ທ່ານ ສີຈິ້ນຜິງ ຢ້ຽມຢາມ ກຽກກິດສະຖານ ທາງລັດຖະກິດ
ເວລາອອກຂ່າວ: 2026-09-01 09:53:15 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 129 | ຄວາມນິຍົມ: ![]()
ຕອນບ່າຍວັນທີ 30 ສິງຫາ ຜ່ານມານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເດີນທາງດ້ວຍເຮືອບິນພິເສດເຖິງນະຄອນຫຼວງບິສເຄັກ ປະເທດ ກຽກກິດສະຖານ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ ປີ 2026 ແລະ ຢ້ຽມຢາມກຽກກິດສະຖານ ທາງລັດຖະກິດ.
ທ່ານ ຊາເດີ ຈາປາໂຣຟ ປະທານາທິບໍດີ ກຽກກິດສະຖານ ພ້ອມດ້ວຍພັນລະຍາ ໄດ້ເດີນທາງມາຕ້ອນຮັບທ່ານ ສີຈິ້ນຜິງ ພ້ອມດ້ວຍພັນລະຍາ ທ່ານ ນາງ ເຜີງລີ້ຢວນ ທີ່ສະໜາມບິນສາກົນມານາສ.
“ຍິນດີຕ້ອນຮັບທ່ານມາຢ້ຽມຢາມ ກຽກກິດສະຖານ” ເມື່ອທ່ານ ສີຈິ້ນຜິງ ພ້ອມດ້ວຍພັນລະຍາລົງຈາກຂັ້ນໄດເຮືອບິນ, ທ່ານປະທານາທິບໍດີ ຈາປາໂຣຟ ໄດ້ກ່າວຕໍ່ທ່ານ ສີຈິ້ນຜິງ ວ່າ: “ທ່ານເປັນສະມາຊິກຄອບຄົວຂອງພວກເຮົາ”. ທ່ານມາຮອດນີ້, ກໍຄືກັບໄດ້ກັບບ້ານຂອງຕົນເອງ.
ນີ້ແມ່ນທ່ານ ສີຈິ້ນຜິງ ເດີນທາງໄປຢ້ຽມຢາມກຽກກິດສະຖານ ເປັນຄັ້ງທີ 3. ໃນເດືອນ ກັນຍາ ປີ 2013, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ຢ້ຽມຢາມກຽກກິດສະຖານ ທາງລັດຖະກິດ ເປັນຄັ້ງທຳອິດ, ຈີນ ແລະ ກຽກກິດສະຖານໄດ້ສ້າງສາຍພົວພັນຄູ່ຮ່ວມຍຸດທະສາດ. ໃນໄລຍະ 10 ກວ່າປີຕໍ່ມາ, ສາຍພົວພັນ ຈີນ-ກຽກກິດສະຖານ ໄດ້ບັນລຸຜົນແບບກ້າວກະໂດດລັກສະນະປະຫວັດສາດຈາກ ສາຍພົວພັນຄູ່ຮ່ວມຍຸດທະສາດ ໄປສູ່ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ຈົນເຖິງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໃນຍຸກໃໝ່.
ໃນໄລຍະໜຶ່ງປີຜ່ານມາ, ທ່ານ ສີຈິ້ນຜິງ ໄດ້ພົບປະກັບທ່ານ ຈາປາໂຣຟ 3 ເທື່ອ. ປະມຸກລັດສອງປະເທດໄດ້ບັນລຸຄວາມເປັນເອກະພາບທີ່ສຳຄັນໃນການລົງເລິກສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໃນຍຸກໃໝ່ລະຫວ່າງ ຈີນ-ກຽກກິດສະຖານ ຕື່ມອີກ ແລະ ຊຸກຍູ້ການສ້າງຄູ່ຮ່ວມຊາະຕາກຳ ຈີນ-ກຽກກິດສະຖານ ໃນຖານະທີ່ເປັນມິດຕະພາບຖານບ້ານໃກ້ເຮືອນຄຽງ ແລະ ແບ່ງປັນຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ພ້ອມທັງເປີດປະຫວັດສາດໃໝ່ໃນການພົວພັນລະຫວ່າງສອງຝ່າຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














