ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

ນ້ຳໃຈ​ສາມັກຄີ ປະສານ​ເຂົ້າ​ກັບ​ສີສັນ​ວັດທະນະທຳ ກິລາ-ສິລະ​ປະ ໃນ​ຄອບຄົວ​ອາ​ຊຽນ
ເວລາອອກຂ່າວ: 2026-09-01 09:54:30 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 133 | ຄວາມນິຍົມ:



ຕາມ​ຂ່າວ​ຫວຽດນາມ ​ກປ.ອອນ​ໄລ, ໃນ​ພິທີ​ເປີດ​ການ​ແຂ່ງຂັນ​ກິລາ​ບານສົ່ງ​ກອງທັບ​ບັນດາ​ປະເທດ ອາ​ຊຽນ ເປີດ​ກວ້າງ ປີ 2026, ສະໜາມກິລາ​ໃນ​ຮົ່ມ ດົງ​ແອັງ (ຮ່າ​ໂນ້ຍ) ຄື​ຈຸດ​ນັດ​ພົບ​ວັດທະນາ​ທຳ​ແຫ່ງ​ໜຶ່ງ. ເມື່ອ​ສຽງ​ດົນຕີ​ດັງ​ຂຶ້ນ, ບັນດາ​ບົດ​ເພງ, ວາດ​ຟ້ອນ​ທີ່​ເປັນ​ມູນເຊື້ອ​ຂອງ​ບັນດາ​ປະເທດ​ເພື່ອນ: ລາວ, ກຳປູເຈຍ, ມຽນ​ມາ, ສິງກະໂປ ແລະ ປະເທດ​ເຈົ້າພາບ ຫວຽດນາມ ໄດ້​ສະແດງ ດ້ວຍ​ຄວາມ​ຈັບໃຈ. ນັ່ງ​ຊົມ​ຢູ່​ອັດສະຈັນ, ທ່ານ​ນາງ Kristy Tel ຮອງ​ຫົວໜ້າ​ຄະນະ​ບານສົ່ງ​ກອງທັບ ສິງກະໂປ ໄດ້​ປ່ອຍ​ອາລົມ​ໄປ​ຕາມ​ສຽງ​ເພງ ແລະ ຕົບມື​ຕາມ​ຈັງຫວະ​ເມື່ອ​ມີ​ການສະແດງ​ເພງ “We are Singapore”. ແບ່ງປັນ​ກັບ​ນັກ​ຂ່າວ​ໜັງສືພິມ​ກອງທັບ​ປະຊາຊົນ​ຫວຽດນາມ. ທ່ານ​ນາງ Kristy ກ່າວ​ວ່າ: “ຂ້າພະເຈົ້າ ຮູ້ສຶກ​ວ່າ ​ບັນດາ​ລາຍ​ການສະແດງ​ສິລະ​ປະ​ທີ່​ພິທີ​ເປີດ​ການ​ແຂ່ງຂັນ ໄດ້​ສະແດງ​ອອກ​ໃຫ້​ເຫັນ​ສີສັນ​ວັດ ທະນະທຳ​ຂອງ​ແຕ່​ລະ​ປະເທດ​ທີ່​ມາ​ເຂົ້າ​ຮ່ວມ. ຂ້າພະເຈົ້າ​ເອງ ມັກ​ລາຍ​ກາຍ “We are Singapore” ທີ່​ສຸດ ຍ້ອນ​ວ່າ ມັນ​ຟົດຟື້ນ​ມ່ວນຊື່ນ, ສະແດງ​ໃຫ້​ເຫັນ​ວ່າ ປະເທດ​ເຈົ້າພາບ ຫວຽດນາມ ໄດ້​ກະກຽມ​ຢ່າງ​ຮອບ​ຄອບ​ຖີ່​ຖ້ວນ, ມານະ​ພະຍາຍາມ​ໃນ​ການ​ສຶກ​ສາ​ຄົ້ນຄວ້າ​ວັດທະນະທຳ​ບັນດາ​ປະເທດ​ທີ່​ມາ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຄັ້ງ​ນີ້”. ທ່ານ​ນາງ Kristy Tel ໃຫ້​ຮູ້​ຕື່ມ​ຄວາມ​ໝາຍ​ເພງ: “We are Singapore” ແມ່ນ​ບົດ​ເພງ​ທີ່​ມີ​ເນື້ອ​ໃນ​ເວົ້າ​ເຖິງ​ການ​ຮັກ​ຊາດ​ແບບ​ຄຼາດ​ສິກ ແລະ ເຄີຍ​ເປັນ​ບົດ​ເພງ​ຫຼັກ ທີ່​ໃຊ້​ຢ່າງ​ເປັນ​ທາງ​ການ​ສຳລັບ​ການ​ເດີນ​ສວນສະໜາມ​ສະເຫຼີມສະຫຼອງ​ວັນຊາດ ສິງກະໂປ ໃນ​ປີ 1987. ເພງ​ນີ້​ມີ​ຄວາມ​ໝາຍ​ເຊີດ​ຊູ​ນ້ຳ ໃຈ​ສາມັກຄີ, ນ້ຳໃຈ​ຮັກ​ຊາດ ແລະ ສີສັນ​ລວມ​ຂອງ​ປະຊາຊົນ​ຢູ່​ປະ ເທດ​ເກາະ​ແຫ່ງ​ນີ້; ເພາະສະ ນັ້ນ, ຊາວ​ສິງກະໂປ ໝົດ​ທຸກ​ຄົນ​ລ້ວນ​ແຕ່​ຈື່​ເນື້ອ​ໃນ​ຂອງ​ບົດ​ເພງ ແລະ ຮ້ອງເພງ​ດ້ວຍ​ຄວາມ​ພາກພູມ​ໃຈ ບໍ່​ວ່າ​ຈະ​ຢູ່​ບ່ອນ​ໃດ​ກໍ່​ຕາມ. ຍິ່ງ​ມີ​ຄວາມ​ພາກພູມ​ໃຈ​ເມື່ອ​ບົດ​ເພງ​ນີ້​ດັງ​ຂຶ້ນ​ຢູ່​ປະເທດ​ຫວຽດນາມ ໃນ​ທ່າມກາງ​ການ​ແຂ່ງຂັນ​ກິລາ​ບານສົ່ງ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳໃຈ​ສາມັກຄີ. ຈຸດ​ພົ້ນ​ເດັ່ນ​ຂອງ​ພິທີ​ເປີດ​ການ​ແຂ່ງຂັນ​ກິລາ​ບານສົ່ງ​ກອງທັບ​ບັນດາ​ປະເທດ​ອາ​ຊຽນ ເປີດ​ກວ້າງ 2026 ແມ່ນ​ລາຍ​ການສະແດງ​ສິລະ​ປະ ໄດ້​ສະແດງ​ອອກ​ໃຫ້​ເຫັນ​ສີສັນ​ວັດທະນະທຳ​ຂອງ​ແຕ່​ລະ​ປະເທດ​ທີ່​ເຂົ້າ​ຮ່ວມ. ສຳລັບ​ຄະນະ ສິງກະໂປ ແມ່ນ​ບົດ​ເພງ “We are Singapore”, ສຳລັບ​ຄະນະ​ລາວ ແມ່ນ​ບົດ​ເພງ “ສຽງ​ແຄນ​ລາວ”, ສຳລັບ​ຄະນະ​ກຳປູເຈຍ ແມ່ນ​ບົດ​ເພງ ““Arapiya”, ສຳລັບ​ຄະນະ​ປະເທດ​ເຈົ້າພາບ​ຫວຽດນາມ ແມ່ນ​ບົດ​ເພງ​ພື້ນເມືອງ​ພາກ​ເໜືອ “ຕົ້ນ​ໂພ​ແຄມ​ເນີນ​ພູ”. ແຕ່​ລະລາຍ​ການສະແດງ ແມ່ນ​ຕາງໜ້າ​ໃຫ້​ແຕ່​ລະ​ປະເທດ. ນັກ​ສິລະ​ປິນ, ນັກສະແດງ ໄດ້​ພ້ອມ​ກັນ​ຍ່າງ​ຂຶ້ນ​ເວທີ. ເມື່ອ​ຮອດ​ລາຍ​ການສະແດງ​ຕາງໜ້າ​ໃຫ້​ແຕ່​ລະ​ປະເທດ ກໍ່​ຈະ​ມີ​ທຸງຊາດ​ຂອງ​ປະເທດ​ນັ້ນ ໄດ້​ນຳ​ມາ​ວາງ​ໄວ້​ຢູ່​ໃຈກາງ, ພ້ອມ​ກັບ​ການ​ຟ້ອນ​ລຳ​ທຳ​ເພງ​ທີ່​ເປັນ​ເອກະລັກ​ຕາງໜ້າ​ໃຫ້​ປະເທດ, ສ່ວນ​ນັກ​ສິລະ​ປິນ​ທີ່​ຍັງ​ເຫຼືອ ກໍ່​ຈະ​ພ້ອມ​ກັນ​ຮ້ອງ, ຟ້ອນ​ໄປ​ຕາມ​ຈັງຫວະ​ຂອງ​ດົນຕີ. ນັ້ນ​ແມ່ນ​ນ້ຳໃຈ​ສາມັກຄີ​ຂອງ​ອາ​ຊຽນ ດ້ວຍ​ຄຳ​ຂວັນ “ວິໄສ​ທັດ​ໜຶ່ງ, ສີສັນ​ໜຶ່ງ, ປະຊາ​ຄົມ​ໜຶ່ງ”. ເມື່ອ​ບົດ​ເພງ “ສຽງ​ແຄນ​ລາວ” ດັງ​ຂຶ້ນ​ພ້ອມ​ກັບ​ວາດ​ຟ້ອນ​ທີ່​ສວຍ​ງາມ, ທ່ານ ຄອນ​ສະຫວັນ ແກ້ວ​ຄຳ​ພອນ ຫົວໜ້າ​ຄະນະ​ບານສົ່ງ​ກອງທັບ​ປະຊາຊົນ​ລາວ ເວົ້າ​ວ່າ: “ພວກ​ເພື່ອນ​ຮ້ອງເພງ​ມ່ວນ​ຫຼາຍ, ຄື​ກັບ​ຄົນ​ລາວ​ຮ້ອງ​ເລີຍ. ນີ້​ແມ່ນ​ພິທີ​ເປີດ​ການ​ແຂ່ງຂັນ​ກິລາ​ທີ່​ເປັນ​ເອກະລັກ​ສະເພາະ, ບ່ອນ​ທີ່​ນ້ຳໃຈ​ສາມັກຄີ​ປະສານ​ເຂົ້າ​ກັບ​ສີສັນ​ວັດທະນະທຳ”. ດ້ວຍ​ຈິດໃຈ “ກິລາ​ເຊື່ອມ​ຕໍ່​ນ້ຳໃຈ​ມິດຕະພາບ, ແຂ່ງຂັນ​ຢ່າງ​ສັດຊື່, ສາມັກຄີ”, ຊຸມ​ວັນ​ດຳເນີນ​ການ​ແຂ່ງຂັນ​ບານສົ່ງ​ກອງທັບ​ບັນດາ​ປະເທດ​ອາ​ຊຽນ ເປີດ​ກວ້າງ ປີ 2026 (ຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 18-28 ສິງຫາ) ບັນດາ​ຄະນະ ໄດ້​ນຳ​ມາ​ໃຫ້ການ​ແຂ່ງຂັນ ຄັ້ງ​ນີ້ ບໍ່​ພຽງ​ແຕ່​ມີ​ຄວາມ​ຕັດສິນ​ໃຈ, ຈິດໃຈ fair-play, ການ​ແຂ່ງຂັນ​ກິລາ​ບານສົ່ງ​ທີ່​ໜ້າ​ຕື່ນ​ຕາ​ຕື່ນ​ໃຈ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄວາມ​ຜູກ​ພັນ​ດ້ານ​ວັດທະນະທຳ, ເຂົ້າ​ອົກ​ເຂົ້າໃຈ​ກັນ, ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ສ້າງ​ປະຊາ​ຄົມ​ອາ​ຊຽນ ແຫ່ງ​ສັນຕິພາບ, ມິດຕະພາບ, ຮ່ວມ​ມື, ພັດທະນາ​ວັດທະນາ​ຖາວອນ ອີກ​ດ້ວຍ. ບໍ່​ພຽງ​ແຕ່​ແມ່ນ​ກາລະ​ໂອ ກາດ​ພົບ​ປະ​ແລກປ່ຽນ​ເທົ່າ​ນັ້ນ, ທຸກ​ຄົນ​ຍັງ​ໄດ້​ໄປ​ຢ້ຽມ​ຊົມ​ຫໍ​ພິ​ ພິ​ທະ​ພັນ​ປະຫວັດສາດ​ການ​ທະ ຫານ​ຫວຽດນາມ, ມໍລະດົກ​ວັດ ທະນະທຳ ແລະ ທຳ​ມະ​ຊາດ​ໂລກ ຈ່າງ​ອານ ຫຼື​ວ່າ ຄວາມ​ຜູກ​ພັນ​ໃນ​ເຫດການ “ວັນ​ວັດທະນະທຳ... ຄື​ດັ່ງ ​ທ່ານ ພົນ​ຕີ ຫງວ​​ຽນ​ບ໊າ​ລຶກ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ, ຫົວໜ້າ​ຄະນະ​ຈັດ​ຕັ້ງ ຢືນຢັນ​ວ່າ: “ການ​ແຂ່ງຂັນ​ກິລາ​ບານສົ່ງ​ກອງທັບ​ບັນດາ​ປະເທດ​ອາ​ຊຽນ ເປີດ​ກວ້າງ ປີ 2026 ແມ່ນ​ຈຸດ​ຄວາມ​ງາມ​ດ້ານ​ວັດທະ ນະທຳ​ກິລາ​ການ​ທະຫານ, ເປັນ​ສັນຍາ​ລັກ​ໃຫ້​ແກ່​ການ​ພົວພັນ​ສາ ມັກຄີ​ມິດ​ຕະພາບ, ການ​ຮ່ວມ​ມື​ພ້ອມ​ກັນ​ພັດທະນາ”.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ