລະເບີດ​ລູກ​ຫວ່ານ ຮອບ​ວຽນ​ທີ 3 (3RC CCM) ໃນ​ປີ 2026 ນີ້, ມີ​ຄວາມ​ສຳຄັນຕໍ່​ພາລະ​ບົດບາດຂອງ ​ສປປ ລາວ ໃນ​ເວທີ​ສາກົນທີ່ ​ສປປ ລາວ ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ ແລະ ປະທານກອງ​ປະຊຸມ​ທົບ​ທວນ ສົນທິສັນຍາ ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ລະເບີດ​ລູກ​ຫວ່ານ ຮອບ​ວຽນ​ທີ 3 ປຽບ​ເໝືອນ​ການ​ກັບ​ຄືນ​ສູ່​ບ້ານຂອງ​ສົນ​ທີ​ສັນຍາ ດັ່ງກ່າວ​ອີກ​ຄັ້ງ, ເນື່ອງ​ຈາກນະ ຄອນຫຼວງ​ວຽງ​ຈັນ ແມ່ນສະຖານ ທີ່ ທີ່​ໄດ້​ຈັດ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ ຂອງ​ລັດ​ພາຄີ​ຂອງ​ສົນທິສັນຍາ​ດັ່ງກ່າວ ແລະ ​ສປປ ລາວ ຍັງ​ເປັນ​ໜຶ່ງ​ໃນ​ປະເທດ​ທຳ​ອິດທີ່ໄດ້​ ຊຸກຍູ້​ການ​ສ້າງຕັ້ງ ແລະ ຮັບຮອງ​ສົນທິສັນຍາ​ສະບັບ​ນີ້. ​ສປປ ລາວ ມີ​ຄວາມ​ພາກພູມ​ໃຈ ແລະ ເປັນ​ກຽດ​ຢ່າງ​ສູງ ທີ່ໄດ້ຮັບໜ້າທີ່​ ເປັນ​ປະທານ ແລະ ໄດ້​ຮັບ​ຄວາມ ​ໄວ້​ວາງໃຈ​ຈາກ​ວົງ​ຄະນະ​ຍາດ ​ສາກົນ ໃຫ້​ເປັນ​ຜູ້ນຳ​ພາລະກິດ​ ອັນ​ສຳຄັນ ແລະ ສູງ​ສົ່ງ​ນີ້, ການ​ ກັບ​ມາ​ເປັນ​ເຈົ້າພາບ​ຢູ່​ນະຄອນ ຫຼວງ​ວຽງ​ຈັນ​ອີກ​ຄັ້ງ ເປັນ​ການ ສະແດງ​ເຈດ​ຕະ​ນາ​ລົມ​ອັນ​ໝັ້ນ ຄົງ ແລະ ສະເໝີ​ຕົ້ນ​ສະເໝີ​ປາຍ ຂອງ ​ສປປ ລາວ ກໍ​ຄື​ ການ​ຢັ້ງ ຢືນ​ເຖິງ​ຄວາມ​ໝາຍ​ໝັ້ນອັນແຮງ​ ກ້າຂອງ ​ສປປ ລາວ ໃນ​ບົດບາດ ນຳ​ພາ ແລະ ການ​ເປັນ​ຂົວ​ຕໍ່ ເພື່ອ​ເຕົ້າໂຮມ​ບັນດາ​ລັດ​ພາຄີ ແລະ ຄູ່​ ຮ່ວມ​ພັດທະນາ​ທົ່ວ​ໂລກ​ມາເຕົ້າ ໂຮມ​ກັນ ເພື່ອ​ປຶກສາ​ຫາລື, ຮັດ​ແໜ້ນ​ການ​ຮ່ວມ​ມື ແລະ ຢໍ້າ​ຄືນ​ຄວາມ​ໝາຍ​ໝັ້ນ​ຮ່ວມ ເພື່ອ​ປະ ກອບສ່ວນ​ສ້າງ​ສັນຕິພາບ​ໃນ​ໂລກ ຜ່ານ​ຂະ​ບວນ​ການຂອງ​ສົນທິສັນຍາ ແລະ ການ​ກ້າວ​ໄປ​ສູ່​ຍຸກ​ສະໄໝ​ໃໝ່ ກໍ​ຄື​ ການ​ສ້າງ​ໂລກ​ທີ່​ປອດ​ໄພ, ປາສະຈາກ​ໄພ​ຄຸກ​ຄາມ​ຈາກ​ລະເບີດ​ລູກ​ຫວ່ານ ແລະ ການ​ຊຸກຍູ້​ແນວທາງ​ການ​ພັດທະນາ​ແບບ​ຍືນ​ຍົງ. ສຳລັບ​ການ​ກະກຽມ​ຄວາມ​ພ້ອມ​ໃນ​ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ທົບ​ທວນ ສົນທິສັນຍາ ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ລະເບີດ​ລູກ​ຫວ່ານຮອບ​ວຽນ​ທີ 3 ແມ່ນ ​ມີ​ຄວາມ​ຄືບ​ໜ້າ​ດີ​ໃນ​ຫຼາຍດ້ານ ບໍ່​ວ່າ​ຈະ​ເປັນ​ດ້ານພະລາ​ທິການ, ດ້ານ​ເນື້ອ​ໃນ ແລະ ການ​ເຈລະ ຈາ​ເອກະສານ​ສຳຄັນ ເປັນຕົ້ນ​ແມ່ນແຜນ​ປະຕິບັດ​ງານນະຄອນ ຫຼວງ​ວຽງ​ຈັນ 2027-2032 (VCAP) ແລະ ຮ່າງ​ຖະແຫຼງ ການ ການເມືອງທີ່​ຈະ​ມີ​ການ​ຮັບຮອງ​ເອົາ​ໃນ​ໄລຍະ​ກອງປະ ຊຸມ. ໃນ​ໄລຍະ​ທີ່​ຜ່ານ​ມານີ້, ຫ້ອງວ່າການ​ສຳນັກງານ​ນາຍົກ ລັດຖະມົນຕີໄດ້​ອອກ​ຂໍ້​ຕົກ ລົງ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຄະນະກຳ ມະການ​ຊີ້​ນຳ​ລະດັບ​ຊາດ ແລະ ຄະນະ​ຮັບຜິດຊອບ​ອະນຸ​ກຳມະ ການ​ຕ່າງໆ ເພື່ອ​ກະກຽມ​ການ​ເປັນ​ປະທານ ກໍ​ຄື​ ຄວາມ​ພ້ອມ​ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະ ຊຸມ​ທົບ​ທວນ​ສົນທິສັນຍາ ວ່າ​ດ້ວຍ​ການ​ເກືອດ​ຫ້າມລະເບີດລູກ ​ຫວ່ານ ຮອບ​ວຽນທີ 3 ເຊິ່ງປະ ກອບ​ດ້ວຍ​ຫຼາຍ​ອະນຸ​ກຳມະການ​ທີ່​ກ່ຽວຂ້ອງ ທັງ​ຢູ່​ສູນ​ກາງ ແລະ ທ້ອງຖິ່ນ ແລະ ການ​ປະສານ​ສົມ ທົບ​ກັບ​ອົງ​ການຈັດຕັ້ງ​ສາກົນ ກໍ​ໄດ້​ພ້ອມພຽງ​ກັນ ແລະ ປະສານ​ສົມທົບ​ກັນ​ຮອບດ້ານ​ໃນ​ການກະ ກຽມຕ້ອນຮັບ​ແຂກ​ສາກົນ​ຫຼາຍ​ກວ່າ 500 ຄົນ ທີ່​ຄາດ​ຄະເນ​ວ່າ​ຈະ​ເດີນທາງ​ມາ​ຮ່ວມຕົວກັນ​ ທີ່ ​ສປປ ລາວ, ລວມ​ທັງ​ການ​ກະກຽມ​ດ້ານ​ຄວາມປອດໄພຢູ່​ ສະຖານທີ່​ຕ່າງໆ, ການ​ເດີນທາງ, ສະຖານທີ່​ພັກ​ເຊົ່າ ແລະ ການ​ອຳນວຍ​ຄວາມສະດວກທີ່​ນະ ຄອນຫຼວງ​ວຽງ​ຈັນ ເຊິ່ງ​ຈະ​ເປັນ​ບ່ອນ​ຈັດ​ກອງ​ປະຊຸມ​ຫຼັກ ແລະ ຄວາມ​ພ້ອມ​ຢູ່​ພາກສະໜາມທີ່​ນະຄອນຫຼວງ​ພະ​ບາງ. ມາ​ຮອດ​ປັດຈຸບັນ​ເຫັນ​ວ່າພວກ​ເຮົາ​ມີ​ຄວາມ​ພ້ອມ​ໃນ​ການ​ຕ້ອນ ຮັບ ແລະ ການ​ເປັນ​ເຈົ້າພາບຈັດ​ ກອງ​ປະຊຸມ​ສາກົນ​ທີ່​ສຳຄັນ​ນີ້. ການ​ຈັດ​ກອງ​ປະຊຸມ​ຄັ້ງ​ນີ້ ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ຢ່າງ​ຍິງ, ການ​ຕັດສິນ​ໃຈ​ເປັນ​ເຈົ້າພາບ​ກອງ​ປະຊຸມ​ນີ້ ລັດຖະບານສະ ແດງ​ໃຫ້​ເຫັນ​ເຖິງ​ເຈດ​ຈຳນົງອັນ ​ສະເໝີ​ຕົ້ນ​ສະເໝີ​ປາຍ ຂອງ​ລັດ ຖະບານ ​ສປປ ລາວ ໃນ​ການ ປະກອບສ່ວນ​ເຂົ້າ​ໃນ​ຄວາມພະ ຍາຍາມຂອງ​ສາກົນ ເພື່ອ​ພາລະ ກິດ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ໃນ​ໂລກ ໂດຍ​ຜ່ານ​ຂະ​ບວນ​ການ​ຂອງ​ສົນທິສັນຍາ CCM ໄປ​ ຄຽງ​ຄູ່​ກັບ​ການ​ແກ້​ໄຂ​ບັນຫາ​ລະເບີດ​ບໍ່​ທັນ​ແຕກ​ທີ່​ຍັງ​ຕົກ​ຄ້າງ​ ຢູ່​ພາຍ​ໃນ​ປະເທດ ເຊິ່ງ​ຈະ​ປະ ກອບສ່ວນ​ຜົນ​ປະໂຫຍດ​ໂດຍ​ກົງ​ຕໍ່​ປະຊາຊົນ​ລາວ ໂດຍ​ສະເພາະ ແມ່ນ​ການ​ບັນລຸ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ​ແຫ່ງ​ຊາດ ທີ 18 ວ່າ​ດ້ວຍ​ຊີວິດ​ປອດ​ໄພ​ຈາກ​ລະເບີດ​ບໍ່​ທັນ​ແຕກ (SDG18). ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະ ຊຸມ​ສາກົນ​ຄັ້ງ​ນີ້ ເປັນ​ໂອກາດອັນ ສຳຄັນ​ສຳລັບ ​ສປປ ລາວ ໃນ​ ການ​ຫັນ​ຄວາມ​ສົນໃຈ ແລະ ຄຳ ​ໝັ້ນ​ສັນຍາ​ຂອງ​ສາກົນ ໃຫ້​ກາຍ ເປັນ​ຜົນ​ປະໂຫຍດ​ທີ່​ເປັນ​ຮູບ​ປະ​ທຳ​ແກ່​ປະຊາຊົນ ແລະ ຊຸມ​ຊົນ​ທ້ອງຖິ່ນທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ລະເບີດ​ບໍ່​ທັນ​ແຕກ. ເຖິງ​ແມ່ນ​ວ່າ​ກອງ​ປະຊຸມ​ດັ່ງກ່າວ ບໍ່​ແມ່ນ​ການ​ປະຕິບັດ​ງານ​ເກັບ​ກູ້​ລະເບີດ​ໂດຍ​ກົງ, ແຕ່​ໄດ້​ສ້າງ​ເວທີ​ລະດັບ​ສູງ​ ເພື່ອ​ສະແດງ​ໃຫ້​ເຫັນ​ເຖິງ​ຜົນ​ກະທົບ​ຈາກ​ລະເບີດ​ບໍ່​ທັນ​ແຕກ​ທີ່​ຍັງ​ສືບຕໍ່​ເປັນ​ໄພ​ຂົ່ມຂູ່, ສ້າງ​ຜົນ​ກະທົບ​ດ້ານ​ມະນຸດສະທຳ ແລະ ເປັນ​ອຸປະສັກ​ຕໍ່​ການ​ພັດທະນາ​ເສດຖະກິດ-ສັງຄົມ ຂອງ​ປະເທດ. ໂດຍ: ສຸ​ເວດ ສີດາ​ຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ