ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

30 ກວ່າ​ບ້ານ ໃນ​ແຂວງ​ຫຼວງ​ນ້ຳ​ທາ ຜະເຊີນ​ກັບ​ໄພພິບັດ​ນ້ຳ​ຖ້ວມ
ເວລາອອກຂ່າວ: 2026-09-01 09:56:54 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 124 | ຄວາມນິຍົມ:



ໃນ​ວັນ​ທີ 28-29 ສິງຫາ 2026 ແຂວງ​ຫຼວງ​ນໍ້າ​ທາ ມີຝົນ ຕົກ​ໜັກ ແລະ ຝົນຕົກ​ຕໍ່​ເນື່ອງ​ໃນ​ ຫຼາຍ​ພື້ນ​ທີ່ ເຮັດ​ໃຫ້​ລະດັບ​ນໍ້າ​ຫ້ວຍ, ແມ່ນ້ຳຫຼາຍ​ສາຍ​ເພີ່ມ​ສູງ​ຂຶ້ນ ເຮັດ​ໃຫ້​ເກີດ​ນ້ຳ​ຖ້ວມ​ຫຼາຍ​ກວ່າ 30 ບ້ານ ໃນ​ທົ່ວ​ແຂວງທີ່ຢູ່​ ລຽບ​ສອງ​ຝັ່ງ​ນ້ຳ​ທາ, ນ້ຳ​ທຸງ, ນ້ຳ​ແງ້ນ, ນ້ຳ​ຫອຍ, ນ້ຳ​ດີ, ເຂດ​ເສດຖະກິດ​ພິເສດ​ບໍ່​ເຕ່ນ, ດ່ານ​ສາ ກົນ​ບໍ່​ເຕ່ນ ແລະ ເຂດ​ອື່ນໆ ໄດ້​ຮັບ​ຜົນ​ກະທົບ ແລະ ເສຍ​ຫາຍ​ເປັນ​ຈຳ ນວນ​ຫຼວງຫຼາຍ. ນອກຈາກ​ນີ້, ພື້ນ​ທີ່​ກະສິກຳໄຮ່, ນາ, ຮົ້ວ​ສວນ, ເຮືອນ​ຊານ​ບ້ານ​ຊ່ອງ, ເສັ້ນທາງ, ຫ້ອງການ, ໂຮງຮຽນ ແລະ ອື່ນໆ ຖືກ​ນໍ້າ​ຖ້ວມ​ອັ່ງ ແລະ ຖ້ວມ​ຊູ. ສຳລັບ​ຈຳນວນ​ຄົນ, ຄອບຄົວ, ເຮືອນ, ພື້ນ​ທີ່​ກະສິກຳ, ຖະໜົນ ແລະ ຂົວ​ທີ່​ເສຍ​ຫາຍໃຫ້​ລໍຖ້າ​ການ​ເກັບ​ກຳ​ຂໍ້​ມູນ​ລາຍ​ລະອຽດ. ໃນ​ຂະນະ​ທີ່ຄະ​ນະ​ກຳມະການ​ຄຸ້ມ​ຄອງ​ໄພພິບັດ​ແຂວງ ແລະ ຂັ້ນ​ເມືອງ ແຕ່​ລະ​ເມືອງກໍ​ໄດ້​ຕິດຕາມ​ສະພາບ​ຝົນຕົກ ແລະ ລະດັບ​ນ້ຳ, ກວດກາ​ຈຸດ​ສ່ຽງ, ກຽມພ້ອມກຳ ລັງ​ພົນ, ພາຫະນະວັດຖຸອຸປະ ກອນ, ທີ່​ພັກ​ພິງ​ຊົ່ວຄາວ, ອາ ຫານ, ຢາ​ປົວ​ພະຍາດ ແລະ ສິ່ງ​ຂອງ​ຈຳເປັນ​ອື່ນໆ ເພື່ອ​ຊ່ວຍເຫຼືອ​ປະຊາຊົນ. ສະຫາຍ ວົງ​ມະນີ ເພື່ອ​ປະຊາ ກຳມະການ​ປະຈຳ​ພັກແຂວງ, ຮອງ​ຄະນະ​ກຳມະການ​ປົກຄອງ​ແຂວງ, ປະທານ​ຄະນະ​ກຳມະ ການ​ໄພພິບັດ​ຂັ້ນ​ແຂວງ​ຫຼວງ​ນ້ຳ​ທາ ໄດ້​ຖະແຫຼງ​ຂ່າວ​ກ່ຽວ​ກັບສະ ພາບ​ໄພພິບັດ​ນ້ຳ​ຖ້ວມ ປະຈຳ​ວັນ​ທີ 29 ສິງຫາ 2026 ໂດຍ​ມີ​ບາງ​ຕອນ​ໃຫ້​ຮູ້​ວ່າ: ໃນ​ໄລຍະ 2-3 ວັນ​ຜ່ານ​ມາ, ຫຼວງ​ນ້ຳ​ທາມີ​ຝົນຕົກ​ໜັກຕໍ່​ເນື່ອງ ເຮັດ​ໃຫ້​ລະດັບນໍ້າ​ ຫ້ວຍ, ແມ່ນໍ້າຫຼາຍ​ສາຍ​ເພີ່ມ​ສູງ​ຂຶ້ນ ແລະ ກໍ​ໃຫ້​ເກີດ​ໄພພິບັດ​ນ້ຳ​ຖ້ວມ​ເປັນ​ວົງ​ກວ້າງ ສົ່ງ​ຜົນ​ໃຫ້​ມີ​ນໍ້າ​ປ່າ​ໄຫຼ​ຫຼາກ, ນໍ້າ​ລົ້ນ​ຝັ່ງ ແລະ ນໍ້າ​ຖ້ວມ​ຂັງ​ໃນ​ພື້ນ​ທີ່​ຕໍ່າ. ຄະນະ​ນຳ​ຂອງ​ແຂວງ ກໍ​ໄດ້​ເປີດ​ກອງ​ປະຊຸມ​ຮີບ​ດ່ວນ ເພື່ອ​ປຶກສາ​ຫາລື​ກະກຽມ​ຮັບ​ມື​ກັບ​ສະພາບ​ດັ່ງກ່າວ. ພ້ອມ​ນີ້, ຄະນະ​ນຳຂອງ ​ແຂວງ, ຂອງ​ເມືອງ ພ້ອມ​ດ້ວຍ​ຄະນະ​ກຳມະການ​ຄຸ້ມ​ຄອງໄພພິ ບັດ​ຂັ້ນ​ແຂວງ, ຂັ້ນ​ເມືອງ, ຕາ ແສງ ແລະ ຂະແໜງການ​ທີ່​ກ່ຽວ ຂ້ອງ ລວມ​ໄປ​ເຖິງ​ອົງ​ການຈັດຕັ້ງ​ບ້ານ ແຕ່​ລະ​ບ້ານ​ທີ່​ມີ​ຄວາມ​ສ່ຽງ​ໄພພິບັດ ກໍ​ໄດ້​ເອົາໃຈໃສ່​ຕິດຕາມ​ລະດັບ​ແມ່ນ້ຳ, ຫ້ວຍ​ຮອງຢ່າງ​ໃກ້ຊິດ ຈາກ​ການ​ສັງເກດ ແລະ ຈາກ​ຂໍ້​ມູນ​ຈາກ​ແຫຼ່ງ​ຕ່າງໆ ຢ່າງ​ຕໍ່​ເນື່ອງ. ຜ່ານ​ການ​ລົງ​ຕິດຕາມ​ກວດ ກາ ແລະ ປະສານ​ງານ​ຄະນະ​ນຳ​ແຂວງ ໄດ້​ເລັ່ງ​ໃສ່​ເຂດ​ພື້ນ​ທີ່​ມີ​ຄວາມ​​ສ່ຽງ ແລະ ຖືກ​ຜົນ​ກະທົບ ເປັນຕົ້ນ ບັນດາ​ບ້ານ​ທີ່ຢູ່​ລຽບ​ຕາມ​ສອງ​ຝັ່ງ​ແມ່ນ້ຳ​ທາ, ນ້ຳ​ທຸງ, ນ້ຳ​ແງ້ນ, ນ້ຳ​ຫອຍ, ນ້ຳ​ດີ ແລະ ບັນດາ​ພື້ນ​ທີ່​ເຂດ​ແຄມ​ຫ້ວຍຮ່ອງ​ຕ່າງໆ ເຊັ່ນ​ວ່າ: ເຂດ​ເສດຖະກິດ​ພິເສດ​ບໍ່​ເຕ່ນ, ບ້ານ​ບໍ່​ເຕ່ນ, ບ້ານ​ບໍ່​ປຽດ, ບ້ານ​ຕີນ​ຕົກ, ບ້ານ​ຕີນ​ສານ, ບ້ານ​ນາ​ເຕີຍ, ບ້ານ​ນໍ້າ​ທຸງ, ບ້ານ​ທົ່ງ​ຂວາ, ບ້ານ​ປຸ່ງ, ບ້ານ​ປ່າ​ສັກ, ບ້ານ​ໃໝ່, ບ້ານ​ທົ່ງ​ໄຈ້​ເໜືອ, ບ້ານ​ທົ່ງ​ໄຈ້​ໃຕ້, ບ້ານ​ດອນ​ສຳພັນ, ບ້ານ​ທົ່ງ​ອົ້ມ, ບ້ານ​ວຽງ​ເໜືອ, ບ້ານ​ວຽງ​ໃຕ້, ບ້ານ​ຫຼວງ, ບ້ານ​ຂອນ, ບ້ານ​ດອນ​ຄູນ, ບ້ານ​ທ່າ​ອໍ້. ເວລາ​ປະມານ 6:00 ໂມງ​ ຂອງ​ວັນ​ທີ 29 ສິງຫາ ຢູ່​ເຂດບໍ່​ ເຕ່ນ​ໄດ້​ມີ​ນໍ້າ​ໄຫຼ​ຊູ​ລົງ​ມາ​ຈາກ​ຫ້ວຍຮ່ອງ ແລະ ລົ້ນ​ທາງ, ໄຫຼ​ເຂົ້າ​ຖ້ວມ​ບ້ານ​ເຮືອນ​ປະຊາຊົນ, ສຳນັກງານ​ຫ້ອງການ​ເຂດ​ເສດ ຖະກິດ​ພິເສດ​ບໍ່​ເຕ່ນ​ແດນ​ງາມ, ເຂດ​ດ່ານ​ສາກົນ​ບໍ່​ເຕ່ນ ແລະ ບັນ ດາ​ບ້ານ​ຢູ່​ລຽບ​ຕາມແຄມແມ່ ນໍ້າ​ທຸງ (ບ້ານ​ບໍ່​ເຕ່ນ, ບ້ານບໍ່​ ປຽດ, ບ້ານ​ຕີນ​ຕົກ, ບ້ານ​ຕີນ​ ສານ, ບ້ານ​ນາ​ເຕີຍ). ຕໍ່ກັບ​ ເຫດການ​ດັ່ງກ່າວ, ກໍ​ໄດ້ຕິດຕາມ ​ປະສານ​ງານ​ກັບ​ຄະນະ ເພື່ອ​ ຕິດຕາມ​ສະພາບ​ການ​ຢ່າງໃກ້ ຊິດ ແລະ ພົວພັນ​ປະສານ​ງານ​ກັບ​ພາກສ່ວນ​ທີ່ຢູ່​ເຂດ​ພື້ນ​ທີ່ ທີ່​ມີ​ຄວາມ​ສ່ຽງ ແລະ ຖືກ​ຜົນ​ກະ ທົບ​ແລ້ວ​ຢ່າງ​ຕໍ່​ເນື່ອງ ເພື່ອ​ວາງ​ແຜນ​ຮັບ​ມື ແລະ ຊ່ວຍເຫຼືອ. ສຳ ລັບ​ເຂດ​ພື້ນ​ທີ່ ເມືອງ​ຫຼວງນ້ຳທາ ເວລາ​ປະມານ 9 ໂມງ ກໍ​ແຈ້ງ​ດ່ວນເຖິງ​ບັນດາ​ບ້ານ​ພື້ນ​ທີ່​ສ່ຽງ​ດັ່ງກ່າວ, ໃຫ້​ແຈ້ງ​ຕໍ່ໃຫ້​ພໍ່ແມ່ປະ ຊາຊົນມີ​ສະຕິ, ກະກຽມ, ມ້ຽນ ​ເຄື່ອງ​ຂອງຂຶ້ນ​ຢູ່​ບ່ອນ​ສູງ ຫຼື ເຄື່ອນ​ໄຫວອອກ​ໄປ​ໄວ້​ຢູ່​ສະຖານ ທີ່​ປອດ​ໄພ ເນື່ອງ​ຈາ​ກວ່າ​ລະດັບ​ນ້ຳ​ຢູ່​ເຂດ​ຕົ້ນ​ນ້ຳກຳລັງ​ໄຫຼຫຼັ່ງ​ລົງ​ຢູ່​ເຂດ​ນ້ຳ​ຕອນ​ໃຕ້ ໃນ​ປະລິມານ​ຫຼວງຫຼາຍ. ພ້ອມ​ນີ້, ກໍ​ຍັງ​ໄດ້ ແຕ່ງຕັ້ງ​ພະນັກງານ​ປະຈຳການ, ກະກຽມ​ຈຳນວນ​ພົນ, ເຄື່ອງມື, ລົດ, ເຮືອເພື່ອ​ລົງ​ຊ່ວຍເຫຼືອ​ຜູ້​ປະ ສົບ​ໄພ​ໃຫ້​ທັນ​ການ. ຂໍ​ໃຫ້​ປະຊາຊົນ​ໃນ​ເຂດ​ສ່ຽງ ​ຕິດຕາມ​ຂ່າວສານ​ຈາກ​ທາງ​ການ, ບໍ່​ຢູ່​ໃກ້​ຫ້ວຍ, ແມ່ນ້ຳ ແລະ ເຂດ​ທີ່​ມີ​ນ້ຳ​ໄຫຼ​ແຮງ, ລະວັງ​ດິນ​ເຈື່ອນ ແລະ ນ້ຳ​ປ່າ​ໄຫຼ​ຫຼາກ. ຕໍ່ສະພາບການດັ່ງກ່າວ, ແຂວງ​ຫຼວງ​ນ້ຳ​ທາຍັງ​ສືບຕໍ່​ຕິດ ຕາມ​ສະພາບ​ຝົນ ແລະ ລະດັບ​ນ້ຳ​ຢ່າງ​ໃກ້ຊິດ, ພ້ອມ​ທັງ​ເລັ່ງ​ສຳ​ຫຼວດ​ຄວາມ​ເສຍ​ຫາຍ, ຊ່ວຍເຫຼືອ ແລະ ຟື້ນ​ຟູ​ພື້ນ​ທີ່ ​ທີ່​ປະສົບ​ໄພ​ໃຫ້​ກັບ​ຄືນ​ສູ່​ສະພາບ​ປົກກະຕິ. ຄະນະ​ນຳ​ຂອງ​ແຂວງ, ປະທານ​ຄະນະ​ກຳມະການ​ຄຸ້ມ​ຄອງ​ໄພພິບັດຂັ້ນ ​ແຂວງ ຮຽກຮ້ອງ​ມາ​ຍັງ​ອົງການ ຈັດຕັ້ງ, ຫົວໜ່ວຍ​ທຸລະ​ກິດ, ຫ້າງ​ຮ້ານ, ພໍ່ຄ້າ​ຊາວ​ຂາຍ, ພໍ່​ແມ່​ປະ ຊາຊົນ​ລາວ​ບັນດາເຜົ່າ ແລະ ທຸກ​ພາກສ່ວນ​ຂອງ​ສັງຄົມ ທີ່​ມີ​ຄວາມ​ສະດວກແບ່ງປັນ​ນໍ້າໃຈ ເຂົ້າ​ມາ​ໃຫ້ການ​ຊ່ວຍເຫຼືອທາງ​ດ້ານ​ວັດຖຸ​ປັດ​ໄຈ, ເຂົ້າສານ​ອາຫານ​ແຫ້ງ ແລະ ເຄື່ອງໃຊ້​ຂອງ​ສອຍ​ຕ່າງໆ ເຂົ້າ​ຊ່ວຍເຫຼືອ​ຜູ້​ປະສົບ​ໄພ​ໃນ​ຄັ້ງ​ນີ້​ດ້ວຍ. ໂດຍ: ກິດ​ຕາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ